ພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ

0
992

ຕາມ ມີເດຍລາວ ລາຍງານ: ໃນວັນທີ 12 ກໍລະກົດ 2021 ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າຝຣັັ່ງ (EDF) ໄດ້ຮ່ວມລົງນາມໃນສັນຍາວ່າດ້ວຍການພັດທະນາໂຄງການ (PDA) ພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າເທີນ 2 ຢູ່ແຂວງຄໍາມ່ວນ, ຕາງໜ້າຝ່າຍລາວ ຮ່ວມລົງນາມໃນຄັັ້ງນີ້ ແມ່ນທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຝ່າຍບໍລິສັດ EDF ໂດຍທ່ານ ນາງ ເບອາທຣິດ ບັບຟົງ ອໍານວຍການປະຈໍາຄະນະບໍລິຫານກຸ່ມບໍລິສັດ EDF ຜູ້ຊີ້ນໍາພະແນກສາກົນ.

ພິທິລົງນາມໄດ້ຈັດຂຶ້ນ ໃນຮູບແບບການປະຊຸມທາງໄກ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍໍ່ແຮ່, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ບັນດາຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເອກອັກຄະລັດຖະທູດຝຣັັ່ງ ແລະ ລາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ຄະນະອໍານວຍການ ບໍລິສັດໄຟຟ້ານໍ້າເທີນ 2 (NTPC) ແລະ ການຮ່ວມຮູບແບບການປະຊຸມທາງໄກ ໂດຍບັນດາຜູ້ຕາງໜ້າ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ແລະ ບໍລິສັດໄຟຟ້າຝຣັັ່ງ (EDF) ຈາກນະຄອນຫຼວງປາຣີ ປະເທດຝຣັັ່ງ. ໂຄງການພະລັງງານໄຟຟ້າແສງຕາເວັນແບບປະສົມປະສານ ນໍາພາໂດຍ ບໍລິສັດໄຟຟ້າຝຣັັ່ງ (EDF) ແລະ ຮ່ວມພັດທະນາໂດຍ ລັດວິສາຫະກິດຖືຮຸ້ນລາວ (LHSE) ແລະ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ໂດຍຄາດຄະເນວ່າຈະເລີ່ມການກໍ່ສ້າງໃນປີ 2022 ແລະ ເລີ່ມຜະລິດພະລັງງານໄຟຟ້າ ໃນປີ 2024.

ເຊິ່ງຈະເປັນໂຄງການທີ່ໃຫຍ່ທີ່ສຸດໃນໂລກ, ມີກໍາລັງຕິດຕັ້ງ 240 ເມກາວັດ ກວມເອົາເນື້ອທີ່ 3,2 ກິໂລຕາແມັດ (ໜ້ອຍກ່ວາ 1 ສ່ວນຮ້ອຍຂອງອ່າງເກັບນໍ້າທີ່ມີລະດັບນໍ້າເຕັມອ່າງ). ການຕິດຕັັ້ງພະລັງງານໄຟຟ້າແບບປະສົມປະສານ ຈະສາມາດຜະລິດພະລັງງານໄຟຟ້າຈາກແສງຕາເວັນ ໄປຄຽງຄູ່ກັບການຜະລິດໄຟຟ້າພະລັງງານນໍ້າຕົກ (1.080 ເມກາວັດ), ມີຈຸດປະສົງເພື່ອຮັກສານໍ້າໄວ້ເມື່ອມີແສງຕາເວັນ ໂດຍລະບົບຜະລິດໄຟຟ້າພະລັງງານນໍ້າຈະນໍາໃຊ້ນໍ້າໜ້ອຍລົງ ໂດຍຈະນໍາໃຊ້ພະລັງງານແສງຕາເວັນແທນ, ເພື່ອເກັບຮັກສານໍ້າໄວ້ໃຊ້ໃນລະດູແລ້ງ. ໂດຍສະເລ່ຍໂຄງການນີ້ຈະຊ່ວຍເພີ່ມກໍາລັງການຜະລິດໄຟຟ້າທັງໝົດ ຂອງໂຄງການໄຟຟ້ານໍ້າເທີນ 2 ຂຶ້ນອີກ 6 ສ່ວນຮ້ອຍ. “ໂຄງການພະລັງງານໄຟຟ້າແບບປະສົມປະສານ NT2-Solar ຈະຕອບສະໜອງພະລັງງານໄຟຟ້າທີ່ສະອາດ, ປອດໄພ, ຍືນຍົງ ແລະ ໃນລາຄາທີ່ສົມເຫດສົມຜົນ,

ໂດຍທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໜ້ອຍທີ່ສຸດ. ແນວຄວາມຄິດໃນການປະຢັດການນໍາໃຊ້ນໍ້າສໍາລັບການຜຼິດ ໂດຍການນໍາໃຊ້ພະລັງງານແສງຕາເວັນ ເພື່ອຊ່ວຍເພີ່ມປະສິດຕິຜົນຂອງການຜະລິດ ໄຟຟ້າພະລັງງານນໍ້າໃຫ້ມີຄວາມໝັ້ນຄົງ, ເປັນນະວັດຕະກໍາໃນການຜະລິດພະລັງງານໄຟຟ້າທົດແທນທີ່ໜ້າເຊື່ອຖື. ໂຄງການດັ່ງກ່າວໄດ້ເຮັດໃຫ້ EDF ມີຄວາມເຊື່ອໝັ້ນ ແລະ ຍິນດີສືບຕໍໍ່ພັດທະນາໂຄງການຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ ພ້ອມດ້ວຍ EGCO ແລະ LHSE.” ໂຄງການນໍ້າເທີນ 2 ແມ່ນຜົນສໍາເລັດອັນຍິ່ງໃຫຍ່ຂອງນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ.

ໂຄງການໄຟຟ້າພະລັງງານແສງຕາເວັນ ນໍ້າເທີນ 2 ຈະເປັນການປະກອບສ່ວນທີ່ສໍາຄັນຕໍ່ນະໂຍບາຍດ້ານພະລັງງານຂອງພວກເຮົາ, ນັ້ນແມ່ນການສົ່ງເສີມການຜະລິດໄຟຟ້າພະລັງງານນໍ້າໄປພ້ອມກັບພະລັງງານທົດແທນອື່ນໆ. ”ໂຄງການນໍ້າເທີນ 2 ເປັນໂຄງການໄຟຟ້າພະລັງງານນໍ້າ (ກໍາລັງຕິດຕັັ້ງ 1.080 ເມກາວັດ) ພາຍໃຕ້ການຮ່ວມມືລະຫວ່າງເອກະຊົນ ກັບ ລັດຖະບານແຫ່ງ ສປປ ລາວ ທີ່ຖືຮຸ້ນໃນໂຄງການ ຈໍານວນ 25% ໂດຍ ລັດວິສາຫະກິດຖືຮຸ້ນລາວ (LHSE), ບໍລິສັດໄຟຟ້າຝຣັັ່ງ (EDF) ຖືຮຸ້ນໃນໂຄງການ ຈໍານວນ 40% ແລະ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ຖືຮຸ້ນໃນໂຄງການ ຈໍານວນ 35% ແລະ ມີສັນຍາສໍາປະທານ 25 ປີ ນັບຕັ້ງແຕ່ປິ 2010.

ໂຄງການນໍ້າເທີນ 2 ຜະລິດໄຟຟ້າ ຈໍານວນ 6.000 ກິກກາວັດໂມງ (GWh) ຕໍໍ່ປີ, ສະໜອງໄຟຟ້າພາຍໃນ ສປປ ລາວ 5% ແລະ ສົ່ງອອກໃຫ້ ຣາຊະອະນາຈັກໄທ 95%. ບໍລິສັດໄຟຟ້າຝຣັ່ງ (EDF) ແມ່ນບໍລິສັດຝຣັ່ງທີ່ຄຸ້ມຄອງໂດຍລັດຖະບານ ແລະ ເປັນຜູ້ນໍາໃນຕະຫຼາດພະລັງງານໃນຢູໂຣບ. ກຸ່ມບໍລິສັດ EDF ແມ່ນບໍລິສັດພະລັງງານທີ່ດໍາເນີນກິດຈະການໃນທຸກສາຂາອຸດສາຫະກໍາ ເຊັ່ນ: ການຜະລິດ, ການສະໜອງ, ການຈໍາໜ່າຍ, ການຄ້າ ແລະ ຂາຍພະລັງງານ.

ລັດວິສາຫະກິດຖືຮຸ້ນລາວ (LHSE) ແມ່ນບໍລິສັດຂອງລັດວິສາຫະກິດ ສ້າງຕັ້ງຂຶ້ນໃນປີ 2005 ເພື່ອຖືຮຸ້ນໃຫ້ລັດຖະບານ ໃນບັນດາໂຄງການໂຄງຮ່າງພື້ນຖານຂະໜາດໃຫຍ່, ລວມທັງ ໂຄງການນໍ້າເທີນ 2. ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ແມ່ນຜູ້ຜະລິດພະລັງງານເອກະຊົນຜູ້ທໍາອິດໃນຣາຊະອະນາຈັກໄທ. ໂຮງງານໄຟຟ້າຂອງ EGCO ຕອບສະໜອງໄຟຟ້າສໍາລັບການຊົມໃຊ້ພາຍໃນປະເທດໄທ ແລະ ຕ່າງປະເທດ, ໂດຍນໍາໃຊ້ແຫຼ່ງພະລັງງານຫຼາຍຊະນິດ ເຊັ່ນ: ແກັສທຳມະຊາດ, ຖ່ານຫີນ, ຊີວະມວນ, ພະລັງງານນ້ຳ, ພະລັງງານແສງຕາເວັນ, ພະລັງງານລົມ ແລະ ຄວາມຮ້ອນໃຕ້ດິນ.

LEAVE A REPLY

Please enter your comment!
Please enter your name here