ຮັບໂທດຕາມກົດໝາຍແລ້ວ ຜູ້ທີ່ກ່ຽວຂ້ອງ ການລະບາດ ໂຄວິດ-19 ໃນເດືອນ ເມສາ 2021

0
2889

ໃນວັນທີ 15 ກໍລະກົດ 2021, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີທີ່ມີຈໍາເລີຍຊື່ ນາງ ພາວະດີ ຫຼື ຕຸກຕິກ (ຈໍາເລີຍ 1) ອາຍຸ 26 ປີ ຢູ່ບ້ານຫຼັກ 2 ເມືອງ-ແຂວງສາລະວັນ, ນາງ ມອນມີນາ ຫຼື ຕີນ່າ (ຈໍາເລີຍ 2) ອາຍຸ 22 ປີ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ້າວ ພານ (ຈໍາເລີຍ 3) ອາຍຸ 46 ປີ ຢູ່ບ້ານໝາກນາວເໜືອ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ທ້າວ ພູໃສ ຫຼື ຕື້ (ຈໍາເລີຍ 4) ອາຍຸ 34 ປີ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ນາງ ສອນນາລີ ຫຼື ນີນ່າ (ຈໍາເລີຍ 5) ອາຍຸ 21 ປີ ຢູ່ບ້ານສະໜາມໄຊ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ທ້າວ ສົມປະສົງ (ຈໍາເລີຍ 6) ອາຍຸ 24 ປີ ຢູ່ບ້ານທ່າແຮ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຕາມຄໍາສັ່ງຟ້ອງຂອງອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໃນຂໍ້ຖືກຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງກະທໍາຜິດ ຕາມປະມວນກົດໝາຍອາຍາ ມາດຕາ 128 ວັກ 02, ມາດຕາ 199 ວັກ 03 ແລະ 380 ວັກ 01. ໂດຍມີເນື້ອໃນຄະດີລະອຽດດັ່ງລຸ່ມນີ້:

1.ນາງ ພາວະດີ ຫຼື ຕຸກຕິກ (ຈໍາເລີຍ 1) ໄດ້ຮັບສາລະພາບວ່າ: ໄດ້ຮູ້ຈັກ ແລະ ຕິດຕໍ່ພົວພັນກັບນາງ ມອນມີນາ ຫຼື ຕິນ່າ ມາແຕ່ເດືອນພະຈິກ 2019 ເປັນຕົ້ນມາ ແລະ ມາຮອດວັນທີ 8 ມີນາ 2021 ຜູ້ກ່ຽວຈຶ່ງໄດ້ຮູ້ຈັກ ກັບຄົນໄທ ຈໍານວນ 2 ຄົນທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ ຊື່ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ ແທ້; ເຊິ່ງໃນນັ້ນ ນາງ ພາວະດີ ຍັງເຄີຍລັກຂ້າມໄປຫາທ້າວ ຊິດຕະພົນ (ຄົນຮັກ) ແລະ ທັງສອງກໍໄດ້ຕິດຕໍ່ພົວພັນ, ຂົນຂວາຍໂຄສະນາຊວນເຊື່ອ, ອໍານວຍຄວາມສະດວກໃຫ້ການຊ່ວຍເຫຼືອທ້າວ ຊິຕະພົນ ແລະ ທ້າວ ຖະນະກິດ ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ລັກລອບເຂົ້າ-ອອກ ສປປ ລາວ ດ້ວຍການໄປຮັບເອົາ ແລ້ວພາໄປຫຼິ້ນໄປທ່ຽວ (ແພ່ເຊື້ອ) ຢູ່ຮ້ານບັນເທີງທັງໃນແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ຈົນເປັນສາເຫດເຮັດໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດເປັນຈໍານວນຫຼວງຫຼາຍ. ຈຳເລີຍ ຈິ່ງມີຄວາມຜິດໃນຂໍ້ຖືກ ຫາ ການຂົນຂວາຍສົ່ງຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດ ທີ່ຮ້າຍແຮງ ແລະ ປິດບັງການກະທຳຜິດ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ ເປັນເວລາ 10 ປີ ກັບ 3 ເດືອນ ແລະ ປັບໃໝ 105.000.000 ລ້ານກີບ. ແຕ່ຍ້ອນການກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍໄດ້ຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ 1 ເດືອນ ກັບ 15 ວັນ ແລະ ປັບໃໝ 52.500.000 ກີບ

2.ນາງ ມອນມີນາ ຫຼື ຕິນ່າ (ຈໍາເລີຍ 2) ໄດ້ຮັບສາລະພາບວ່າ: ໄດ້ໃຫ້ການຮ່ວມມື, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ (ຄົນໄທ) ໃນການມາແພ່ເຊື້ອພະຍາດໂຄວິດ-19 ໂດຍຜູ້ກ່ຽວໄດ້ຮູ້ຈັກກັບນາງ ພາວະດີ ແລະ ໄດ້ຕິດຕໍ່ພົວພັນຄົນໄທຂຶ້ນມາຫຼິ້ນບຸນປີໃໝ່ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວກໍໄດ້ໄປຮັບນາງ ພາວະດີພ້ອມໝູ່ຄົນໄທ ໄປຫຼິ້ນ-ທ່ຽວຕາມຮ້ານອາຫານ-ບັນເທິງ ຈໍານວນຫຼາຍຮ້ານ ເປັນເວລາຫຼາຍວັນ; ເຫັນວ່າ ນາງ ມອນມະນີ ຫຼື ຕິນ່າ ໄດ້ກະທໍາຜິດໃນສະຖານ ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ; ເບື້ອງຕົ້ນ ຄະນະສານອາຍາ ໄດ້ຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 7 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ. ຍ້ອນການກະທໍາຜິດຂອງຈຳ ເລີຍເປັນການກະທຳຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ດັ່ງນັ້ນ, ຄະນະສານ ຈຶ່ງໄດ້ຫຼຸດຜ່ອນໂທດທາງອາຍາໃຫ້ຈຳເລີຍ ໂດຍຕັດສິນຕັດອິດສະຫຼະພາບ 3 ປີ 7 ເດືອນ ກັບ 15 ວັນ ແລະ ປັບໃໝ 27.500.000 ກີບ.

3.ທ້າວ ພານ (ຈໍາເລີຍ 3) ໄດ້ກະທໍາຜິດໃນຂໍ້ກ່າວຫາ ການຂົນຂວາຍສົ່ງຄົນອອກ ຫຼື ເອົາຄົນເຂົ້າປະເທດແບບຜິດກົດໝາຍ ເຊິ່ງມັນສະແດງອອກ ໂດຍຜູ້ກ່ຽວໄດ້ຕິດຕໍ່ພົວພັນ, ຂົນຂວາຍໂຄສະນາຊວນເຊື່ອ, ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ນາງ ພາວະດີ ແລະ ທ້າວ ຊິດຕະພົນ (ຄົນໄທ) ລັກໜີອອກຈາກ ສປປ ລາວ ໂດຍການຂັບລົດກະບະໝາຍເລກທະບຽນ 8586 ກໍາແພງນະຄອນ ໄປຮັບພວກກ່ຽວຢູ່ເຮືອນພັກ ແລ້ວພາພວກກ່ຽວລັກໜີອອກນອກປະເທດຜ່ານທາງເຮືອນ້ອຍຂ້າມນໍ້າຂອງ ແລ້ວຮັບເອົາຄ່າຈ້າງນໍານາງ ພາວະດີ ມອບໃຫ້ເປັນຜົນປະໂຫດ; ດ້ວຍເຫດນີ້ ຄະນະສານຈຶ່ງໄດ້ຕັດສິນຕັດອິດສະລະພາບຈໍາເລີຍ 3 ປີ ປັບໃໝ 50.000.000 ກີບ ຕາມປະມວນກົດໝາຍອາຍາມາດຕາ 128 ວັກ 02. ແຕ່ຈຳເລີຍໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍຕັດອິດສະຫຼະພາບ 1 ປີ 6 ເດືອນ ແລະ ປັບໃໝ 25.000.000 ກີບ.

4.ທ້າວ ພູໃສ ຫຼື ຕື້ (ຈໍາເລີຍ 4) ໄດ້ກະທໍາຜິດໃນສະຖານການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ ໂດຍໄດ້ມີການຕິດຕໍ່ພົວພັນ, ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ (ຄົນໄທ) ເຊິ່ງພວກກ່ຽວແມ່ນໄດ້ຮູ້ຈັກກັນມາແຕ່ປີ 2019 ແລະ ໄດ້ພົວພັນກັນມາ, ພາຍຫຼັງທີ່ຄົນໄທທັງສອງລັກລອບເຂົ້າມາ ສປປ ລາວ ຜ່ານທາງແຂວງສະຫວັນນະເຂດ ແມ່ນໄດ້ຕິດຕໍ່ ແລະ ຊັກຊວນກັນໄປຫາຢູ່ຮ້ານຄາລາໂອເກະ ແລະ ຮ້ານສະໜຸກເກີ ທັງໆທີ່ຜູ້ກ່ຽວກໍຮັບຮູ້ດີວ່າ ເປັນໄລຍະທີ່ປະເທດລາວເຮົາປິດດ່ານ-ເຂົ້າອອກລະຫວ່າງປະເທດ ແລະ ການຈັດຕັ້ງກໍໄດ້ມີມາດຕະການຕ່າງໆເພື່ອຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ນອກນັ້ນ, ເມືອງຄົນໄທສອງຄົນລັກລອບເຂົ້າມາ ຜູ້ກ່ຽວຍັງບໍ່ໄດ້ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ. ດ້ວຍເຫດຜົນດັ່ງກ່າວ ຄະນະສານອາຍາ ຈຶ່ງໄດ້ຕັດສິນຕັດອິດສະລະພາບຈໍາເລີຍ 7 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ ຕາມປະມານກົດໝາຍອາຍາ ມາດຕາ 199 ວັກ 03 ແລະ 380 ວັກ 01. ແຕ່ຜູ້ກ່ຽວໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດ ໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍໄດ້ຕັດອິດສະຫຼະພາບ ທ້າວ ພູໃສ 3 ປີ 7 ເດືອນ ກັບ 15 ວັນ ແລະ ປັບໃໝ 27.500.000 ກີບ.

5.ນາງ ສອນນາລີ ຫຼື ນີນ່າ (ຈໍາເລີຍ 5) ໄດ້ກະທໍາຜິດໃນຂໍ້ກ່າວຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ແລະ ການປິດບັງກະທໍາຜິດ ໂດຍຜູ້ກ່ຽວໄດ້ນໍາໃຊ້ລົດເກັງເກຍປີແຄນໂຕ້ ສີຂຽວ ພານາງ ພາວະດີ ໄປຮັບເອົາຄົນໄທສອງຄົນທີ່ລັກລອບເຂົ້າມາ ສປປ ລາວ ຢ່າງຜິດກົດໝາຍ ແລ້ວພາຄົນໄທ ພ້ອມທັງນາງ ພາວະດີ ໄປສົ່ງຢູ່ໂຮງແຮມ ແລະ ໄປຫຼິ້ນຢູ່ຮ້ານຄາລາໂອເກະ ດ້ວຍເຫດຜົນດັ່ງກ່າວ ຄະນະສານຈຶ່ງເຫັນຄວນຕັດສິນຕັດອິດສະລະພາບຈໍາເລີຍ 3 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ. ຍ້ອນຈຳເລີຍໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດ ໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍໄດ້ຕັດສິນຕັດອິດສະຫຼະພາບຈຳເລີຍ 1 ປີ 7 ເດືອນ ກັບ 15 ວັນ ພ້ອມທັງປັບໃໝ 25.000.000 ກີບ.

6.ທ້າວ ສົມປະສົງ (ຈໍາເລີຍ 6) ກະທໍາຜິດໃນຂໍ້ຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ແລະ ການປິດບັງກະທໍາຜິດ ໂດຍຜູ້ກ່ຽວໄດ້ໃຫ້ການຊ່ວຍເຫຼືອທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ ທີ່ລັກລອບເຂົ້າມາ ສປປ ລາວ ດ້ວຍການຂ້າມມາທາງແມ່ນໍ້າຂອງ ແລ້ວນໍາໃຊ້ລົດຈັກໄປຮັບເອົາຄົນໄທທັງສອງໄປສົ່ງໃຫ້ນາງ ພາວະດີ ແລ້ວກໍພາກັນໄປເລາະຫຼິ້ນຢູ່ຮ້ານບັນເທີງ ດ້ວຍເຫດນີ້ ຄະນະສານອາຍາ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ 3 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ. ແຕ່ການກະທຳຜິດຂອງ ຈຳເລີຍ ເປັນການກະທຳຜິດພຽງຄັ້ງດຽວ ແລະ ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍ ອາຍາ ມາດຕາ 64 ຂໍ້ 10, ຄະນະສານອາຍາ ຈິ່ງໄດ້ຫຼຸດຜ່ອນໂທດໃຫ້ຈຳເລີຍຕາມສົມຄວນ ໂດຍ ໄດ້ ຕັດອິດສະຫຼະພາບ 1 ປີ 7 ເດືອນ ກັບ 15 ວັນ ພ້ອມປັບໃໝ 25.000.000 ກີບ.

ຂ່າວ: Lao National Radio, ມົດແດງນ້ອຍ ແລະ ພາບ: ອາພິນຍາ

LEAVE A REPLY

Please enter your comment!
Please enter your name here