4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເອົາໃຈໃສ່ຕື່ມ 6 ບັນຫາສຳຄັນ

0
880

ທ່ານ ພັນຄຳ ວິພາວັນ ເນັ້ນໃຫ້ 4 ພາກ ສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາເອົາໃຈໃສ່ຕື່ມ 6 ບັນຫາສຳຄັນ

ຕາມ Lao National Radio ລາຍງານ: ກອງປະຊຸມ 4 ພາກສ່າວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VI ລະຫວ່າງ ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະ ຊາຊົນສູງສຸດ ໄດ້ເປີດຂຶ້ນໃນວັນທີ 14-15 ກໍລະກົດ 2021 ທີ່ ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງ ທ່ານ ນາງ ວຽງ​ທອງ ສີ​ພັນ​ດອນ ​ຄະນະ​ເລຂາທິການສູນ​ກາງ​ພັກ ​ເລຂາຄະນະ​ພັກ​ ປະທານ​ສານ​ປະຊາຊົນ​ສູງ​ສຸດ ແລະ ໃຫ້ກຽດເຂົ້າ ຮ່ວມໂອ້ລົມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງຍຸຕິທໍາ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍການນໍາຂອງ 4 ພາກ ສ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ 4 ພາກສ່ວນໄດ້ພ້ອມ ກັນກວດກາ, ຕີລາຄາ ແລະ ປະເມີນຜົນໃນການເຄື່ອນ ໄຫວຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ V ຜ່ານມາ ໂດຍສະເພາະແມ່ນການແກ້ໄຂຄະດີ ແລະ ການປະສານງານຕ່າງໆ ເຖິງແມ່ນວ່າສະພາບພາກພື້ນ ແລະ ສາກົນ ມີຄວາມຜັນແປຢ່າງສະຫຼັບສັບຊ້ອນ, ມີທັງກາລະໂອກາດທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍ ທົດສອບຫຼາຍປະການເປັນຕົ້ນບັນຫາທາງດ້ານການເມືອງ, ວິກິດການທາງດ້ານການເງິນ ແລະ ສົງຄາມການຄ້າຂອງບາງປະເທດໃນພາກພື້ນ ແລະ ສາກົນ, ການໂຈລະກໍາ, ການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ພະຍາດລະບາດ ໂດຍສະເພາະຕິດພັນພະຍາດໂຄວິດ-19 ກໍຕາມ ເຈົ້າໜ້າທີ່ຕໍາຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານ ກໍໄດ້ສຸມໃສ່ບຸກບືນຜ່ານຜ່າແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໄສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ, ປັບປຸງກົນໄກ, ປະສານງານ ແລະ ການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີການຫັນປ່ຽນທີ່ຕັ້ງໜ້າ, ສາມາດເຮັດສໍາເລັດບົດບາດໜ້າທີ່ຂອງຕົນໃນໄລຍະໃໝ່ ເພື່ອພັດທະນາວຽກງານການດໍາເນີນຄະດີຕາມຂະບວນການຍຸຕິທໍາ, ຍົກສູງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃຫ້ຖືກຕ້ອງຕາມກົດໝາຍ ແລະ ຍຸຕິທໍາ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍເທື່ອລະກ້າວ ຕາມທີ່ໄດ້ກໍານົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກົມການເມືອງສູນກາງພັກ ເລກທີ 112/ກມສພ ແລະ ມະຕິຄະນະບໍລິຫານງານສູນກາງພັກ ເລກທີ 037/ຄບສພ ຊອກໃຫ້ເຫັນດ້ານດີ ເພື່ອເປັນບົດຮຽນໃນການສືບຕໍ່ເສີມຂະຫຍາຍ, ຊອກຮູ້ສິ່ງທີ່ເປັນຂໍ້ຫຍຸ້ງຍາກ, ຂໍ້ຂາດຕົກບົກຜ່ອງ, ເພື່ອພ້ອມກັນຫາວິທີປັບປຸງແກ້ໄຂ, ສ້າງເງື່ອນໄຂເຮັດໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານຂອງພວກເຮົາໃຫ້ເປັນຮູບປະທໍາ ແລະ ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.

ພ້ອມນັ້ນກອງປະຊຸມ 4 ພາກສ່ວນກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ VI ຍັງໄດ້ເຊັນບົດບັນທຶກຮ່ວມກັນທາງດ້ານວິຊາການກ່ຽວກັບກົດໝາຍ ແລະ ການດຳເນີນຄະດີ ເພື່ອເປັນບ່ອນອີງໃນການປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນການດຳເນີນຄະດີ ແລະ ການປະຕິບັດ.ເພື່ອຮັບປະກັນໃຫ້ທິດທາງແຜນການໃນຕໍ່​ໜ້າໄດ້ຮັບຜົນສຳເລັດສູງສຸດ ທ່ານ ພັນຄຳ ວິພາວັນ ໄດ້ມີຄຳເຫັນໂ​ອ້​ລົມເນັ້ນໃຫ້ 4 ພາກສ່ວນເອົາໃຈໃສ່ຕື່ມ 6 ບັນຫາສຳຄັນດັ່ງນີ້:

1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ (ເຈົ້າໜ້າທີ່ຕໍາຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານ) ໃຫ້ມີຈັນຍາບັນ-ຈັນຍາທໍາໃນການປະຕິບັດໜ້າທີ່ແທ້ໆ ເນື່ອງຈາກວ່າໃນເງື່ອນໄຂແຫ່ງການປະຕິບັດກົນໄກເສດຖະກິດຕະຫຼາດ, ການເຊື່ອມໂຍງກັບສາກົນບວກໃສ່ກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກ ໄດ້ດໍາເນີນສົງຄາມຫັນປ່ຽນໂດຍສັນຕິ ຊຶ່ງໄດ້ຊັກຈູງໃຫ້ສະມາຊິກພັກ-ພະນັກງານຂອງພວກເຮົາຈຳນວນໜຶ່ງ ບໍ່ມີຫຼັກໝັ້ນ, ອຸດົມການ, ຂາດຈັນຍາບັນ,​ ຈັນຍາທໍາ. ສ້າງເງື່ອນໄຂ, ສວຍໃຊ້ຊ່ອງວ່າງຂອງກົດໝາຍກົດໜ່ວງການດໍາເນີນຄະດີຊັກຊ້າ, ຫຼົບໄປຫຼົບມາ, ບໍ່ໄປຕາມກົດໝາຍກໍານົດ ເພື່ອຫາຜົນປະໂຫຍດສ່ວນຕົວ.

2. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ກໍຄືມະຕິ 112/ກມສພ ລົງວັນທີ 2 ​ມິຖຸນາ 2021 ວ່າດ້ວຍການຍົກສູງປະສິດທິພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເປັນແຜນງານປະຕິບັດລະອຽດແຕ່ລະດ້ານວ່າ ການສືບສວນ-ສອບສວນ ຈະປັບປຸງແກ້ໄຂດ້ານໃດໃຫ້ຖືກເປົ້າໝາຍ, ມີຫຼັກຖານຄົບຖ້ວນຮັດກຸມ. ການສັ່ງຟ້ອງ ຈະເຮັດແນວໃດໃຫ້ສັ່ງຟ້ອງຜູ້ທີ່ໄດ້ກະທໍາຜິດແທ້ໃຫ້ສານຕັດສິນ.

3. ສຸມໃສ່ສ້າງພະນັກງານດໍາເນີນຄະດີໃຫ້ມີຄວາມຮູ້ ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ ເພື່ອເຮັດໃຫ້ບັນຫາຂໍ້ຂັດແຍ່ງ ແລະ ການລະເມີດກົດໝາຍທີ່ເກີດຂຶ້ນ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ຖືກຕ້ອງ. ເນື່ອງຈາກວ່າການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວສູງ, ການຄ້າ-ການລົງທຶນ ໄດ້ເປີດກວ້າງຢູ່ໃນສັງຄົມ. ຂໍ້ຂັດແຍ່ງ ແລະ ອາດຊະຍາກໍາທີ່ເກີດຂຶ້ນ ກໍໄປຄຽງຄູ່ກັບການພັດທະນາ, ມີຄວາມຫຍຸ້ງຍາກ, ສັບສົນ,​ ສະຫຼັບສັບຊ້ອນ ແລະ ພົວພັນກັບຫຼາຍບຸກຄົນ, ຫຼາຍຝ່າຍ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພົວພັນຫຼາຍກົດໝາຍ ທັງກົດໝາຍພາຍໃນປະເທດ ແລະ ກົດໝາຍສາກົນ.

4. ເອົາໃຈໃສ່ປັບປຸງແບບແຜນ, ກົນໄກການດໍາເນີນຄະດີຢູ່ແຕ່ລະຂັ້ນຕອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ສາມາດກວດສອບໄດ້ທຸກຂັ້ນຕອນການດຳເນີນຄະດີ. ເຮັດຕາມກົດໝາຍກໍານົດຢ່າງເຄັ່ງຄັດ. ຫຼີກລ່ຽງທີ່ສຸດ ບໍ່ມີກົດໝາຍ, ບໍ່ມີນິຕິກໍາ ກໍພາກັນເຮັດ, ສວຍໃຊ້ຊ່ອງວ່າງກົດໝາຍ ກົດໜ່ວງທ່ວງດຶງການດຳເນີນຄະດີໃຫ້ຊັກຊ້າ ແກ່ຍາວ ແລະ ມີສອງມາດຕະຖານໃນການປະຕິບັດ ພາໃຫ້ເກີດມີການຊັ່ງຊາ ປຽບທຽບການແກ້ໄຂຄະດີຂອງແຕ່ລະອົງການ.

5. ເອົາໃຈໃສ່ ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມ ເພື່ອໃຫ້ປະຊາຊົນ ຮັບຮູ້, ເຂົ້າໃຈຕໍ່ກົດໝາຍ,​ ຍົກສູງສະຕິກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ ເນື່ອງຈາກວ່າຜ່ານມາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໄດ້ອອກມາຫຼາຍ ແຕ່ກົດໝາຍ ແລະ ນິຕິກໍາເຫຼົ່ານັ້ນຍັງຢູ່ໃນຕູ້, ຢູ່ຫ້ອງການເຮັດວຽກ, ຍັງບໍ່ໄດ້ແຈກຢາຍ ຫຼື ເຜີຍແຜ່ໃຫ້ປະຊາຊົນ ແລະ ພາກສ່ວນອື່ນຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງ. ຈຶ່ງເຮັດໃຫ້ການສ້າງຂໍ້ຜູກພັນ, ສັນຍາຕ່າງໆ ບໍ່ໄປຕາມກົດໝາຍກໍານົດ, ມີການລະເມີດກົດ ໝາຍ, ກໍອາດຊະຍາກໍາທີ່ຂັດກັບກົດໝາຍນັບມື້ນັບຫຼາຍຂຶ້ນ.

6. ເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະພາກສ່ວນໃຫ້ເຂັ້ມງວດຕາມກົດໝາຍ ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງລັດ, ຂອງພົນລະເມືອງ. ຮັບປະກັນສິດເສລີພາບ, ກຽດສັກສີ, ສຸຂະພາບ ແລະ ຊິວິດຂອງພົນລະເມືອງຢູ່ໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທໍາ.

LEAVE A REPLY

Please enter your comment!
Please enter your name here