ເລັ່ງຂະຫຍາຍສູນຈຳກັດບໍລິເວນ ແລະ ໂຮງໝໍ ພາກສະໜາມ ເນື່ອງຈາກແຮງງານ ແລະ ຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ

0
924

ອີງຕາມການລາຍງານຂອງຄະນະສະເພາະກິດ ຈາກຫ້ອງປະຕິບັດງານເຫດການສຸກເສີນ ດ້ານສາທາລະສຸກ, ພະແນກສາທາລະນະສຸກ ແຂວງຈຳປາສັກ ໃນວັນທີ 19 ກໍລະກົດ 2021 ແຈ້ງໃຫ້ຮູ້ວ່າ: ການຕິດເຊື້ອໂຄວິດ-19 ຢູ່ສູນຈໍາກັດບໍລິເວນຂອງແຂວງ ຈຳປາສັກ ມີທ່າອ່ຽງເພີ່ມຂຶ້ນ ສະເລ່ຍ 40 ຄົນຕໍ່ວັນ ແລະ ຄາດວ່າ ອີກສອງວັນຂ້າງໜ້າ ຈະເຮັດໃຫ້ໂຮງໝໍພາກສະໜາມຮັບໄດ້ເຕັມອັດຕາ ປະມານ 80 ຄົນເທົ່ານັ້ນ. ປັດຈຸບັນຄະນະກຳມະການ ສະເພາະກິດ ແຂວງຈຳປາສັກ ໄດ້ຮີບຮ້ອນປຶກສາຫາລື ໃນການກຳນົດສະຖານທີ່ ໂດຍສະເພາະ ສູນຈຳກັດບໍລິເວນຂອງແຮງ ງານ ທີ່ເຂົ້າມາກໍຫລາຍ ແລະ ຜູ້ຕິດເຊື້ອກໍເພີ່ມຂຶ້ນ ເຮັດໃຫ້ໂຮງໝໍພາກສະໜາມ ບໍ່ມີສະຖານທີ່ຮອງຮັບຄົນເຈັບໄດ້ພຽງພໍ.

ດຣ. ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງ ຈໍາປາສັກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 18 ກໍລະກົດ 2021 ມີແຮງງານລາວ ທີ່ເຂົ້າມາທາງດ່ານສາກົນວັງເຕົ່າ-ຊ່ອງເມັກ ທັງໝົດ 138 ຄົນ. ໃນນີ້, ຈຳປາສັກ ມີ 73 ຄົນ, ຕ່າງແຂວງ 65 ຄົນ (ສາລະວັນ 59, ອັດຕະປື 1 ຄົນ, ນະຄອນຫລວງວຽງຈັນ 2 ແລະ ເຊກອງ 3). ເມື່ອມີຄົນເຂົ້າມາຫລາຍຄືແນວນັ້ນ, ຄວາມສ່ຽງເຮັດໃຫ້ການຕິດເຊື້ອໃນແຕ່ລະວັນສູງຂຶ້ນ ໂດຍສະເລ່ຍແລ້ວ ເກືອບ 50% ຂອງແຮງງານທີ່ເຂົ້າມາມີການຕິດເຊື້ອ.

ມື້ນີ້ກໍມີລາຍງານຕິດເຊື້ອເພີ່ມໃໝ່ອີກ 13 ຄົນຢູ່ສູນດັ່ງກ່າວ, ເມື່ອມາເບິ່ງຕົວເລກການຕິດ ເຊື້ອໂຄວິດ-19 ຢູ່ແຂວງຈໍາປາສັກ ທີ່ສະສົມມາ ມີທັງໝົດ 1.088 ຄົນ, ປິ່ນປົວຫາຍດີ 444 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ 644 ຄົນ, ເຊິ່ງເຮັດໃຫ້ໂຮງໝໍພາກສະໜາມ ທີ່ຢູ່ວິທະຍາໄລການເງິນ ໃກ້ຈະເຕັມແລ້ວ, ສ່ວນໂຮງໝໍໂພນທອງ, ໂຮງໝໍ 106 ແມ່ນເຕັມໝົດແລ້ວ ບໍ່ສາມາດຮັບແຮງງານຜູ້ທີ່ຕິດເຊື້ອເຂົ້າໄປປິ່ນປົວໄດ້ອີກ.

ສ່ວນຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ແມ່ນເປັນເຂດແດງ ເນື່ອງຈາກມີການຕິດເຊື້ອໃສ່ເຈົ້າໜ້າທີ່, ສະນັ້ນໃນ 2 ຫາ 3 ວັນຂ້າງໜ້ານີ້ ທາງຄະນະສະເພາະກິດພວກເຮົາ ແມ່ນຈະໄດ້ປ່ຽນທີມພະ ນັກງານແພດໝໍ ທີ່ຈະເອົາໄປປະຈຳຢູ່ດ່ານໃໝ່ ລວມເຖິງເຈົ້າໜ້າທີ່ຕຳຫລວດ, ທະຫານຊາຍແດນນັ້ນກໍເປັນທີມໃໝ່. ສຳລັບຈຸເກົ່າ ແມ່ນພວກເຮົາຈະໄດ້ນຳເຂົ້າສູນຈຳກັດບໍລິເວນ, ກວດຊອກຫາເຊື້ອ ແລະ ຖ້າກວດບໍ່ພົບເຊື້ອ ຈຶ່ງຈະເອົາມາປະຕິບັດໜ້າທີ່ຄືນໄດ້. ສາເຫດຫລັກ ທີ່ເຮັດໃຫ້ມີການຕິດເຊື້ອໃສ່ເຈົ້າໜ້າທີ່ ກໍແມ່ນສະຖານທີ່ ທີ່ໃຫ້ການບໍລິການຍັງບໍ່ທັນກຽມພ້ອມ, ເຂົາເຈົ້າແມ່ນໄດ້ອາໄສຢູ່ນໍາກັນ, ກິນອາຫານຮ່ວມກັນ, ໃຊ້ເຄື່ອງຮ່ວມກັນ, ໃຊ້ຊີວິດຮ່ວມກັນ ແລະ ນອນຮ່ວມກັນ.

ສ່ວນສູນຈຳກັດບໍລິເວນຫລັກ 21 ທັງສອງແຫ່ງ ແມ່ນພວກເຮົາຈະກວດຫາເຊື້ອທັງໝົດ ເພາະເຫັນວ່າເປັນເຂດແດງ ແລະ ມີການຕິດເຊື້ອຊ້ຳຊ້ອນ ເນື່ອງຈາກແຮງງານຫລາຍເກີນ ເຮັດໃຫ້ສະພາບການແອອັດບໍ່ມີບ່ອນຢູ່ບ່ອນເຊົາ, ຄົນກໍໄປມາຫາສູ່ກັນ, ກິນເຂົ້າ, ພົວພັນກັນ ແລະ ອີກຢ່າງເຈົ້າໜ້າທີ່ພວກເຮົາກໍໜ້ອຍ ເຮັດໃຫ້ການຄວບຄຸມ, ການຄຸ້ມຄອງຍາກຫລາຍ.

ສຳລັບໂຮງໝໍພາກສະໜາມ ມີຄົນເຈັບເຂົ້າປິ່ນປົວເປັນຈຳນວນຫລາຍ ແນ່ນອນວ່າສະພາບ, ສິ່ງແວດລ້ອມ ຕິດພັນກັບເລື່ອງອາຫານການກິນ, ການຖິ້ມຂີ້ເຫຍື້ອ, ການກຳຈັດຂີ້ເຫຍື້ອກໍຍັງມີຄວາມຫຍຸ້ງຍາກຫລາຍ, ລວມທັງການນຳໃຊ້ຫ້ອງນ້ຳ, ການໃຊ້ນໍ້າ-ໃຊ້ໄຟແມ່ນບໍ່ມີຄວາມສະດວກ. ຕໍ່ສະ ພາບການດັ່ງກ່າວ, ຂໍຮຽກຮ້ອງມາຍັງພໍ່ແມ່-ພີ່ນ້ອງໃຫ້ເອົາໃຈໃສ່ ສິ່ງສຳຄັນທີ່ສຸດ ແມ່ນບໍ່ໃຫ້ມີການຕິດເຊື້ອໃນຊຸມຊົນ. ຄະນະພັກ, ຄະນະປົກຄອງແຕ່ລະຂັ້ນ ລວມທັງປະຊາຊົນທຸກຊັ້ນຄົນ ຕ້ອງໄດ້ເປັນເຈົ້າການນຳກັນດີທີ່ສຸດ ຕ້ອງຮັກສາຕົນເອງບໍ່ໃຫ້ມີການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍເຈວ ຫລື ເຫລົ້າ 70 ອົງສາ ແມ່ນວິທີການທີ່ດີທີ່ສຸດ. ນອກນັ້ນ, ກໍໃຫ້ງົດການຊຸມແຊວຕ່າງໆ ແລະ ຂໍຢໍ້າຄືນຕື່ມເພື່ອເປັນການເຕືອນສະຕິໃຫ້ພໍແມ່ພີ່ນ້ອງປະຊາຊົນ ລວມທັງຜູ້ປະກອບການ ບໍ່ແມ່ນເຫັນແຕ່ກຳໄລ ຕ້ອງຊ່ວຍກັນ. ພ້ອມກັນນີ້, ກໍໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອບໍ່ໃຫ້ແຂວງຈຳປາສັກ ມີການຕິດເຊື້ອຢູ່ໃນຊຸມຊົນ.

ຂ່າວ: ມະນີທອນ

LEAVE A REPLY

Please enter your comment!
Please enter your name here