ຕາມ ແຟນເພສ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ລາຍງານໃຫ້ຮູ້ວ່າ: ເກີດນໍ້າຖ້ວມບາງເຂດພາຍ ໃນແຂວງຫຼວງນໍ້າທາ ເນື່ອງຈາກສະພາບອາກາດມີຝົນຕົກໜັກ ນັບແຕ່ວັນທີ 19-21 ກໍລະກົດ 2021 ນີ້ ເຮັດໃຫ້ມີນໍ້າປ່າໄຫຼຊຸ, ນໍ້າຖ້ວມອັ່ງ, ດິນເຈື່ອນ, ນໍ້າປ່າໄຫຼນອງ ເຊິ່ງເປັນສາເຫດເຮັດໃຫ້ສາຍນໍ້າຕ່າງໆມີລະດັບນໍ້າເພີ້ມຂຶ້ນຢ່າງວ່ອງໄວ.
![](https://tholakhong.com/wp-content/uploads/2021/07/ຫຼວງນໍ້າທານໍ້າຖ້ວມ.jpg)
ເວລາ 8:30 ໂມງ ຂອງວັນທີ 21 ກໍລະກົດ 2021 ລະດັບນໍ້າທາ ວັດແທກໄດ້ 7,92 ແມັດ ເຊິ່ງກາຍເຂດອັນຕະລາຍແລ້ວ (ເຂດອັນຕະລາຍ 7,50 ແມັດ), ເຊິ່ງເຮັດໃຫ້ນໍ້າທາລົ້ນຝັ່ງ ເຂດບ້ານໃໝ່, ບ້ານຂອນ, ບ້ານຫຼວງ, ບ້ານວຽງໃຕ້, ບ້ານປ່າສັກ ແລະ ບ້ານອື່ນໆທີ່ຢູ່ລຽບສາຍນໍ້າທາ.
![](https://tholakhong.com/wp-content/uploads/2021/07/ຫຼວງນໍ້າທານໍ້າຖ້ວມ4.jpg)
ປະຈຸບັນ, ລະດັບນໍ້າຍັງເພີ້ມສູງຂຶ້ນເລື້ອຍໆ ເນື່ອງຈາກສະພາບອາກາດຍັງມີຝົນຕົກກະຈາຍຢູ່ທົ່ວໄປ ໃນທົ່ວແຂວງ. ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ທີ່ອາໃສຢູ່ລຽບແຄມນໍ້າ ເປັນຕົ້ນແຄມນໍາທຸງ, ນໍ້າທາ, ນໍ້າມະ, ນໍ້າຂອງ ແລະ ສາຍນໍ້າອື່ນໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບນໍ້າປ່າໄຫຼນອງ ແລະ ນໍ້າຖ້ວມພື້ນທີ່ຕໍ່າ ແລະ ອື່ນໆ ເຊີ່ງອາດສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ.
![](https://tholakhong.com/wp-content/uploads/2021/07/ຫຼວງນໍ້າທານໍ້າຖ້ວມ2.jpg)
ເພື່ອປ້ອງກັນຜົນກະທົບທີ່ອາດເກີດຂຶ້ນ ຄວນເກັບເຄື່ອງຂອງ ຂອງທ່ານໄປໄວ້ໃນທີ່ປອດໄພ ແລະ ຈົ່ງຕິດຕາມການລາຍງານສະພາບອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຫຼື ອຸຕຸນິນົມ ແລະ ອຸທົກກະສາດ ແຂວງຫຼວງນໍ້າທາ ຈະລາຍງານເປັນປະຈໍາ: https://www.facebook.com/lnt.donre.mh