ການນໍາຂັ້ນແຂວງ ແລະ ເມືອງລົງກວດກາສະຖານະການໄພນໍ້າຖ້ວມ ຢູ່ເມືອງຫຼວງນໍ້າທາ

0
862

ໃນວັນທີ 21 ກໍລກົດ 2021 ທີ່ຜ່ານມາ, ການນໍາຂັ້ນແຂວງ ແລະ ເມືອງໄດ້ລົງກວດກາສະຖານະການໄພນໍ້າຖ້ວມຢູ່ເຂດ ເມືອງຫຼວງນໍ້າທາ ໂດຍການນໍາພາຂອງທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງໆຫຼວງນໍ້າທາທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງໆຫຼວງນໍ້າທາ, ມີຫົວໜ້າຫ້ອງວ່າການແຂວງ,ເມືອງ,ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ,ເມືອງ,ທະຫານ,ຕໍາຫຼວດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງ ເມືອງຫຼວງນໍ້າ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການລົງກວດກາໄພພິບັດນໍ້າຖ້ວມ ແລະ ຊ່ວຍເຫຼືອປະຊາຊົນ ໃນຕອນເຊົ້າຂອງວັນທີ່ 21 ກໍລະກົດ 2021 ປະລິມານແມ່ນໍ້າທຸກສາຍແມ່ນເພີ້ມຂື້ນຫຼາຍໂດຍສະເພາະແມ່ນໍ້າທາແທກໄດ້ 7 ແມັດ 48 ຊັງຕີແມັດ, ບ້ານທີ່ຖືກນໍ້າຖ້ວມມີ ບ້ານ ຂອນ, ດອນຄູນ, ທ່າອໍ້, ປ່າສັກ, ນໍ້າແງ້ນ, ນາລື, ພຽງງາມ ແລະ ບ້ານໃໝ່ ສະນັ້ນຄະນະນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບຕ້ານໄພພິບັດລົງຕິດຕາມກວດກາແຕ່ລະບ້ານທີ່ມີຄວາມສ່ຽງ ແລະ ຊີ້ນໍາສອງກໍາລັງ,ທະຫານ, ຕໍາຫຼວດທັງໝົດ 65 ຄົນ ໄດ້ນໍາໃຊ້ລົດເຊອາ 3 ຄັນ,ເຮືອຈັກ 1 ເຫຼັ້ມ,ເຮືອຢາງ 2 ເຫຼັ້ມ ລົງຊ່ວຍປະຊາຊົນເຄື່ອນຍ້າຍເຄື່ອງຂອງຕ່າງໆອອກຈາກຟື້ນທີ່ຖືກນໍ້າຖ້ວມ ແລະ ຟື້ນທີ່ມີຄວາມສ່ຽງສູງໄປໄວ້ບ່ອນປອດໄພ,ໄດ້ມ້າງເຮືອນ ທີ່ຈະລົ້ມລົງໃສ່ນໍ້າໜື່ງຫຼັງ,ຂົນເຄື່ອງອອກຈາກເຮືອນທີ່ຖືກນໍ້າຖ້ວມໄດ້ 15 ຫຼັງຄາເຮືອນ.

ພ້ອມກັນນັ້ນ, ຍັງໄດ້ລົງປືກສາຫາລືກັບອົງການປົກຄອງບ້ານໃໝ່ ໃນການເຄື່ອນຍ້າຍຄົນເຖົ້າ, ເດັກນ້ອຍ ແລະ ເຄື່ອງຂອງທີ່ສໍາຄັນຢູ່ໃນບ້ານອອກໄວ້ທີ່ປອດໄພ ໂອກາດດຽວກັນທ່ານເຈົ້າແຂວງ ແລະ ທ່ານເຈົ້າເມືອງກໍ່ໄດ້ໃຫ້ທິດຊີ້ນໍາກ່ຽວກັບການເຝົ້າລະວັງນໍ້າຖ້ວມວ່າ:ຕ້ອງໃຫ້ມີການຍົກຍ້າຍເດັກ ແລະ ຜູ້ເຖົ້າອອກຈາກເຂດທີ່ມີຄວາມສ່ຽງໄປຢູ່ບ່ອນທີ່ມີຄວາມປອດໄຟ ຫຼື ໃຫ້ໄປຢູ່ນຳພີ່ນ້ອງໃນໄລຍະສອງສາມມື້ເມືອເວລາສະພາບການມີຄວາມເປັນປົກກະຕິແລ້ວຈິ່ງຄ່ອຍຍ້າຍກັບມາ ແລະ ທາງແຂວງ – ເມືອງກໍ່ໄດ້ຈັດເຮືອເພື່ອໄວ້ແກ້ໄຂສຸກເສີນ ແລະ ກຳລັງ ປກຊ ເພື່ອຊ່ວຍເຫຼືອເວລາທີ່ມີນ້ຳຂື້ນຍາມຕອນກາງຄືນ,ຈັດລົດໄວ້ກຽມຮັບສົ່ງຈາກການທີ່ຈະຍ້າຍຄົນ ແລະ ສິ່ງຂອງ.

ຂໍ້ມູນ: ມີເດຍລາວແຂວງຫຼວງນ້ຳທາ ຂ່າວ: ສົມພອນ ຂຸນດາວົງ

LEAVE A REPLY

Please enter your comment!
Please enter your name here