ແຈ້ງກ່ຽວກັບການຂຸດຄົ້ນຫາປະຊາຊົນທີ່ຖືກດິນທັບຢູ່ພູສູນ

0
1121

ເກີດເຫດດິນຍຸບທັບປະຊາຊົນ ທີ່ລັກລອບຂຸດຄຳ ຈຳນວນ 7 ຄົນ ຍິງ 1 ຄົນ ຢູ່ທີ່ ພູສູນ ຈຸດສາຍແດນບ້ານ ແລທອງ, ບ້ານ ຍາຍ ແລະ ບ້ານ ໂຈຍ ເມືອງພູກູດ ແຂວງຊຽງຂວາງ.

ອີງຕາມ ທ່ານ ສຸລິສາ ຈັນທະປັນຍາ ຮອງເຈົ້າເມືອງ ເມືອງພູກູດ ໄດ້ໃຫ້ສຳພາດວ່າ: ແຮ່ຄຳແມ່ນຊັບສົມບັດລວມຂອງວົງຄະນາຍາດ ແຫ່ງຊາດລາວເຮົາ ທີ່ກົດໝາຍໄດ້ຮອງຮັບ, ໄລຍະຜ່ານມາ ຄະນະພັກ ອຳນາດການປ້ອງຄອງ ແຂວງຊຽງຂວາງ ກໍຄືອຳນາດປົກຄອງ ແຕ່ລະເມືອງໂດຍສະເພາະ ກໍແມ່ນ ອົງການປົກຄອງເມືອງ ພູກູດ ຂອງພວກເຮົາກໍໄດ້ເອົາໃຈໃສ່ ໃນການປົກປັກຮັກສາ ແລະ ຄຸ້ມຄອງ ແຕ່ກໍຍັງມີປະຊາຊົນຈຳນວນໜຶ່ງ ຍັງລັກລອກຊຂຸດຄົ້ນແຮ່ຄຳ ເຊິ່ງກໍເປັນປາກົດການຫຍໍ້ທໍ້ອັນໜຶ່ງທີ່ເກີດຂຶ້ນແກ່ຍາດມາດົນນານ.

ຕໍ່ກັບບັນຫາດັ່ງກ່າວ, ຄະນະພັກ ອຳນາດປົກຄອງແຂວງ ແລະ ເມືອງ ພູກູດ ກໍໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາ ເປັນຕົ້ນແມ່ນໄດ້ສຶກສາອົບຮົມການເມືອງແນວຄິດ ນໍາເອົາ ແນວທາງນະໂຍບາຍບັນຫານິທິກຳ ທີ່ກ່ຽວຂອງຂອງພັກ ຂອງລັດ ເຜີຍແຜ່ຜົນຮ້າຍ ຂອງການຂຸດຄົ້ນແຮ່ຄຳ ດ້ວຍຫຼາຍຮູບແບບ ຫຼາຍຄັ້ງຢ່າງຕໍ່ເນື່ອງ ພ້ອມທັງເອົາໃຈໃສ່ ຕິດຕາມກວດກາ ເມື່ອພົບເຫັນບຸກຄົນ ທີ່ລັກລອບຄົ້ນຄົ້ນແຮ່ຄຳ ກໍໄດ້ນຳມາແກ້ໄຂຕາມຂະບວນການດ້ານກົດໝາຍ ພ້ອມທັງຕິດຕາມບັນດາກຸ່ມເປົ້າໝາຍ ແຕ່ຍ້ອນປະຊາຊົນສ່ວນໜຶ່ງ ທີ່ມີແນວຄິດ ຢາກໄດ້ຈົນລືມຄຳນຶງເຖິງ ບັນຫາທີ່ຈະເກີດຂຶ້ນຕາມມາ.

ຕົກມາຮອດວັນທີ 18 ກໍລະກົດ 2021 ເວລາ 14: 00 ໂມງ ໄດ້ຮັບການລາຍງານວ່າ ເກີດມີດິນຍຸບທັບປະຊາຊົນ ທີ່ຮັກລອບຂຸດຄຳ ເມື່ອເປັນເຊັ່ນັ້ນ ຄຳນະພັກ ອຳນາດການປ້ອງຄອງເມືອງພູກູດ ກໍໄດ້ຈັດກອງປະຊຸມ ປຶກສາຫາລື ໄດ້ມອບໝາຍໃຫ້ຕາງໜ້າການນຳ ຂອງເມືອງ ສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ລົງກວດກາສະຖານທີ່ຕົວຈິງ ເຫັນວ່າ ມີມູນຄວາມຈິງ.

ຜ່ານການເກັບກຳຂໍ້ມູນ ຜູ້ທີ່ຖືກເຄາະຮ້າຍໃນຄັ້ງນີ້ ມີຈຳນວນ 7 ຄົນ ຍິງ 1 ຄົນ ທັງໝົດແມ່ພົນລະເມືອງ ຂອງເມືອງພູກູດ ກໍຄືປະຊາຊົນບ້ານໂຈຍ 5 ຄົນ, ບ້ານ ບົງ 1 ຄົນ, ບ້ານເມືອງເສັງ 1ຄົນ.

ຕໍ່ກັບສະພາບບັນຫາ ດັ່ງກ່າວ, ຈິດໃຈ ທາງຄອບຄົວຜູ້ທີ່ຖືກເຄາະຮ້າຍ ສະເໜີ ຢາກຂຸດຄົ້ນ ຫາຜູ້ທີ່ສູນຫາຍອອກມາ  ເມື່ອເປັນເຊັ່ນນັ້ນການນຳເມືອງກໍໄດ້ຈັດຕັ້ງ ປະຊຸມປຶກສາຫາລື ຫຼາຍຄັ້ງຢ່າງກົງໄປກົງມາ ພ້ອມທັງໄດ້ ຂໍທິດຊີ້ນຳຈາກແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ລົງມາສົມທົບກັບເມື່ອ ເພື່ອພ້ອມກັນປະເມີນສະພາບການໂຕຈິງ ຄາດວ່າຜູ້ທີ່ຖືກເຄາະຮ້າຍ ຈະບໍ່ສາມາດຂຸດຄົ້ນອອກມາໄດ້ ເນື່ອງຈາກວ່າ ສະພາບຂອງພື້ນທີ່ເປັນພື້ນທີ່ສູງ ແລະ ດິນຍຸບໂຕເປັນບໍລິເວນກ້ວາງ ມີຄວາມສ່ຽງສູງ ທີ່ຈະເກີດອຸບັດຕິເຫດເກີດຂຶ້ນຕື່ມ ແລະ ຍັງຈະມີຜົນກະທົບ ຊັບພະຍາກອນທຳມະຊາດ ສິ່ງແວວລ້ອມ ແລະ ສັງຄົມ ເປັນຕົ້ນແມ່ນ ຢູ່ໃກ້ບ່ອນທຳການຜະລິດຂອງພໍ່ແມ່ປະຊາຊົນ ແລະ ຈະສ້າງຄວາມບໍ່ສະຫງົບຢູ່ໃນສັງຄົມ ຕໍ່ສະພາບການດັ່ງກ່າວ ຂ້າພະເຈົ້າ ຜູ້ຕ່າງໜ້າໃຫ້ການນຳ ຂອງເມືອງ ຂໍສະແດງຄວາມເສຍໃຈ ມາຍັງຄອບຄົວຜູ້ທີ່ຖືກເຄາະຮ້າຍ ຈາກເຫດການໃນຄັ້ງນີ້ ຕໍ່ເຫດການດັ່ງກ່າວ ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ຄອບຄົວຜູ້ທີ່ຖືກເຄາະຮ້າຍ ຈົ່ງເຂົ້າໃຈຕໍ່ເຫດຜົນ ແລະ ຄວາມຈຳເປັນ ຂອງເຫດການທີ່ເກີດຂຶ້ນໃນຕົວຈິງ.

ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນໃນທົ່ວແຂວງ ຊຽງຂວາງ ໂດຍສະເພາະພໍ່ແມ່ປະຊາຊົນເມືອງພູກູດ ໃຫ້ຢຸດເຊົາໃນການລັກລອບຂຸດຄົ້ນ ແຮ່ຄຳທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອອບໍ່ໃຫ້ເກີດເຫດການ ການສູນເສຍ ແບບນີ້ຂຶ້ນອີກ.

LEAVE A REPLY

Please enter your comment!
Please enter your name here