ເຂື່ອນໄຟຟ້ານໍ້າອູ1 ປະກາດລະບາຍນໍ້າ ວັນທີ 23/07/2021

0
1771

ບໍລິສັດໄຟຟ້ານ້ຳອູຈຳກັດ-ໂຄງການເຂື່ອນໄຟຟ້ານ້ຳອູ1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 ແລະ ໄດ້ອອກແຈ້ງການຄວາມປອດໄພ ໃນລະດັບການແຈ້ງເຕືອນສີຟ້າ ເຖິງອົງການປົກຄອງເມືອງປາກອູ ແຂວງຫຼວງພະບາງ ທັງພາກລັດ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ລຸ່ມເຂື່ອນໄຟຟ້ານ້ຳອູ1 ເຊີ່ງທາງເຂື່ອນໄດ້ແຈ້ງເຕືອນໃຫ້ຊາບກ່ຽວກັບສິ່ງທີ່ຄວນລະວັງ ແລະ ເລື່ອງຄວາມປອດໄພ ດັ່ງນີ້:

-ເມື່ອທາງເຂື່ອນໄດ້ທຳການປ່ອຍນ້ຳ ຄວນຢຸດການເດີນເຮືອ, ຫາປາ, ລາກໄມ້ ແລະສິ່ງອື່ນໆຕາມລຳນ້ຳອູຢ່າງເດັດຂາດ.

-ເມື່ອເວລາເຂື່ອນປ່ອຍນ້ຳອອກ, ຜູ້ທີ່ບໍ່ກ່ຽວຂ້ອງກະລຸນາຢ່າງຫ່າງຈາກນ້ຳອູ.

-ອຳນາດການປົກຄອງຂອງແຕ່ລະບ້ານ ຕ້ອງແຈ້ງໃຫ້ແຕ່ລະຄອບຄົວມີສະຕິເຝົ້າລະວັງນ້ຳຖ້ວມ, ພ້ອມທັງແນະນຳບອກສອນໃຫ້ເດັກນ້ອຍຫ້າມລົງຫຼິ້ນນ້ຳ ແລະຫ້າມຈັບປາເດັດຂາດ.

-ກ່ອນຂ້າມຂົວ ຄວນເບີ່ງໃຫ້ແນ່ໃຈວ່າມີຄວາມປອດໄພ, ຫ້າມເຂົ້າໄປໃນພື້ນທີ່ມີຄວາມເຊາະເຈື່ອນ ແລະດິນເຈື່ອນທີ່ເປັນອັນຕະລາຍໂດຍເດັດຂາດ.

-ຍັບຍ້າຍສັບສິນໄປສະຖານທີ່ທີ່ປອດໄພ.

-ຖ້າຫາກມີສັນຍານອັນຕະລາຍ, ການຈັດຕັ້ງບ້ານຕ້ອງແຈ້ງ ແລະ ຍົກຍ້າຍປະຊາຊົນໄປພື້ນທີ່ສູງ ເມື່ອເວລາເກີດນ້ຳຖ້ວມ ກະລຸນາອອກຈາກທີ່ຢູ່ອາໄສຂອງທ່ານຢ່າງໄວວາ ເພື່ອຍົກຍ້າຍໄປບ່ອນທີ່ປອດໄພ​ ແລະ ເລີ່ມປະຕິບັດການຊ່ວຍເຫຼືອຕົນເອງ ໃນຂະນະທີ່ລໍຖ້າການຊ່ວຍເຫຼືອຈາກທາງນອກ.

LEAVE A REPLY

Please enter your comment!
Please enter your name here