ແຂວງບໍລິຄຳໄຊ ກຽມພ້ອມ ສູນກັກກັນແຮງງານລາວກັບຄືນປະເທດ

0
1423

ບໍລິຄຳໄຊ ກຽມພ້ອມ ສູນກັກກັນແຮງງານລາວກັບຄືນປະເທດ

ຕາມ ຂປລ ລາຍງານ: ແຫລ່ງຂ່າວຈາກແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍລິຄຳໄຊ ມີແຜນປັບປຸງ, ສ້ອມແປງ ໂຮງຮຽນນາຍ 10 ປກສ ຊັນຕົ້ນເລກ 4 ບ່ອນທີ່ມີການເປເພ ແລະ ຕໍ່ເຕີມບາງສ່ວນ ພ້ອມອຳນວຍຄວາມສະດວກໃນດ້ານຕ່າງໆ ເປັນຕົ້ນແມ່ນ ຕຽງນອນ, ຫ້ອງນ້ຳ, ອຸປະກອນໃຊ້ແຕ່ງກິນ ແລະ ອື່ນໆ ເພື່ອຈະນຳໃຊ້ເປັນບ່ອນຮອງຮັບແຮງງານລາວທີ່ເດີນທາງກັບຄືນປະເທດ ທີ່ມີຄວາມສ່ຽງຈາກການຕິດເຊື້ອຂອງພະຍາດໂຄວິດ-19 ໃຫ້ພຽງພໍ ແລະ ຄາດວ່າຈະໄດ້ເປີດນຳໃຊ້ໃນໄວໆນີ້.

ໃນຕອນບ່າຍວັນທີ 23 ກໍລະກົດ ຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພ້ອມຫົວໜ້າຄະນະສະເພາະກິດຂັ້ນແຂວງ-ເມືອງ ລົງຕິດຕາມສູນກັກກັນໂຄວິດ-19 ຂອງແຮງງງານລາວທີ່ກັບຄືນປະເທດ ຢູ່ສູນກັກກັນໂຮງຮຽນບ້ານໄຊມຸງຄຸນ, ປັດຈຸບັນທົ່ວແຂວງ ມີສູນກັກກັນທັງໝົດ 17 ສູນ.

ໃນນັ້ນ ເມືອງປາກຊັນ ຍັງເຫລືອແຮງງານທີ່ຢູ່ສູນເມືອງປາກຊັນ 47 ຄົນ, ເມືອງທ່າພະບາດ 5 ຄົນ, ບໍລິຄັນ 7 ຄົນ, ປາກກະດິງ 67 ຄົນ, ຄຳເກີດ 107 ຄົນ ແລະ ເມືອງວຽງທອງ 1 ຄົນ. ມາຮອດປັດຈຸບັນ, ທົ່ວແຂວງກວດພົບເຊື້ອພະຍາດໂຄວິດ-19 ຈາກແຮງງານທີ່ເດີນທາງກັບມາຈາກປະເທດໃກ້ຄຽງ ຕິດເຊື້ອ 6 ກໍລະນີ ແລະ ຍັງລໍຖ້າຜົນກວດ 30 ຄົນ.

ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະສະເພາະກິດ ຍັງໄດ້ລົງເບິ່ງໂຮງຮຽນນາຍ 10 ປກສ ຊັນຕົ້ນເລກ 4 ທີ່ຈະນຳໃຊ້ເປັນບ່ອນຮອງຮັບແຮງງານກຸ່ມທີ່ມີຄວາມສ່ຽງຈາກການຕິດເຊື້ອຂອງພະຍາດໂຄວິດ-19 ຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here