ໄພພິບັດໃນໄລຍະ ເດືອນມິຖຸນາ-ກໍລະກົດ 2021 ຄາດ​ ຄະເນຄວາມເສຍຫາຍເບື້ອງຕົ້ນ 183 ຕື້ກວ່າກີບ

0
1346

ຕາມລາຍງານຂອງວິທະຍຸກະຈາຍສຽງແຫ້ງຊາດລາວ ໃຫ້ຮູ້ວ່າ: ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ປະຈຳການ ຄະນະກຳ​ມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານສະພາບໄພພິບັດທີ່ເກີດຂຶ້ນ ໃນໄລຍະ ເດືອນມິຖຸນາ​-ກໍລະກົດ 2021 ໃນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ ຄັ້ງວັນທີ 26-27 ກໍລະກົດ 2021 ນີ້ວ່າ: ສປປ ລາວ ກໍໄດ້ຮັບຜົນກະທົບຈາກລົມພະຍຸໝຸນເຂດ​ຮ້ອນ ໂຄກູມະ ແລະ ເຈີມປາກາ ທີ່ພັດຜ່ານເຂົ້າມາ ອັນໄດ້ເຮັດໃຫ້ເກີດມີຟ້າລົມຝົນຕົກ ໃນຂອບເຂດທົ່ວປະເທດ, ໂດຍສະເພາະເກີດມີນໍ້າຖ້ວມ ຢູ່ 4 ແຂວງ ຄື: ແຂວງໄຊຍະບູລີ, ບໍ່ແກ້ວ, ຫລວງພະບາງ, ຫລວງນໍ້າທາ, ເຊິ່ງສົ່ງຜົນກະທົບໂດຍກົງໃສ່ 18 ເມືອງ, 218 ບ້ານ, 3.608 ຄອບ ຄົວ, 15.012 ຄົນ, ຍິງ 7.533 ຄົນ, ເຮັດໃຫ້ມີຄົນບາດເຈັບ 4 ຄົນ, ເສຍຊີວິດ 2 ຄົນ, ເຮືອນເສຍຫາຍ 60% ຂຶ້ນໄປ 38 ຫລັງ, ເສຍຫາຍບາງສ່ວນ 2.305 ຫລັງ, ເນື້ອທີ່ທໍາການຜະລິດຖືກເສຍຫາຍ 1.197 ຮຕ, ຊົນລະປະມານ 71 ແຫ່ງ, ທາງ 25 ເສັ້ນ ແລະ 19 ຈຸດ ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນ 183 ຕື້ກວ່າກີບ.

ສ່ວນຜົນກະທົບຈາກ ພະຍຸເຈີມປາກາ ທີ່ເກີດຂຶ້ນ ໃນລະຫວ່າງ ວັນທີ 18-21 ມິຖຸນາ 2021 ໄດ້ເຮັດໃຫ້ເກີດນໍ້າຖ້ວມ ຢູ່ 2 ແຂວງ ຄື: ແຂວງຫລວງນໍ້າທາ ແລະ ຫລວງພະບາງ, ເຊິ່ງແຂວງຫລວງນໍ້າທາ ໄດ້ຮັບຜົນກະທົບຫລາຍກວ່າໝູ່ ຢູ່ 3 ເມືອງ ຄື: ເມືອງລອງ, ຫລວງນໍ້າທາ ແລະ ວຽງພູຄາ, ມີ 31 ບ້ານ, 149 ຄອບຄົວ, ເສຍຊີວິດ 1 ຄົນ (ດິນຖະຫລົ່ມທັບ), ດິນເຊາະເຈື່ອນເຮືອນເສຍຫາຍເປ່ເພ 14 ຫລັງ ເນື້ອທີ່ທໍາການຜະລິດ 150 ເຮັກຕາ, ຊົນລະ​ປະທານ ປະມານ 70 ແຫ່ງ, ເສັ້ນທາງເລກທີ 17B ຖືກເຊາະເຈື່ອນ, ເສັ້ນທາງເລກທີ 17B ຖືກນໍ້າເຊາະເຈື່ອນ 5 ຈຸດ, ບາງຈຸດແມ່ນລົດບັນທຸກໜັກບໍ່ສາມາດແລ່ນຜ່ານໄດ້. ສຳລັບແຂວງຫລວງພະບາງ ແມ່ນໄດ້ຮັບຜົນກະ ທົບເລັກນ້ອຍມີນ້ຳໄຫລຊຸເຂົ້າ 3 ບ້ານ ຢູ່ໃນຕົວເມືອງນະຄອນຫລວງພະບາງ ຄື: ບ້ານ ພິກໃຫຍ່, ບ້ານ ຊຽງລ້ວມ ແລະ ບ້ານ ກົກງິ້ວ.

ສ່ວນການຊ່ວຍເຫລືອຕອບໂຕ້ສຸກເສີນ, ທາງອຳນາດການປົກ ຄອງທ້ອງຖິ່ນ ກໍໄດ້ໃຊ້ພາຫະນະ ແລະ ກຳລັງພົນ ຈາກກອງບັນຊາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊາວໜຸ່ມຂອງແຂວງ ແລະ ເມືອງ ຈຳນວນໜຶ່ງໄປຍົກຍ້າຍປະຊາຊົນ, ຂົນເຄື່ອງຂອງທີ່ຈຳເປັນໄປໄວ້ໃນບ່ອນທີ່ປອດໄພ, ພ້ອມທັງຊີ້ນໍາໃຫ້ແຂວງ ນໍາໃຊ້ເຂົ້າທີ່ກະຊວງໄດ້ຈັດສົ່ງໄປຕາມແຜນແບ່ງປັນໃຫ້ແຕ່ລະແຂວງແລ້ວ, ເຊິ່ງແຂວງຫລວງນໍ້າທາ 120 ໂຕນ ແລະ ຫລວງພະບາງ 105 ໂຕນ, ພ້ອມທັງໃຫ້ການຊ່ວຍ​ເຫລືອສຸກເສີນເງິນ 350 ລ້ານກີບ, ເຄື່ອງອຸປະໂພກ- ບໍລິໂພກ ລວມມູນຄ່າ 170 ລ້ານກີບ.ພ້ອມກັນນີ້, ທາງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຍັງໄດ້ແຈ້ງເຕືອນ ກ່ຽວກັບສະພາບອາກາດ ຈາກພະຍຸ ເຈິມປາກາ ແມ່ນໄດ້ມີກຳລັງລົມອ່ອນລົງກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງ ແລະ ຍັງສືບຕໍ່ໃຫ້ມີຝົນຕົກ ຢູ່ໃນຂອບເຂດທົ່ວປະເທດ ເຊິ່ງຈະເຮັດໃຫ້ລະດັບແມ່ນໍ້າຂອງ ແລະ ແມ່ນໍ້າສາຂາເພີ່ມສູງຂຶ້ນ, ໂດຍສະເພາະບັນ ດາແຂວງພາກກາງ ແລະ ພາກໃຕ້ ຈະຕ້ອງໄດ້ຕິດຕາມ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ສິດ.

ດ້ວຍຄວາມເປັນຫວ່ງເປັນໄຍຈາກສູນກາງ ພັກ-ລັດຖະບານ ເພື່ອຮັບປະກັນໃຫ້ຊີວິດ ແລະ ຊັບສິນ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບການປົກປ້ອງ ແລະ ມີຄວາມປອດໄພ ພ້ອມທັງໄດ້ຮັບການຊ່ວຍເຫລືອຮີບດ່ວນທັນການ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຊີ້ນຳຄະນະກຳມະ ການຄຸ້ມຄອງໄພພິບັດແຕ່ລະຂັ້ນ ຕິດຕາມສະພາບດີນຟ້າອາກາດ ທີ່ລາຍງານແຕ່ລະວັນເປັນປົກກະຕິ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພ້ອມນັ້ນ, ຍັງໄດ້ອອກແຈ້ງການ ໃຫ້ບັນດາພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ກະກຽມດ້ານກຳລັງພົນ, ເຂົ້າກິນ, ເຕັ້ນ, ເຮືອ ແລະ ຈຸດປອດໄພ ທີ່ຈະຍົກຍ້າຍປະຊາຊົນໄປຢູ່ຊົ່ວຄາວ ໃຫ້ຮັບປະກັນ ແລະ ທັນກັບສະພາບການ.

ສຳລັບຂັ້ນສູນກາງ ແມ່ນໄດ້ຮ່ວມມືກັບຄູ່ຮ່ວມພັດທະນາສາກົນ ກະກຽມຄວາມພ້ອມ ເປັນຕົ້ນແມ່ນເຂົ້າກິນ ຈາກຄັງແຮເຂົ້າອາຊຽນ+3 (AFTERR+3) ແລະ ອົງການອາຫານໂລກ ມີເຂົ້າແຮຢູ່ສາງຂອງກະຊວງ ຫລັກ 17 ຈໍານວນ 1.320 ໂຕນ ຫາກເກີດຜົນກະທົບທີ່ຮ້າຍແຮງຈາກໄພພິບັດ ຢູ່ແຂວງໃດ ກໍສາມາດປະສານສົມທົບຮ່ວມກັນລົງໄປປະເມີນຜົນເສຍຫາຍ ແລະ ຈັດສົ່ງໃຫ້ແຂວງນັ້ນໂດຍໄວ.ຂ່າວ: ກະຊວງ ຮສສ

LEAVE A REPLY

Please enter your comment!
Please enter your name here