ມາຮູ້ກ່ຽວກັບຂໍ້ມູນ ຂອງສະຖານີລົດໄຟ ລາວ-ຈີນ ທີ່ຈະເປີດໃຫ້ບໍລິການໄວໆນີ້.
ຕາມການລາຍານຂອງ Laos – China Railway Company: ສະຖານີຂອງທາງລົດໄຟລາວ-ຈີນ ມີທັງໝົດ 11 ແຫ່ງ, ເຊິ່ງຈະເປີດນຳໃຊ້ກ່ອນ 10 ແຫ່ງຄື: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງຈັນ; ໃນນັ້ນ, ສະຖານີທີ່ໃຫຍ່ທີ່ສຸດແມ່ນ ສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ.
![](https://tholakhong.com/wp-content/uploads/2021/07/225942225_4200585916692490_7626023452775403858_n.jpg)
ເຊິ່ງທັງ 10 ສະຖານີທີ່ກ່າວມາ ນອກຈາກສະຖານີບໍ່ເຕັນ, ສະຖານີນາໝໍ້, ສະຖານີເມືອງງາ ແລະ ສະຖານີນະຄອນຫຼວງ ທີ່ເປັນສະຖານີຂົນສົ່ງຜູ້ໂດຍສານຢ່າງດຽວແລ້ວ ທີ່ເຫຼືອແມ່ນຈະເປັນທັງສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ.
![](https://tholakhong.com/wp-content/uploads/2021/07/225832825_4200585983359150_1956556136499053580_n.jpg)
ການກໍ່ສ້າງອາຄານສະຖານີຂອງທາງລົດໄຟ ແມ່ນຈະມີຮູບຊົງປະສົມປະສານລະຫວ່າງວັດທະນະທຳ ແລະ ສະຖາປັດຕະຍະກຳ ຂອງລາວ ແລະ ຈີນ ໂດຍໃນອາຄານສະຖານີນອກຈາກຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂື້ນລົດໄຟແລ້ວຍັງມີຮ້ານເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໄວ້ຄອຍໃຫ້ບໍລິການທຸກທ່ານ.