ຜູ້ທີ່ມີດິນຢູ່ແຄມຂອງພາຍໃນເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ບໍ່ຄວນໂອນກໍາມະສິດການນໍາໃຊ້ທີ່ດິນໃນໄລຍະນີ້

0
1287

ຕາມ Lao National Radio ລາຍງານ: ໃນໂອກາດໃຫ້ສໍາພາດຜ່ານລາຍການ ຍົກບັນຫາມາສົນທະນາ ທາງວິ ທະຍຸກະຈາຍສຽງແຫ່ງຊາດ ເມື່ອບໍ່ດົນມານີ້ ທ່ານ ພຸດທະເສນ ສິນທະວົງ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ຮຽກຮ້ອງມາຍັງຜູ້ທີ່ມີດິນຢູ່ແຄມຂອງຂອງ 2 ເມືອງພາຍໃນນະຄອນຫຼວງ ວຽງຈັນ ຄື: ເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ທີ່ນອນຢູ່ໃນໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ II ບໍ່ຄວນໂອນກໍາມະສິດການນໍາໃຊ້ທີ່ດິນ ຫລື ມີການຊື້-ຂາຍ ທີ່ດິນເທື່ອໃນໄລຍະນີ້ ເນື່ອງຈາກໂຄງການດັ່ງກ່າວຈະເລີ່ມລົງມືຈັດຕັ້ງປະຕິບັດພາຍໃນຕົ້ນປີ 2021.

ທ່ານກ່າວວ່າ: ຕາມການສໍາຫລວດຂໍ້ມູນໃນເບື້ອງຕົ້ນ ໂຄງການນີ້ຈະສົ່ງຜົນກະທົບຕໍ່ເນື້ອທີ່ດິນຂອງປະຊາຊົນ 111 ຕອນ. ໃນນີ້ ສະເພາະດິນທີ່ຖືກຜົນກະທົບຈາກການກໍ່ສ້າງສວນສາທາລະນະຢູ່ບ້ານແກ້ງຍາງ ມີຫລາຍກວ່າ 50 ຕອນ. ຢ່າງໃດກໍ່ຕາມ ຜົນກະທົບຂອງໂຄງການນີ້ຈະໄດ້ເກັບກໍາອີກຄັ້ງໃຫ້ລະອຽດກວ່າເກົ່າເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນກ່ອນຈະເລີ່ມລົງມືກໍ່ ສ້າງຕົວຈິງໃນຕົ້ນປີໜ້າ. ດັ່ງນັ້ນ ຜູ້ທີ່ມີດິນຢູ່ແຄມຂອງພາຍໃນສອງເມືອງດັ່ງກ່າວບໍ່ຄວນມີການໂອນກໍາມະສິດການນໍາໃຊ້ທີ່ດິນ ຫລື ມີການຊື້-ຂາຍ ທີ່ດິນເທື່ອໃນໄລຍະນີ້ ເພາະຈະສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ຄະນະຮັບຜິດຊອບໂຄງການໃນການຊົດເຊີຍຜົນເສຍຫາຍທີ່ເກີດຂຶ້ນ.

ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງ ຈັນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ຄະນະຮັບຜິດຊອບໂຄງການ ໄດ້ເຊີນເອົາພາກສ່ວນທີ່ກ່ຽວຂ້ອງ, ໃນນີ້ ລວມທັງບັນດານາຍບ້ານທີ່ຢູ່ລຽບຕາມແຄມຂອງຂອງເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ມາປະຊຸມເພື່ອຮັບຟັງການເຜີຍແຜ່ກ່ຽວກັບເຫດຜົນ ແລະ ຜົນປະ ໂຫຍດລວມຂອງໂຄງ ການ ເພື່ອນໍາໄປເຜີຍແຜ່ຕໍ່ໃຫ້ປະຊາຊົນພາຍໃນບ້ານຂອງຕົນຮັບຮູ້ ແລະ ໃຫ້ການຮ່ວມມືນໍາລັດ ຖະບານ. ນອກຈາກນີ້ ໃນອີກບໍ່ດົນນີ້ ຄະນະຮັບຜິດ ຊອບໂຄງການຈະລົງໄປສົມທົບກັບອົງການປົກຄອງເມືອງທີ່ກ່ຽວຂ້ອງເພື່ອລົງເຜີຍແຜ່ໃຫ້ປະຊາຊົນຢູ່ບັນດາບ້ານທີ່ຢູ່ລຽບແຄມຄອງໃຫ້ຮັບຮູ້ອີກຄັ້ງກ່ຽວກັບໂຄງການດັ່ງກ່າວ.

ໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ II ປະ ກອບມີ 4 ໜ້າວຽກສໍາຄັນ ຄື:

1). ຍົກລະດັບຄູປ້ອງກັນນໍ້າ ແລະ ກໍ່ສ້າງລະບົບປ້ອງກັນຕະຝັ່ງແຕ່ຫລັກ 3 ຫາ ຫລັກ 4 ເມືອງສີສັດຕະນາກ ມີຄວາມຍາວປະ ມານ 0,97 ກິໂລແມັດ ແລະ ກໍ່ສ້າງລະບົບປ້ອງກັນຕະຝັ່ງບໍ່ໃຫ້ມີການເຊາະເຈື່ອນ ມີຄວາມຍາວທັງໝົດ 8,36 ກິໂລ ແມັດ ຈາກ ຫລັກ 4 ຫາ ບ້ານ ຫາດດອກແກ້ວ, ເມືອງ ຫາດຊາຍຟອງ.

2). ກໍ່ສ້າງສວນສາທາ ລະນະຢູ່ເຂດບ້ານແກ້ງຍາງ ໃຫ້ເຊື່ອມຈອດກັນໄດ້ລະ ຫວ່າງໂຄງການໄລຍະທີ I ແລະ ທີ II ຈົນຮອດບ້ານຫາດດອກແກ້ວ, ເມືອງຫາດຊາຍຟອງ ໃນເນື້ອທີ່ປະມານ 4 ເຮັກຕາ ເຊີ່ງປະກອບດ້ວຍ: ເສັ້ນທາງຍ່າງຊົມວີວ ແລະ ຊົມຕາເວັນຕົກດິນ, ສວນກິລາກາງ ແຈ້ງ ແລະ ຈຸດທ່ອງທ່ຽວທໍາມະຊາດທີ່ເຊື່ອມຈອດກັບຕົວເມືອງໄດ້.

3). ຍົກລະດັບເສັ້ນທາງຕາມຄູປ້ອງກັນນໍ້າຖ້ວມໃນໂຄງການໄລຍະທີ I ແຕ່ບ້ານອຸໂມງ ຫາ ບ້ານເກົ້າລ້ຽວ, ເມືອງສີໂຄດຕະບອງ, ມີຄວາມຍາວ 4,4 ກິ ໂລແມັດ ລຽບຕາມແຄມຂອງ.

4). ກໍ່ສ້າງເສັ້ນ ທາງຍ່າງຊົມທໍາມະຊາດ ແລະ ອອກກໍາລັງກາຍລຽບຕາມແຄບຂອງຈາກ ຫລັກ 3 ຫາ ຫລັກ 4 ເມືອງສີສັດຕະນາກ ມີຄວາມຍາວປະມານ 0,97 ກິໂລ ແມັດ ເພື່ອເຊື່ອມກັບໂຄງການໄລຍະທີ I.

LEAVE A REPLY

Please enter your comment!
Please enter your name here