ຈັບກຸ່ມຜູ້ຄ້າຢາເສບຕິດ 3 ຄົນ ພ້ອມຢາບ້າລວມ 11.379 ເມັດ

0
881

ຕາມການລາຍງານ ຂອງເພສຂ່າວ ສະຫວັນພັດທະນາ ຂ່າວ ໃຫ້ຮູ້ວ່າ:ໃນວັນທີ 23 ກໍລະກົດ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງພີນ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ກໍລະກົດ 2021 ມີພົນ ລະເມືອງດີໄດ້ໂທມາແຈ້ງຕໍ່ເຈົ້າ ໜ້າທີ່ວ່າ: ມີຄົນບໍ່ດີຈຳນວນໜຶ່ງ ກຳລັງເຄື່ອນໄຫວຄ້າ-ຂາຍຢາ ເສບຕິດ(ຢາບ້າ) ແລະ ມົ້ວສຸມຢາ ເສບຕິດຢູ່ບ້ານພີນ, ເມືອງພີນ, ແຂວງສະຫວັນນະເຂດ ຈາກນັ້ນ, ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດບໍລິການປະຊາຊົນ (ປກສ ກຸ່ມບ້ານທີ 04) ແລະໄດ້ແຕ່ງຕັ້ງ ພະນັກງານລົງສັນລະສູດແຫຼ່ງ ຂ່າວຢູ່ທີ່ຢູ່ຈຸດດັ່ງກ່າວ ເຊິ່ງເຫັນວ່າ ມີມູນຄວາມຈິງແທ້.

ພໍມາຮອດເວລາປະມານ 12 ໂມງ 05 ນາທີ ຂອງວັນດຽວກັນ ຈິ່ງໄດ້ນໍາກຳລັງ ເຂົ້າກັກຕົວເປົ້າໝາຍ 01 ຄົນຊື່ ທ້າວ ລໍາ ອາຍຸ 23 ປີ, ອາຊີບເຮັດນາ, ຢູ່ບ້ານມະລົວ, ເມືອງພີນ ພ້ອມຂອງກາງຢາບ້າຈໍານວນ 9.000 ເມັດ, ໂທລະສັບຍີ່ຫໍ້ອອບ ໂປ້ສີດຳ 1 ໜ່ວຍ, ເງິນກີບທະນາ ຄານ 11,8 ລ້ານກີບ ແລະ ລົດ ຈັກຍີ່ຫໍ້ YAMAHA ລຸ້ນເອັມສະ ແລັດສີດຳ 1 ຄັນ.

ຫຼັງຈາກນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະຈິ່ງ ໄດ້ຂະຫຍາຍຜົນຈັບກຸມຜູ້ຮ່ວມ ຂະບວນການ ຈົນມາຮອດເວລາ ປະມານ 12 ໂມງ ຂອງວັນດຽວ ກັນຈິ່ງສາມາດກັກຕົວທ້າວ ລັ່ງ ອາຍຸ 41 ປີ, ອາຊີບ ເຮັດນາ, ບ້ານນາທະລັງ, ເມືອງພີນພົບ ເຫັນຂອງກາງປະເພດຢາບ້າ 1.807 ເມັດ ແລະ ຮອດເວລາ 17 ໂມງ 00 ນາທີຂອງວັນດຽວກັນ ກໍ່ສາມາດກັກຕົວເປົ້າໝາຍໄດ້ຕື່ມອີກ 1 ຄົນ ຊື່ທ້າວ ພູເງິນ ອາຍຸ 26 ປີ, ອາຊີບເຮັດນາ, ບ້ານອຸດົມໄຊ, ເມືອງພີນ ພ້ອມຂອງກາງຢາບ້າ 572 ເມັດ. ຕໍ່ກັບຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະ ຈະໄດ້ນຳຕົວຜູ້ກ່ຽວທັງ 03 ຄົນ ພ້ອມຂອງກາງຢາບ້າຈຳນວນ 11.379 ເມັດ ມາດຳເນີນການສືບ ສວນ-ສອບສວນຕາມຂັ້ນຕອນ ຂອງກົດໝາຍຕໍ່ໄປ./.

LEAVE A REPLY

Please enter your comment!
Please enter your name here