ກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ຮ່ວມກັບແຜນງານ ອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ຈັດກອງປະຊຸມທົບທວນກິດຈະກຳ ປະຈຳປີ 2021 ແລະ ວາງແຜນຈັດຕັ້ງປະຕິບັດງານປະຈຳປີ 2022

0
898

ຕາມການລາຍງານຂອງ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ: ກອງເລຂາກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 22 ກໍລະກົດ 2021 ທີ່ຜ່ານມາ ຢູ່ທີ່ ໂຮງແຮມ ລາວພຣາຊາ ໂດຍການເປັນປະທານຮ່ວມ ໂດຍ ທ່ານ ພັອ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫົວໜ້າຫ້ອງການກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານ ອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ (ASEAN-ACT) ມີຄູ່ຮ່ວມງານຈາກຂະ ແໜງການທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ແລະ ວາງແຜນບັນດາກິດຈະກຳທີ່ເປັນບູລິມະສິດສຳຄັນໃນການຕ້ານການຄ້າມະນຸດ, ການປົກປ້ອງຜູ້ຖືກເຄາະຮ້າຍໃນໄລຍະສັ້ນ ແລະ ໄລຍະຍາວ ທີ່ຈະເອົາເຂົ້າໃນແຜນງານ ອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ, ສຸມໃສ່ຍຸດທະສາດກ່ຽວກັບສິດທິຂອງຜູ້ຖືກເຄາະຮ້າຍ, ຄວາມສະເໝີພາບ, ການລວມເອົາທຸກຄົນໃນສັງຄົມ ແລະ ຍຸດທະສາດການສ້າງຄວາມອາດສາມາດ, ເພື່ອທົບທວນ ແລະ ສະທ້ອນເຖິງຄວາມເຂັ້ມແຂງຂອງຂະແໜງການຍຸຕິທຳໃນການຕອບໂຕ້ກັບການຄ້າມະນຸດ; ນອກຈາກນີ້ ກອງປະຊຸມຄັ້ງນີ້້ຍັງໄດ້ເຮັດວຽກກັບເພື່ອນຮ່ວມງານທາງໄກຜ່ານທາງອອນລາຍ ເພື່ອຊ່ວຍໃນການກຳນົດວິທີການຈັດຕັ້ງປະຕິບັດ ແລະ ແຜນງານທີ່ກ່ຽວຂ້ອງ ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງແຜນງານໃນການຕອບໂຕ້ການຄ້າມະນຸດຢ່າງມີປະສິດທິພາບໃນອະນາຄົດ; ພ້ອມດຽວກັນນັ້ນໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາຕ່າງໆ ເພື່ອກຳນົດບັນດາກິດຈະກຳທີ່ເປັນບູລິມະສິດຫຼັກ ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປະຈຳປີ 2022 ເພື່ອເອົາເຂົ້າໃນແຜນງານດັ່ງກ່າວ ແລະ ຈະນໍາເອົາໄປຈັດຕັ້ງປະຕິບັດໃນອະນາຄົດ.

LEAVE A REPLY

Please enter your comment!
Please enter your name here