ທ່ານ ພັນຄໍາ ວິພາວັນ ລົງຢ້ຽມຢາມ ແລະ ຊີ້ນຳ ການແກ້ໄຂການລະບາດ ພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ

0
1374

ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງ ສູູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ນີ້,ໃນໂອກາດນີ້ທີ່ສະໂມສອນຫຼັກ 4 ແຂວງຈໍາປາສັກ ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານ ແລະໃຫ້ການຊີ້ນໍາ, ຊຸກຍູ້ຄະນະພັກ -ອົງການປົກຄອງແຂວງ ແຂວງຈໍາປາສັກ,ສາລະວັນ,ເຊກອງ,ອັດຕະປືໃນການ ປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19.

ສະເພາະຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ລາຍງານວ່າ: ແຂວງຈໍາປາສັກໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19 ທີ່ສູນກາງວາງອອກຢ່າງເຂັ້ມງວດ.ມາຮອດວັນທີ 29 ກໍລະກົດ 2021 ນີ້ ທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 57 ຄົນ ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ, ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.618 ຄົນ,ປົວຫາຍດີແລ້ວ 755 ຄົນ,ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 3 ແຫ່ງ ຄື: ຄົນເຈັບທີ່ມີອາການໜັກແມ່ນປິ່ນປົວຢູ່ເມືອງໂພນທອງ,ຄົນເຈັບມີອາການປານກາງແມ່ນປີ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ, ສ່ວນຜູ້ຕິດເຊື້ອອາການເບົາບາງແມ່ນປິ່ນປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້.

ມາຮອດປະຈຸບັນ ( ວັນທີ 29 ກໍລະກົດ 2021 ) ມີຜູ້ຍັງສືບຕໍ່ປິນປົວ ທັງໝົດຈໍານວນ 863 ຄົນ, ສ່ວນແຮງງານລາວສະເລ່ຍເດີນທາງເຂົ້າມາປະເທດຜ່ານດ່ານສາກົນວັງເຕົ່າແຕ່ລະວັນ ປະມານ 100-200 ຄົນ, ທົ່ວແຂວງມີສູນກັກກັ້ນບໍລະເວນທັງໝົດມີຢູ່ 8 ສູນ, ມີຈໍານວນພົນທັງໝົດ 1.431 ຄົນ.

ຈາກນີ້ພະນັກງານແພດ-ໝໍ ທົ່ວແຂວງໄດ້ສຸມໃສ່ສັກວັກຊິນ (ຈອນສັນ ແອນ ຈອນສັນ) ແກ່ປະຊາຊົນຢູ່ 9 ເມືອງ, 1 ນະຄອນຢ່າງເປັນຂະບວນ ເຊິ່ງໄດ້ຮັບການແບ່ງປັນຈາກລັດຖະບານກໍຄືກະຊວງສາທາລະນະສຸກຈໍານວນ 1 ແສນ 3 ມື່ນໂດສ ເຊິ່ງເມື່ອສັກສໍາເລັດຈະກວມເອົາ 30% ຂອງພົນລະເມືອງໃນທົ່ວແຂວງ.

ພາຍຫຼັງຟັງລາຍງານແລ້ວ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ກໍໄດ້ເປັນກຽດໂອ້ລົມ ເຊິ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ອົງການປົກຄອງ ແລະຄະນະສະເພາະກິດແຕ່ລະຂັ້ນ ທີໄດ້ສຸມມານະຈິດ ເຮື່ອແຮງ ແລະທຶນຮອນ ເຂົ້າໃນການຄວບຄຸມພະຍາດໂຄວິດ-19 ຢ່າງຈິງຈັງ.

ໂອກາດນີ້, ກໍໄດ້ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຂັວນກຳລັງໃຈຂອງພັກ, ລັດຖະບານທີ່ມີຕໍ່ການປ້ອງກັນ, ຄວບຄຸມ ແລະແກ້ໄຂສະພາບການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະ ບັນດາແຂວງພາກໃຕ້.

ຈາກນີກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ -ອົງການປົກຄອງແຂວງ ກໍຄືຄະນະສະເພາະກິດແຕ່ລະຂັ້ນ ໃຫ້ສືບຕໍ່ເອົາໃຈໃສ່ໃນການຄວບຄຸມພະຍາດໂຄວິດ-19 ໃຫ້ແຂງແຮງກ່ວາເກົ່າ.

ຖືເອົາການປະຕິບັດມາດຕະການທີ່ສູນກາງພັກ,ລັດຖະບານ ແລະ ແຂວງວາງອອກຢ່າງເຂັ້ມງວດ ແລະເປັນເຈົ້າການຂອງທົ່ວປວງຊົນ, ສືບຕໍ່ປຸກລະດົມກຳລັງແຮງຂອງສັງຄົມສາມັກຄີກັນປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໂອກາດມາຢ້ຽມຢາມ ແລະຊີ້ນໍາ,ຊຸກຍູ້ວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະຍັນດາແຂວງພາກໃຕ້ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນ ໃຫ້ແຂວງຈໍາປາສັກຈໍານວນ 450 ລ້ານກີບ.ແຂວງສາລະວັນ,ເຊກອງ ແລະ ແຂວງອຫດຕະປືແຂວງລະ 150 ລ້ານກີບ.ເພື່ອນໍາໃຊ້ເຂົ້າໃນດານຄວບຄຸມ ແກ້ໄຂການລະບາດພະຍາດໂຄວິດ- 19 . ຈາກນີ້ກໍໄດ້ໄປຢ້ຽມຢາມໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ເພື່ອເປັນການຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈແກ່ພະນັກງານແພດໝໍ ແລະຜູ້ຕິດເຊື້ອໂຄວິດ 19 ທີ່ກຳລັງພະຍາບານຕົວຢູ່. ຕິດຕາມນາຍົກລັດຖະມົນຕີຢ້ຽມຢາມ ແລະຊີ້ນໍາ,ຊຸກຍູ້ວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ.ຍັງມີລັດຖະມົນຕີກະຊວງການເງິນ,ລັດຖະມົນຕີກະຊວງສາທາລະນະສຸກ,ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here