ສຸນິສາ ລີ ຄົນມົ້ງ-ອາເມລິກາ ຍາດໄດ້ຫຼຽນຄຳໂອລິມປິກ2020

0
1412

ສຸນິສາເຮັດສຳເລັດ! ຂໍສະແດງຄວາມຍິນດີນຳ ສຸນິສາ “ສຸນິ” ລີ ທີ່ຄວ້າຫຼຽນຄຳປະເພດລວມອຸປະກອນ ໃນການແຂ່ງຂັນກິລາຍິມນາສຕິກຍິງ ໃນອາຍຸພຽງ 18 ປີ, ສຸນິສາ ແມ່ນຄວາມພາກພູມໃຈ ຂອງຄົນມົ້ງອາເມລິກາ ເຊິ່ງພໍ່ແມ່ ຂອງລາວໄດ້ຍ້າຍຈາກ ສປປ ລາວ ເມື່ອຄາວຍັງນ້ອຍ ໄປທີ່ປະເທດສະຫະລັດ, ແລະ ສຸນິສາ ແມ່ນຄົນມົ້ງ-ອາເມລິກາ ທີ່ເປັນນັກກິລາຍິມນາສຍິງຄົນທຳອິດ.

ບັນດາໝູ່ ແລະ ຄອບຄົວ ຂອງລາວ ຢູ່ລັດມິນິໂຊຕາ ລວມທັງທຸກໆຄົນ ທີ່ສະຫະລັດອາເມລິກາ ມີຄວາມພາກພູມໃຈ ຕໍ່ກັບນາງທີ່ສຸດ ໝູ່ໆລາວໄດ້ກ່າວວ່າ: “ສິ່ງທີ່ລາວປະສົບຜົນສຳເລັດ ສະແດງໃຫ້ເຫັນສິ່ງທີ່ເປັນໄປໄດ້ຢູ່ທີ່ນີ້ ໃນສະຫະລັດອາເມລິກາ”

ສຸນິສາ ມີຄວາມສາມາດໃນການແຂ່ງຂັນໂດດຫ້ອຍໂຫນຮາວ ທີ່ຍາກທີ່ສຸດໂດຍເຮັດຄະແນນ ໄດ້ 6.8 ຖືເປັນຄະແນນສູງທີ່ສຸດໃນໂລກ ຈົນສາມາດຄວ້າແຊ້ມລາຍການຍິງດີເດັ່ນທີ່ໂຕກຽວ ໃນວັນທີ 29 ກໍລະກົດຜ່ານມາ ນຳໜ້າທີມຊາດບຣາຊີນ ອັນດັບທີສອງ ແລະ ຄະນະກຳມະການໂອລິມປິກຣັດເຊຍ (ROC) ອັນດັບສາມ.

“ຂ້ອຍຄິດບໍ່ເຖິງເລີຍວ່າ ຕົນຈະມາຮອດຈຸດນີ້ໄດ້ ເພາະສອງປີຜ່ານມາຂ້ອຍຄິດໜັກພໍສົມຄວນກັບເລື່ອງພະຍາດໂຄວິດ-19 ລວມທັງເລື່ອງຄອບຄົວ ນັບແຕ່ພໍ່ເກີດອຸບັດເຫດຈົນເປັນອຳມະພາດເມື່ອສອງປີກ່ອນ ພ້ອມນັ້ນ ປ້າ ແລະ ລຸງກໍມາຈາກໄປອີກຍ້ອນພະຍາດໂຄວິດ, ຫຼຽນຄຳຫຼຽນນີ້ມີຄວາມໝາຍພິເສດໃນຊີວິດຂອງຂ້ອຍ ເພາະມັນໄດ້ຢໍ້າເຕືອນເຖິງຊ່ວງເວລາທີ່ຂ້ອຍເຄີຍຄິດຈະລາອອກຈາກການເປັນນັກກີລາກາຍະກຳ” ນາງ ສຸນິສາ ລີ ກ່າວ.

LEAVE A REPLY

Please enter your comment!
Please enter your name here