ແຂວງຄຳມ່ວນມີແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທ 13 ພັນກວ່າຄົນ

0
823

ຕາມ ສຳນັກຂ່າວ ຂປລ ລາຍງານ: ທ່ານ ສີໄຮແກ້ວ ໄກຖິ່ນ ຫົວໜ້າພະແນກແຮງງານ ແລະສະ ຫວັດດີການສັງຄົມ ແຂວງຄຳມ່ວນ ຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ ສະໄໝທີ X ໃນລ ະຫວ່າງວັນທີ 29-30 ກໍລະກົດ 2021 ແຈ້ງໃຫ້ຮູ້ວ່າ:

ການເກັບກຳສະຖິຕິແຮງງານລາວ ທີ່ກັບມາຈາກປະເທດໄທ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຮງງານຫວ່າງງານພາຍໃນມີຈຳນວນທັງໝົດ 14.589 ຄົນ ໃນນີ້ແຮງງານລາວ ທີ່ກັບມາຈາກໄທ 13.264 ຄົນເຊິ່ງປະກອບອາຊີບໃນຂົງເຂດອຸດສາຫະກຳ 8.169 ຄົນ, ຂົງເຂດກະສິກຳ 2.073 ຄົນ ແລະ ຂົງເຂດບໍລິການ 4.347 ຄົນ, ຈຳນວນແຮງງານທີ່ຫວ່າງງານພາຍໃນ 1.325 ຄົນ.

ເຊິ່ງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມີການຂຶ້ນທະບຽນຜູ້ຕ້ອງການຊອກຫາວຽກເຮັດງານທຳ ແລະ ໄດ້ລົງສົມທົບກັບຫົວໜ່ວຍແຮງງານເພື່ອເກັບກຳຕຳແໜ່ງງານຫວ່າງ ເປັນແຕ່ລະໄຕມາດຢ່າງຕໍ່ເນື່ອງ.ໃນ 06 ເດືອນຜ່ານມາ ສາມາດຈັດຫາງານໃຫ້ແກ່ແຮງງານໄດ້ທັງໝົດ 246 ຄົນ.

ໃນນັ້ນມີຂົງ ເຂດອຸດສາຫະກຳ 15 ຄົນ ແລະ ຂົງເຂດບໍລິການ 231 ຄົນ, ວຽກງານການພັດທະນາສີມືແຮງງານ ໄດ້ປະສານສົມທົບກັບພາກສ່ວນຂະແໜງການຂອງລັດ ແລະ ລົງຕິດຕາມຊຸກຍູ້ການຝຶກ ແລະ ພັດທະນາສີມືແຮງງານຢູ່ບັນດາຫົວໜ່ວຍແຮງງານ ແລະ ສະຖານປະກອບການຢູ່ໃນທົ່ວແຂວງຢ່າງເປັນປົກກະຕິ, ເຊິ່ງໃນທົ່ວແຂວງ ມີຫົວໜ່ວຍແຮງງານທັງໝົດ 495 ຫົວໜ່ວຍ, ແຍກອອກເປັນ 03 ຂົງເຂດ ຄື: ຂົງເຂດອຸດ ສາຫະກຳ 168 ຫົວໜ່ວຍ, ຂົງເຂດກະສິກຳ 35 ຫົວໜ່ວຍ ແລະ ຂົງເຂດບໍລິການ 292 ຫົວໜ່ວຍ, ມີຜູ້ອອກແຮງງານ 20.335 ຄົນ ໃນນີ້ມີແຮງງານຕ່າງປະເທດ 5.569 ຄົນ, ຜ່ານມາແມ່ນໄດ້ລົງຊຸກຍູ້, ຕິດຕາມບັນດາຫົວໜ່ວຍແຮງງານຢ່າງເປັນປົກກະຕິ ເພື່ອໃຫ້ຫັນເຂົ້າສູ່ລະບຽບກົດໝາຍ ເປັນຕົ້ນ: ການສ້າງສັນຍາແຮງງານ, ການນຳເອົາແຮງງານເຂົ້າເປັນສະມາຊິກປະກັນສັງຄົມ, ການສ້າງກົດລະບຽບພາຍໃນ, ການປະຕິບັດແຮງງານຂັ້ນຕໍ່າ ແລະ ອື່ນໆ.

ຕາມການເກັບກໍາຂໍ້ມູນມາຮອດເດືອນກໍລະກົດ 2021 ຈຳນວນແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທໃນປັດຈຸບັນ ແມ່ນມີປະມານ 13.745 ຄົນ ໃນນັ້ນເມືອງທ່າແຂກ 3.926 ຄົນ, ໜອງບົກ 4.446 ຄົນ, ຫີນບູນ 1.737 ຄົນ, ມະຫາໄຊ 1.208 ຄົນ, ເຊບັ້ງໄຟ 537 ຄົນ, ຄູນຄຳ 705 ຄົນ, ຍົມມະລາດ 192 ຄົນ, ໄຊບົວທອງ 563 ຄົນ, ບົວລະພາ 403 ຄົນ ແລະ ເມືອງນາກາຍ 28 ຄົນ.

LEAVE A REPLY

Please enter your comment!
Please enter your name here