ປກສ ແຂວງສະຫວັນນະເຂດ ກຽມພ້ອມເອົາໃຈໃສ່ ສະກັດກັ້ນແລະ ຕ້ານເຊື້ອໂຄວິດ-19

0
1121

ຕາມ ເພສຂ່າວ ປກສ ສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ໜ້າທີ່ວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບມີຄວາມເຕີບໃຫ່ຍເຂັ້ມແຂງ ເປັນເຈົ້າການ ມີຄວາມຮັບພິຊອບເຂັ້ມງວດໃນໜ້າທີ່ຂອງຕົນ ກໍ່ຄືພັກ-ລັດຂັ້ນເທິງມອບໝາຍໃຫ້ເຮັດສຳເລັດໜ້າທີ່ ທ່ານພັອ ສົມໝາຍ ພົມມະຈັນຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດທັງເປັນ ຄະນະສະເພາະກິດປ້ອງກັນ COVID-19 ຂັ້ນແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ28ກໍລະກົດ2021ນີ້ ວ່າ:

ມາເຖິງປະຈຸບັນນີ້ຢູ່ແຂວງສະຫວັນນະເຂດເຫັນວ່າຍັງມີແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ຜ່ານດ່ານຕມໃນແຕ່ລະມື້ເຫັນວ່າ ເປັນຈໍານວນຫຼວງຫຼາຍ ທີ່ເຂົ້າກັກຕົວ ຢູ່ໃນສູນຕ່າງໆ ໃນແຂວງສະຫວັນນະເຂດ ສະນັ້ນເພື່ອຮອງຮັບສະຖະນະການໃນການຫຼັງໄຫຼເຂົ້າມາ ຂອງແຮງງານລາວ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ ກໍ່ໄດ້ມີການຄົ້ນຄົ້ວວາງແຜນໃນການປ້ອງກັນເພື່ອຮັບປະກັນໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນແຂວງ ສຳຄັນໄປກົ່ວນັ້ນ ກໍ່ເພື່ອຮັບປະກັນ ບໍ່ໃຫ້ແຮງງານລາວໂຕນອອກຈາກສູນກັກກັ້ນຕ່າງໆ ບໍ່ໃຫ້ນຳເອົາເຊື້ອພະຍາດອອກໄປແຜ່ຢູ່ພາຍນອກ,ຄະນະກອງບັນຊາການ ປກສ ແຂວງກໍ່ໄດ້ມີການຄົ້ນຄົ້ວວາງແຜນ ແບ່ງງານຄວາມຮັບຜິດຊອບໃຫ້ຄະນະພັກຄະນະບັນຊາກອງບັນຊາການ ປກສ ແຂວງຢ່າງລະອຽດ, ມອບຄວາມຮັບພິຊອບໃຫ້ແຕ່ລະສະຫາຍລົງຊີ້ນຳບັນຊາແຕ່ລະຈຸດຫຼໍ່ແຫຼມຕ່າງໆ, ໄດ້ກວດກາຄວາມພ້ອມທັງໝົດຂອງກຳລັງປກສ ແຂວງ ທຸກຄົນຕ້ອງໄດ້ສັກຢາ ສອງເຂັ້ມຂຶ້ນໄປ ເພື່ອຮອງຮັບໃນການແກ້ໄຂບັນຫາ.

ນອກນີ້ກໍ່ໄດ້ ມີການກະກຽມຄວາມພ້ອມທາງດ້ານພາຫານະ, ອຸປະກອນຕ່າງໆເພື່ອຮັບໃຊ້ຈັດວາງກຳລັງລົງປະຈຳການໃນແຕ່ລະຈຸດ ດ້ວຍຄວາມຮັບຜິດຊອບ ໃນນັ້ນ ມີກຳລັງສຳຮອງເພື່ອຜັດປ່ຽນກັນ, ສະເພາະຢູ່ດ່ານ ຕມ ຂົວມິດຕະພາບສອງເປັນຈຸດທີ່ມີຄວາມສຽງ ອາດຈະມີການຕິດເຊື້ອໄດ້, ຈຸດດັ່ງກ່າວກໍ່ໄດ້ມີການຈັດແບ່ງ ຈຸໜຶ່ງ ໄດ້ກຳນົດເອົາ 05ສະຫາຍ ລົງປະຈໍາການຢູ່ແຕ່ລະປ້ອມກຳນົດ05ວັນແລະກໍ່ມາກວດກາສຸຂະພາບຄືນ, ສະເພາະປ້ອງກັນຢູ່ໂຮງໜໍພາກສະໜາມແມ່ນ15 ວັນ ໄດ້ປ່ຽນແລະກວດກາສຸຂະພາບຄືນ, ສະເພາະດ້ານພາຫະນະຮັບໃຊ້ ຂົນ-ຍ້າຍ ແຮງງານໃນ ແຕ່ລະມື້ ລົດ ປກສ ແຂວງ ມີ ເຊອາ 03ຄັນ, ລົດທະຫານແຂວງ 02ຄັນ, ຢູ່ລຽບຕາມລຳແມ່ນໍ້າຂອງ ກໍ່ໄດ້ມີການປະສານງານກັບກອງບັນຊາການທະຫານແຂວງເຮັດໜ້າທີ່ປ້ອງກັນຢ່າງເຂັ້ມງວດ, ພ້ອມນີ້ໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ບັນດາ ຫາງຮ້ານ ບັນເທິງຕ່າງໆ ໄດ້ມີມາດຕະການເດັດຂາດ, ໃນກໍລະນີຖ້າມີຜູ້ລະເມີດແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ,ດ້ານຂໍ້ສະດວກ ໄດ້ມີການຊີ້ນີ້ນໍາພາ ຈາກປະທານປ້ອງກັນຊາດປ້ອງກັນຄວາມສະຫງົບກໍ່ຄືທ່ານເຈົ້າແຂວງໆສະຫວັນນະເຂດ, ປະຕິບັດຕາມຄຳສັງແນະນຳຂອງຄະນະສະເພາະກິດ ແລະກຳລັງ ປກສ ແຂວງກໍ່ໄດ້ມີການກະກຽມຢ່າງຮອບດ້ານ, ມີການຖອດຖອນບົດຮຽນໄປນໍາໃນແຕ່ລະມື້ ແລະໄດ້ຮັບການສະນັບສະໜູນຈາກພາກສ່ວນສັງຄົມຈາກ ບໍລິສັດຫ້າງຮ້ານຕ່າງໆ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ ອື່ນໆ, ຂໍ້ຫຍຸ້ງຢາກ ຕົ້ນຕໍເຫັນວ່າ ໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ແມ່ນບໍ່ມີກຳນົດ, ການເຂົ້າມາຂອງແຮງງານລາວຄັ້ງນີ້ເຫັນວ່າແມ່ນມີຜູ້ຕິດເຊື້ອພະຍາດນໍາເຂົ້າມ.

ສະນັ້ນທາງກອງບັນຊາການ ປກສ ແຂວງ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃຫ້ເປັນເຈົ້າການ ໃນການຕ້ານແລະສະກັດກັ້ນປ້ອງກັນເຊື້ອພະຍາດ19, ຮັກສາໄລຍະຫ່າງ, ໜັ້ນລາງມື ໃສ່ຜ້າປິດປາກແລະ ປະຕິບັດຕາມຄຳສັ່ງແນະນຳອື່ນໆຂອງຄະນະສະເພາະກິດ ສຳຄັນໄປກວ່ານັ້ນແມ່ນໃຫ້ໄປສັກວັກຊິນກັນພະຍາດໂຄວິດ-19 ຕາມແຈ້ງການຂອງສາທາລະນະສຸກທີ່ໄດ້ກຳນົດ ຢູ່ໃນແຕ່ລະຈຸດຕ່າງໆໃນທົ່ວແຂວງ.

LEAVE A REPLY

Please enter your comment!
Please enter your name here