ທີມນັກກິລາຮົບຊ່າງແສງ ທີ່ຈະໄປແຂ່ງຂັນຢູ່ ສສ ຫວຽດນາມ ມີຄວາມພ້ອມແລ້ວ 80 %

0
939

ຕາມ Lao National Radio ລາຍງານ: ວັນທີ 30 ກໍລະກົດ 2021 ນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫ່ຍການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳຕິດຕາມຂະບວນການຝຶກແອບທິມນັກກິລາເຫຼົ່າຮົບຊ່າງແສງ ທີ່ຈະເດີ່ນທາງເຂົ້າຮ່ວມການແຂ່ງຂັນກິລານາໆຊາດ (ARMY GAMES 2021) ທີ່ ສສ ຫວຽດນາມ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588.

ສະຫາຍ ພັນໂທ ສົມຟອງ ເກິ່ງທອນສິມ ຫົວໜ້າການທະຫານກອງພັນ 579 ທັງເປັນຄະນະຮັບຜິດຊອບ ຄູຝຶກທິມນັກກິລາ ການທະຫານຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ລາຍງານກ່ຽວກັບການຝຶກຊ້ອມວ່າ: ພາຍຫຼັງໄດ້ຮັບຄຳສັ່ງແຈ້ງການ ຂອງຂັ້ນເທິງໃຫ້ສ້າງແຜນການກ່ຽວກັບການກະກຽມຝຶກຊ້ອມກິລາການທະຫານຊ່າງແສງ (ARMYGAMES 2021) ເຊີ່ງຈະໄດ້ຈັດຂື້ນທີ່ ສສ ຫວຽດນາມ ໃນຄັ້ງນີ້ ເພື່ອເປັນກະກຽມຄວາມພ້ອມຮອບດ້ານ ຂອງທີມນັກກິລາ ແຕ່ລະສະຫາຍ ໃຫ້ມີຄວາມຊຳນານຄ່ອງແຄ້ວ, ທັງເປັນການວັດແທກລະດັບ ຄວາມຮູ້ ຄວາມສາມາດ ທາງດ້ານເຕັກນິກ ຂອງແຕ່ລະພາກສ່ວນ.

ໃນໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ພາຍຫຼັງທີ່ໄດ້ຮັບຊົມການຝຶກຊ້ອມ ກໍ່ໄດ້ມີຄຳເຫັນເນັ້ນໜັກທາງດ້ານວິຊາການ ແຕ່ລະສະຫາຍ ໃຫ້ເອົາໃຈໃສ່ຕື່ມທາງດ້ານເນື້ອໃນ ການຈັດຕັ້ງປະຕິບັດ ຕ້ອງເປັນເອກະພາບກັນຢ່າງໜັກແໜ້ນ ແລະ ການປະສານສົມທົບກັນລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ຕ້ອງໄດ້ສຶບຕໍ່ອົບຮົມ – ຫັດແອບຕາມແຜນການທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດໄພ100%.

ພ້ອມກັນນີ້ ກໍ່ຕ້ອງໄດ້ເອົາໃຈໃສ່ຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາເຂົ້າໃນການຝຶກຊ້ອມ ກໍ່ຄືໃນໄລຍະເຂົ້າໃນການແຂ່ງຂັນໃນຄັ້ງນີ້ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here