ອີງຕາມໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue ລາຍງານ: ວັນທີ 02/08/2021 ເວລາ 13:21 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບການປະສານງານ ຈາກຄະນະສະເພາະກິດ ໃຫ້ເຂົ້າມ້ຽນຄາບສົບຜູ້ເສຍຊີວິດທີ່ ໂຮງຫມໍແຂວງ ສະຫວັນນະເຂດ ໃນຫ້ອງນ້ຳ ກໍລະນີສົງໄສຕິດເຊື້ອໂຄວິດ19 (ຜົນກວດຍັງບໍ່ອອກລໍຖ້າຜົນກວດ,ເປັນແຮງງານມາຈາກປະເທດໄທ )
![](https://tholakhong.com/wp-content/uploads/2021/08/ຸໂຄນ.jpeg)
ຂໍ້ມູນຜູ້ເສຍຊີວິດ ຜູ້ກ່ຽວເປັນເພດຊາຍ ອາຍຸ 45 ປີ ສັນຊາດລາວ ອາຊີບກຳມະກອນ ເຮັດວຽກຍູ່ປະເທດໄທ ບ້ານເກີດເມືອງນອນແມ່ນ ບ້ານກາຈຸ ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ຜູ້ກ່ຽວ ໄດ້ເດີນທາງມາກັກໂຕທີ່ສູນຫລັກ9 ຫລັງຈາກນັ້ນຜູ້ກ່ຽວໃດ້ມາປີ່ນປົວທີ່ ໂຮງຫມໍແຂວງ ສະຫວັນນະເຂດ ຕືກແຍກປ່ຽວ.
![](https://tholakhong.com/wp-content/uploads/2021/08/ຸໂຄລ.jpeg)
ອີງຕາມສອບຖາມຂໍ້ມູນ ຜູ້ເສຍຊີວິດມີພະຍາດປະຈຳໂຕ ການເສຍຊີວິດ ຍັງບໍ່ຮູ້ຂໍ້ມູນອັນຊັດເຈນ ເພາະຜົນກວດໂຄວິດຍັງບໍ່ທັນອອກ ສ່ວນລາຍລະອຽດທາງທີມງານຈະລາຍງານຕາມຫລັງ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ສ່ວນສົບຜູ້ເສຍຊີວິດ ທາງທີມງານ ໜ່ວຍກູ້ໄພ ສະຫວັນນະເຂດ 1629 ໄດ້ປະຕິບັດຕາມມາດຕະການ ຄະນະສະເພາະກິດວາງອອກ.