4 ສິງຫາ ມີຜູ້ຕິດເຊື້ອໃໝ່ ຊຸມຊົນ 7 ຄົນ, ນຳເຂົ້າ 283 ຄົນ

0
4262

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 4 ສິງຫາ 2021:
ຜູ້ຕິດເຊື້ອໃໝ່ມື້ນີ້ລວມ
290 ໃນນັ້ນແມ່ນຕິດເຊື້ອຊຸມຊົນ 7 ກໍລະນີ ແລະ ຕິດເຊື້ອຈາກແຮງງານນໍາເຂົ້າ 283 ກໍລະນີ.

ເຊິ່ງຕິດເຊື້ອໃນຊຸມຊົນ 7 ຄົນ ຄື:

  • ນະຕອນຫຼວງວຽງຈັນ 1 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບພະນັກງານທີ່ເຮັດວຽກຢູ່ສູນຈຳກັດບໍລິເວນ)
  • ໄຊຍະບູລີ 3 ຄົນ
  • ສະຫວັັນນະເຂດ 2 ຄົນ
  • ຈຳປາສັກ 1 ຄົນ

ສຳລັບ ກໍລະນີນໍາເຂົ້າ ມີ 283 ຄົນ ຈາກ ນະຄອນຫຼວງ 37 ຄົນ, ຄຳມ່ວນ 6 ຄົນ, ສະຫວັນນະເຂດ 92 ຄົນ, ສາລະວັນ 17 ຄົນ ແລະ ຈຳປາສັກ 131 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,305 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,620 ຄົນ.

LEAVE A REPLY

Please enter your comment!
Please enter your name here