ເຄິ່ງປີ ເມືອງສີໂຄດຕະບອງ ມີຜູ້ເສຍຊີວິດ ຈາກອຸບັດຕິເຫດ 9 ຄົນ

0
1040

6 ເດືອນຕົ້ນປີ 2021 ເມືອງສີໂຄດຕະບອງ ມີຜູ້ເສຍຊີວິດ 9 ຄົນ ຍ້ອນອຸບັດຕິເຫດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພັຕ ບຸນຄົງ ພັດທະລັງສີ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງສີໂຄດຕະບອງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 02 ສິງຫາ 2021 ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2021 ທົ່ວເມືອງສີໂຄດຕະບອງ ມີອຸບັດຕິເຫດເກີດຂຶ້ນທັງໝົດ 69 ເລື່ອງ, ມີຄົນເສຍຊີວິດ 9 ຄົນ, ຍິງ 3 ຄົນ, ຄົນໄດ້ຮັບບາດເຈັບ 108 ຄົນ, ຍິງ 24 ຄົນ, ພາຫະນະເປ່ເພທັງໝົດ 132 ຄັນ, ລົດໃຫຍ່ 58 ຄັນ, ລົດຈັກ 74 ຄັນ; ທຽບໃສ່ 6 ເດືອນຕົ້ນປີ 2020 ມີອຸບັດຕິເຫດເພີ່ມຂຶ້ນ 5 ເລື່ອງ, ແຕ່ມີຄົນເສຍຊີວິດຫຼຸດລົງ 2 ຄົນ.

ສາເຫດເກີດອຸບັດຕິເຫດໄລຍະ 6 ເດືອນຕົ້ນປີ 2021 ຄັ້ງນີ້ມີຢູ່ 3 ສາເຫດຄື: 1. ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ, ໃຊ້ຄວາມໄວເກີນກໍານົດ, ປ່ຽນທິດທາງການສັນຈອນກະທັນຫັນ; 2. ສະພາບເສັ້ນທາງບໍ່ເອື້ອອໍານວຍຄວາມສະດວກ ບາງເສັ້ນທາງເປ້ເພ, ເປັນບວກເປັນຂຸມ, ບໍ່ມີໄຟເຍືອງທາງ ແລະ 3. ສະພາບເຕັກຂອງລົດບາງຄັນບໍ່ໄດ້ມາດຕະຖານ, ບໍ່ມີໄຟສັນຍານ, ບໍ່ມີໄຟໜ້າ-ຫຼັງຂອງລົດ.

ຕໍ່ກັບສະພາບດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງສີໂຄດຕະບອງ ໄດ້ເອົາໃຈໃສ່ແກ້ໄຂ ໂດຍໄດ້ວາງກໍາລັງລົງປະຈໍາປ້ອມ, ຈຸດ 3 ແຍກ 4 ແຍກ ແລະ ຈຸດຕ່າງໆທີ່ການຈັນຈອນແອອັດ-ສັບສົນ ເພື່ອອໍານວຍຄວາມສະດວກ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນສັນຈອນໄປ-ມາໃຫ້ມີຄວາມປອດໄພ ເພື່ອຫຼີກລ່ຽງການເກີດອຸບັດຕິເຫດ ແລະ ຮຽກຮ້ອງໃຫ້ບັນດານັກຂັບຂີ່ ຈົ່ງປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ເວລາຂັບຂີ່ລົດຈັກ ໃຫ້ໃສ່ໝວກກັນກະທົບທຸກຄັ້ງ, ຜູ້ຂັບຂີ່ລົດໃຫຍ່ ກໍໃຫ້ຮັດສາຍນິລະໄພ, ບໍ່ຄວນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ເພື່ອປ້ອງກັນການເກີດອຸບັດຕິເຫດ.

6 ເດືອນທ້າຍປີ 2021 ກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງສີໂຄດຕະບອງ ຈະເລັ່ງສືບຕໍ່ລົງລະບາຍການສັນຈອນຕາມຈຸດທີ່ມີຄວາມອແອັດ-ສັບສົນ; ເພີ່ມຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ເຂັ້ມງວດດ້ານຫຼັກການຂັບຂີ່; ເອົາໃຈໃສ່ລົງໂຄສະນາຕາມຈຸດຕ່າງໆທີ່ມີຄວາມແອອັດສັບສົນ ເພື່ອໃຫ້ນັກຂັບຂີ່ເຂັ້ມງວດໃນການປະຕິບັດກົດລະບຽບການສັນຈອນ.

LEAVE A REPLY

Please enter your comment!
Please enter your name here