ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການປັບປຸງກົດໝາຍກ່ຽວກັບສ່ວຍສາອາກອນ

0
1219

ຂປລ. ໃນວາລະການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ຕອນບ່າຍ ວັນທີ 7 ສິງຫາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາ ແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພິຈາລະນາ ແລະ ຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍ ການປັບປຸງກົດໝາຍກ່ຽວກັບສ່ວຍສາອາກອນ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ຈຳນວນ 4 ສະບັບຄື: ກົດໝາຍວ່າ ດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍ ອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍ ອາກອນຊົມໃຊ້ ທີ່ສະເໜີໂດຍທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

ຮ່າງກົດໝາຍດັ່ງກ່າວ, ໄດ້ກຳນົດເນື້ອໃນປັບປຸງບາງມາດຕາຂອງກົດໝາຍ 4 ສະບັບດັ່ງກ່າວ ຈຳນວນ 21 ມາດຕາ ໃນນັ້ນ, ກົດໝາຍວ່າດ້ວຍການ ຄຸ້ມຄອງສ່ວຍສາອາກອນ ປັບປຸງໃໝ່ມາດຕາ 32 ການກຳນົດເວລາການມອບອາກອນ; ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ປັບປຸງ 12 ມາດຕາຄື: ມາດຕາ 11 ກິດຈະກຳທີ່ຖືກເກັບອາກອນມູນຄ່າເພີ່ມ, ມາດຕາ 12 ກິດຈະກຳທີ່ຖືກຍົກເວັ້ນ ອາກອນມູນຄ່າເພີ່ມ, ມາດຕາ 15 ພື້ນຖານການຄິດໄລ່ອາກອນມູນຄ່າເພີ່ມ, ມາດຕາ 17 ອັດຕາ ອາກອນມູນຄ່າເພີ່ມ, ມາດຕາ 23 ເງື່ອນໄຂຂອງການຫັກອາກອນມູນຄ່າເພີ່ມສົ້ນເຂົ້າ, ມາດຕາ 24 ອາກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ, ມາດຕາ 29 ອາກອນມູນຄ່າເພີ່ມທີ່ບໍ່ອະນຸຍາດ ໃຫ້ສົ່ງຄືນ, ມາດຕາ 30 ການແຈ້ງອາກອນມູນຄ່າເພີ່ມ, ມາດຕາ 31 ການມອບອາກອນມູນຄ່າເພີ່ມ, ມາດຕາ 34 ການເຂົ້າລະບົບອາກອນມູນຄ່າເພີ່ມ, ມາດຕາ 60 ມາດຕະການຕໍ່ບຸກຄົນ ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ມາດຕາ 61 ປັບປຸງ ມາດຕະການຕໍ່ຜູ້ມີອາກອນມູນຄ່າເພີ່ມຄ້າງມອບ; ກົດໝາຍວ່າດ້ວຍ ອາກອນລາຍໄດ້ ປັບປຸງ 4 ມາດຕາ ຄື: ມາດຕາ 14 ພື້ນຖານຄິດໄລ່ອາກອນກຳໄລ, ມາດຕາ 16 ອັດຕາອາກອນກຳໄລ ເພີ່ມ ຫລື ຫລຸດ, ມາດຕາ 18 ລາຍການທີ່ບໍ່ອະນຸຍາດ ໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນ, ແລະ ມາດຕາ 73 ມາດຕະການປັບໃໝ ແລະ ກົດໝາຍວ່າດ້ວຍ ອາກອນຊົມໃຊ້ ໄດ້ປັບປຸງ 4 ມາດຕາເປັນຕົ້ນ ມາດຕາ 15 ອັດຕາອາກອນຊົມໃຊ້, ມາດຕາ 17 ກຳນົດເວລາຄິດໄລ່ເກັບອາກອນຊົມໃຊ້, ມາດຕາ 18 ການແຈ້ງເສຍ ແລະ ການມອບອາກອນຊົມໃຊ້ ແລະ ມາດຕາ 38 ປັບປຸງ ມາຕະການປັບໄໝ.

ພາຍຫລັງສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດເຫັນແລ້ວ, ປະທານກອງປະຊຸມ ໄດ້ສັງລວມການປະກອບຄຳຄິດຄຳເຫັນຂອງ ສສຊ ເພື່ອໃຫ້ຄະນະຮັບຜິດຊອບຮ່າງກົດໝາຍ ນຳໄປຄົ້ນຄວ້າພິຈາລະນາ ແລະ ປັບປຸງໃສ່ບາງເນື້ອໃນຂອງກົດໝາຍດັ່ງກ່າວ ໃຫ້ຖືກຕ້ອງ, ແທດເໝາະກັບສະພາບດ້ານເສດຖະກິດ-ການເງິນ ຂອງປະເທດໃນປັດຈຸບັນ ແລະ ສາມາດນຳໄປ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໃນຕໍ່ໜ້າ ເປັນຕົ້ນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ສ້າງຕັ້ງຂຶ້ນແລ້ວ ຈະເຮັດແນວໃດຈະສົ່ງເສີມເຂົາເຈົ້າໃຫ້ເຂັ້ມແຂງຂຶ້ນ.

ກ່ຽວກັບເນື້ອໃນກົດໝາຍວ່າດ້ວຍອາກອນຊົມໃຊ້ ມາດຕາ 15 ອັດຕາອາກອນຊົມໃຊ້ ບັນທ່ານຜູ້ແທນ ເຫັນດີ ແຕ່ມີຄວາມເປັນຫ່ວງ ຕໍ່ການປັບປຸງອັດຕາອາກອນຊົມໃຊ້ ຂອງບາງລາຍການສິນຄ້າ. ສຳລັບສິນຄ້າທີ່ຮັບໃຊ້ແກ່ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ ສະເໜີໃຫ້ຮັກສາອັດຕາ ອາ ກອນຊົມໃຊ້ໄວ້ຄືເກົ່າ ເປັນຕົ້ນ ນ້ຳມັນກາຊວນ, ນ້ຳມັນແອັດຊັງທຳມະດາ ແລະ ລົດໃຫຍ່ທີ່ມີ ຄວາມແຮງແຕ່ 2.500 ຊີຊີລົງມາ.

ສ່ວນສິນຄ້າຟຸມເຟືອຍ ແມ່ນເຫັນດີເປັນເອກພາບຕາມການ ປັບປຸງຂອງຄະນະຮັບຜິດຊອບກົດໝາຍ. ພ້ອມກັນນີ້, ກໍມີບາງຄຳເຫັນສະເໜີໃຫ້ເພີ່ມອັດຕາອາກອນ ຊົມໃຊ້ຂຶ້ນຕື່ມ ເປັນຕົ້ນແມ່ນ ເຫລົ້າ ຫລື ເຄື່ອງດື່ມທີ່ມີທາດເຫລົ້າ, ເບຍ, ຢາສູບ ແລະ ອື່ນໆ. ສຳລັບລົດທີ່ນຳໃຊ້ພະລັງງານສະອາດ ບັນດາຜູ້ແທນກໍໄດ້ສະເໜີໃຫ້ຄົ້ນຄວ້າຄືນ ເຫັນວ່າ ຄວນຫລຸດ ອັດຕາອາກອນຊົມໃຊ້ລົງຕື່ມ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here