54 ປີ ອາຊຽນ ! Happy Birthday ASEAN

0
913

ສານຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ໃນໂອກາດວັນຄົບຮອບ 54 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 24 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ມື້ນີ້ວັນທີ 8 ສິງຫາ 2021, ພວກເຮົາພ້ອມກັນລະນຶກ ແລະ ສະເຫຼີມສະຫຼອງ ວັນຄົບ ຮອບ 54 ປີ ແຫ່ງການສ້າງຕັ້ງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ, ໃນທ່າມກາງທີ່ທົ່ວໂລກ ພວມປະເຊີນໜ້າກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ໄພພິບັດທຳມະຊາດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ກາຍມາເປັນອົງການຈັດຕັ້ງ ລະຫວ່າງລັດຖະບານ ໃນລະດັບພາກພື້ນ ໂດຍມີຈຸດປະສົງ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອຄວາມສົມບູນພູນສຸກຂອງບັນດາປະເທດສະມາຊິກ ບົນພື້ນຖານກົດບັດອາຊຽນ ທີ່ແນໃສ່ສ້າງຕັ້ງປະຊາຄົມອາຊຽນ ພາຍໃຕ້ຄໍາຂວັນ: “ວິໄສທັດໜຶ່ງດຽວ, ເອກະລັກໜຶ່ງດຽວ, ປະຊາຄົມໜຶ່ງດຽວ”.

ປັດຈຸບັນ ອາຊຽນ ປະກອບດ້ວຍ 10 ປະເທດສະມາຊິກ, ມີປະຊາກອນລວມກັນຫຼາຍກວ່າ 670 ລ້ານຄົນ, ມີວັດທະນະທໍາ, ພາສາ ແລະ ສາສະໜາທີ່ແຕກຕ່າງກັນ ແຕ່ຢູ່ຮ່ວມກັນ ແລະ ຮ່ວມມືກັນ ບົນຈິດໃຈແຫ່ງຄວາມເປັນເອກະພາບ ທ່າມກາງຄວາມຫຼາກຫຼາຍ ແລະ ໄດ້ກາຍເປັນອົງການຈັດຕັ້ງພາກພື້ນ ທີ່ໄດ້ຮັບຜົນສໍາເລັດເປັນຮູບປະທຳໃນຫຼາຍດ້ານ, ເປັນຂົງເຂດທີ່ມີສັນຕິພາບ ແລະ ສະຖຽນລະພາບຍາວນານ; ມີຄວາມເຂັ້ມແຂງທາງເສດຖະກິດ, ເປັນພາກພື້ນທີ່ມີເສດຖະກິດໃຫ່ຍອັນດັບ 5 ຂອງໂລກ ແລະ ສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ, ຊຶ່ງໄດ້ປະກອບສ່ວນ ເຂົ້າໃນການພັດທະນາດ້ານສັງຄົມ ກໍຄື ປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາຊຽນໃຫ້ນັບມື້ນັບດີຂຶ້ນ. ຜົນສໍາເລັດຂອງອາຊຽນ ຍັງໄດ້ຖືກຮັບຮູ້ຢ່າງກວ້າງຂວາງຈາກສາກົນ ໂດຍສະເພາະແມ່ນຄວາມເປັນແກນກາງ, ບົດບາດນໍາພາ ແລະ ຄວາມເປັນເອກະສັນຂອງອາຊຽນ ທີ່ເປັນຫຼັກການພື້ນຖານອັນສຳຄັນ ຮັບປະກັນໃຫ້ແກ່ບັນດາຜົນສຳເລັດຕ່າງໆ ກໍຄືການພົວພັນຮ່ວມມືກັບພາຍນອກ.

ຢ່າງໃດກໍຕາມ, ໃນປີ 2021 ນີ້ ອາຊຽນ ກໍຄື ຫຼາຍພາກພື້ນໃນໂລກ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍ ໂດຍສະເພາະ ແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄພພິບັດທໍາມະຊາດ ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ສຸຂະພາບ, ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ. ເຖິງແມ່ນວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການໄປມາຫາສູ່ກັນໄດ້ຖືກຢຸດສະງັກ, ແຕ່ອາຊຽນບໍ່ໄດ້ລົດລະ ໃນການສືບຕໍ່ເພີ່ມທະວີການຮ່ວມມືພາຍໃນອາຊຽນ ກໍຄື ລະຫວ່າງ ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມພັດທະນາອື່ນໆ ໂດຍຜ່ານຫຼາຍຮູບແບບ ລວມທັງ ຜ່ານການຈັດກອງປະຊຸມທາງໄກ (Video Conference) ໃນທຸກລະດັບ ເພື່ອປຶກສາຫາລື ກ່ຽວກັບການສະກັດກັ້ນ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19, ການກຽມ ພ້ອມຮັບມື ແລະ ແກ້ໄຂບັນຫາຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ໃນໂລກ. ອັນສໍາຄັນ, ອາຊຽນ ໄດ້ເຫັນດີສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ ແລະ ໄດ້ເຫັນດີໃຫ້ນຳໃຊ້ງົບປະມານ ຈໍານວນ 10.5 ລ້ານໂດລາ ຈາກກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ການຈັດຊື້ຢາວັກຊິນໃຫ້ແກ່ປະ ເທດສະມາຊິກອາຊຽນ ແລະ ພະນັກງານກອງເລຂາອາຊຽນ.

ບົນຈິດໃຈຄຳຂວັນ “ພວກເຮົາຫ່ວງໃຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ” ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນປີ 2021, ອາຊຽນ ຈະສືບຕໍ່ສ້າງປະຊາຄົມອາຊຽນ ທີ່ມີຄວາມຫ່ວງໃຍ, ເສີມຂະຫຍາຍຄວາມສາມາດຂອງອາຊຽນ ໃນການກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆ ແລະ ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ ເພື່ອການພັດທະນາເສດ ຖະກິດແບບຍືນຍົງ ກໍຄື ສົ່ງເສີມບັນດາຫຼັກການອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ເພື່ອສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

– ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ສປປ ລາວ ພວກເຮົາ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997.ຕະຫຼອດໄລຍະ 24 ປີ ທີ່ຜ່ານມາ, ສປປ ລາວ ກໍໄດ້ເຂົ້າຮ່ວມຂະບວນການລວມຂອງອາຊຽນ ຢ່າງເຕັມສ່ວນ ແລະ ມີຄວາມຮັບຜິດຊອບສູງ ຕໍ່ພາລະບົດບາດ ແລະ ໜ້າທີ່ຂອງຕົນ ແນໃສ່ປົກປ້ອງ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດຂອງຕົນ ຊຶ່ງທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫຼືອຈາກປະເທດສະມາຊິກອາຊຽນດ້ວຍກັນ ກໍຄື ຈາກປະ ເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ຂ້າພະເຈົ້າ ເຫັນວ່າ: ນີ້ແມ່ນໝາກຜົນອັນເປັນຮູບປະທໍາ ແຫ່ງການດຳເນີນນະໂຍບາຍການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ກໍຄື ແນວທາງການປ່ຽນແປງໃໝ່ຂອງພັກ-ລັດເຮົາ.

– ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ,

ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫຼອດໄລຍະ 24 ປີ ທີ່ເປັນສະ ມາຊິກອາຊຽນນັ້ນ ແມ່ນຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດ ຂອງການນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງພະນັກງານ, ລັດຖະກອນທຸກພາກສ່ວນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງ ເຂົ້າໃນວຽກງານອາຊຽນ. ນະໂອກາດນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນ ຄຸນຢ່າງເລິກເຊິ່ງ ຕໍ່ການຮ່ວມມື, ຊ່ວຍເຫຼືອ, ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກພາກສ່ວນຢ່າງສຸດໃຈ.

ພ້ອມນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກສຶກສາ ປັນຍາຊົນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການ ໃນການຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເດັດດ່ຽວ ແລະ ສືບຕໍ່ຜັນຂະ ຫຍາຍແນວທາງນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຂອງພັກ ແລະ ລັດຖະບານ ກໍຄື ເອົາໃຈໃສ່ປະກອບສ່ວນເຄື່ອນໄຫວໃນວຽກງານອາຊຽນ ເພື່ອ ນໍາເອົາຜົນປະໂຫຍດອັນສູງສຸດ ມາສູ່ປະເທດຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານອາຊຽນນັ້ນ ຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ ແລະ ລະນຶກເຖິງວັນຄົບຮອບ 54 ປີ ຂອງອາຊຽນ ແລະ ຄົບຮອບ 24 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ຄວາມໝາຍ.

LEAVE A REPLY

Please enter your comment!
Please enter your name here