ອັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9

0
972

ການດໍາເນີນກອງປະຊຸມສະໄຫມວິສາມັນເທື່ອທີ1ຂອງສະພາແຫ່ງຊາດຊຸດທີ 9 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນຕອນບ່າຍວັນທີ 10 ສິງຫາ 2021 ຢູ່ຫໍປະຊຸມສະພາແຫ່ງຊາດຫລັງໃຫມ່ ນະຄອນຫລວງວຽງຈັນ ພາຍຫລັງດໍາເນີນມາເປັນເວລາ 5ວັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ, ມີການນໍາຂັ້ນສູງ,ອະດີດການນໍາ ຂັ້ນສູງພັກລັດ, ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດອັດກອງປະຊຸມວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາເປັນເວລາ 5 ວັນ ດ້ວຍຈິດໃຈເຄັ່ງຮ້ອນ ທີ່ເຕັມໄປດ້ວຍບັນຍາກາດ ຟົດຟື້ນແຫ່ງການເສີມຂະຫຍາຍ ສິດປະຊາທິປະໄຕ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງະຊຸມ ອັນໄດ້ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ສາມາດບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ກໍານົດໄວ້.

ກອງປະຊຸມສະໄໝວິສາມັນເທື່ອນີ້ ໄດ້ສຸມໃສ່ ຄົ້ນຄວ້າ ແລະ ພິຈາລະນາ ເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ມີການປຶກສາຫາລື ປັບປຸງກົດໝາຍທີ່ກ່ຽວຂ້ອງ ດ້ວຍຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍຄວາມຮັບຜິດຊອບສູງ ແລະໄດ້ຮັບຮອງເອົາດ້ວຍຄະແນນສຽງສ່ວນຫຼາຍ. ກອງປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ລັດຖະບານທີ່ໄດ້ມີຄວາມພະຍາຍາມສູ້ຊົນກະກຽມ ວາລະແຫ່ງຊາດ ທັງສອງສະບັບ ແລະ ສາມາດນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດເທື່ອນີ້. ກອງປະຊຸມ ສະເໜີ ລັດຖະບານສືບຕໍ່ນໍາເອົາຄວາມຄິດເຫັນຂອງກອງປະຊຸມ ໄປປັບປຸງເຂົ້າໃສ່ວາລະແຫ່ງຊາດ ໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຮີບຮ້ອນ ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບວາລະແຫ່ງຊາດ ໃຫ້ເປັນລະບົບໂດຍໄວ ແນໃສ່ຜ່ອນຄາຍສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ສືບຕໍ່ສ້າງໃຫ້ສັງຄົມມີຄວາມສະຫງົບຂອງສັງຄົມ ເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອສ້າງເງື່ອນໄຂ ແລະ ເປັນເຄື່ອງມືສໍາຄັນໃນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ເປັນຮູບປະທໍາ. ກອງປະຊຸມ ສະເໜີໃຫ້ຄະນະຮັບຜິດຊອບ ນໍາເອົາຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປສືບຕໍ່ປັບປຸງໃສ່ບັນດາຮ່າງເນື້ອໃນປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວ ໃຫ້ຄົບຖ້ວນສົມບູນ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີຜົນສໍາເລັດເປັນຢ່າງດີ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ທຸກຄວາມພະຍາຍາມຂອງລັດຖະບານໃນການນໍາພາ-ຊີ້ນໍາ ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ ກໍານົດນະໂຍບາຍ, ມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ຫົວທີ, ພ້ອມທັງເປັນເຈົ້າການ ແລະ ຊຸກຍູ້ສັງຄົມເຂົ້າຮ່ວມຈັດຕັ້ງປະບັດບັນດາມາດຕະການຢ່າງເຂັ້ມງວດ ອັນໄດ້ປະກອບສ່ວນເຮັດໃຫ້ປະເທດລາວຂອງພວກເຮົາສາມາດຄວບຄຸມການລະບາດ ແລະ ຜ່ອນຜັນມາດຕະການຕ່າງໆລົງໄດ້ເທື່ອລະກ້າວ.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງອະທິບາຍ ຈາກທ່ານນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີ ທີ່ກ່ຽວຂ້ອງ ກ່ຽວກັບ ບັນຫາທີ່ກອງປະຊຸມມີຄວາມສົນໃຈ.

ພິເສດ, ກອງປະຊຸມຄັ້ງນີ້ໄດ້ຮັບກຽດຢ່າງສູງ ຕ້ອນຮັບການມາຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ນໍາພາໂດຍ ສະຫາຍ ຫງວຽນຊວນ ຟຸກ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ສສ ຫວຽດນາມ ຊຶ່ງໄດ້ມີການກ່າວຄໍາປາໄສ ທີ່ສໍາຄັນ ຕໍ່ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ແລະ ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່ ຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ແລະ ການນໍາຂັ້ນສູງຂອງພັກ, ລັດ ຫວຽດນາມ ແລະ ລາວ. ການຢ້ຽມຢາມ, ການກ່າວປາໄສ ແລະ ການຈັດຕັ້ງພິທີເປີດນໍາໃຊ້ ແລະມອບຮັບ ຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ກາຍເປັນເຫດການການເມືອງທີ່ສໍາຄັນ ໃນການພົວພັນ, ຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ. ພັກ, ລັດ ແລະ ສະພາແຫ່ງຊາດລາວ ໄດ້ຮັບຂອງຂວັນອັນລໍ້າຄ່າ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ຊຶ່ງເປັນການສະແດງໃຫ້ເຫັນເຖິງໝາກຜົນຕົວຈິງຂອງການຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວໃນຕອນທ້າຍວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຖືເປັນໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ຄວາມຕັດສິນໃຈທີ່ມີລັກສະນະຍຸດທະສາດຂອງລັດຖະບານ ໄດ້ເຮັດໃຫ້ການດໍາເນີນກອງປະຊຸມຄັ້ງນີ້ບັນລຸຕາມແຜນການກໍານົດໄວ້.

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ກອງປະຊຸມ ຮຽກຮ້ອງມາຍັງ ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ລັດຖະບານ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ເຂົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕິດພັນກັບການເອົາໃຈໃສ່ຢ່າງເຄັ່ງຮ້ອນ ໃນການປະຕິບັດວາລະແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2021-2023 ໃຫ້ໄດ້ຮັບໝາກຜົນເປັນຢ່າງດີ.

ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ແມ່ນໝາກຜົນແຫ່ງການຫັນເອົາແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມວິສາມັນຂອງ ຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI ມາເປັນອັນລະອຽດໄວ້ໃນກົດໝາຍ ແລະ ທິດທາງວຽກງານຂອງສະພາແຫ່ງຊາດ ກໍຄື ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນຂະບວນການຢ່າງກວ້າງຂວາງ ແລະ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນທີ່ກໍານົດໄວ້.

CR: Lao National Radio

LEAVE A REPLY

Please enter your comment!
Please enter your name here