ຜົນສຳເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX

0
1050

ຖະແຫຼງຜົນສຳເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດຳເນີນເປັນ ເວລາ 5 ວັນ ພາຍໃຕ້ການນຳພາ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ການສຸມເຫື່ອແຮງສະຕິປັນຍາຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການປະກອບສ່ວນຂອງລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ ເຂົ້າໃນກະກຽມ ແລະ ການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດທີ່ມີຄວາມສຳຄັນ, ຈໍາເປັນ ແລະ ຮີບດ່ວນຂອງລັດຖະບານຕາມສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດຖະແຫລງຂ່າວກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະ ພາແຫ່ງຊາດ ຊຸດທີ 9, ໃນວັນທີ 10 ສິງຫາ 2021, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ໄດ້ພິຈາລະນາຮັບ ຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມດັ່ງນີ້:

1. ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;

2. ມະຕິຂອງກອງປະຊູມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

3. ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍຄື:ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດວ້ຍການຄຸ້ມຄອງສວ່ຍສາອາກອນ, ກົດໝາຍວ່າດວ້ຍອາກອນມູນຄ່າເພີ່ມ, ກົດໝາວ່າດວ້ຍອາກອນລາຍໄດ້ ມີທັງໝົດ 21 ມາດຕາ; ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປັບ ປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ມີທັງໝົດ 17 ມາດຕາ, ໃນນີ້ເພີ່ມເຂົ້າໃໝ່ 6 ມາດຕາ.

ຢູ່ໃນການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ສະພາແຫ່ງຊາດໄດ້ສະເໜີໃຫ້ 11 ພາກສ່ວນ ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ຊຶ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບມີທ່ານນາຍົກ ລັດຖະມົນຕີ,ທ່ານ ຮອງນາຍົກລັດຖະມົນຕີ, ກະຊວງແຜນການ ແລະການລົງທຶນ,ກະຊວງການເງິນ, ທະນາຄານແຫ່ງ ສປປລາວ, ກະຊວງ ອຸດສາຫະກຳ-ການຄ້າ, ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ສາທາລະນະສຸກ, ກະຊວງ ປ້ອງກັນຄວາມສະຫງົບ.

ນອກຈາກນີ້ ຍັງໄດ້ ຮັບຟັງການລາຍງານ ກ່ຽວກັບສະພາບການແຜ່ລະບາດ ແລະມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ມະຕິຄະນະປະຈຳສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງຄະນະມິດຕະພາບກັບຄະນະຕ່າງປະເທດ,ຈັດຕັ້ງພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫລັງໃໝ່ ແລະ ຮັບຟັງການກ່າວປາໄສຂອງຄະນະຜູ້ແທນຂັ້ນສູງພັກ-ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ.I.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນດັ່ງກ່າວມານັ້ນ, ໃນໄລຍະດຳເນີນກອງສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ຫລາຍກວ່າ 150 ເລື່ອງ ເຊິ່ງພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງ ແວດລ້ອມ ຕໍ່ຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະລະບຽບການ.

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ກ່າວນຕອນທ້າຍວ່າ: ອີກເທື່ອໜຶ່ງຕາງໜ້າຄະນະປະຈຳສະພາແຫ່ງຊາດ,ຂ້າພະເຈົ້າຂໍຂອບໃຈມາຍັງບັນດາທ່ານພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ,ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້.

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງພາກສ່ວນສື່ມວນຊົນທຸກສຳນັກ ລວມທັງໂທລະພາບແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດ, ສື່ສິ່ງພິມປະເພດຕ່າງໆ ທີ່ໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເກັບກຳຂ່າວ ແລະ ເຜີຍແຜ່ຢ່າງທັນການກ່ຽວກັບການດຳເນີນກອງປະຊຸມໃນຄັ້ງນີ້ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ.

LEAVE A REPLY

Please enter your comment!
Please enter your name here