ລັດຖະບານ ຈະເລັ່ງປະຕິຮູບລັດວິສາຫະກິດໃຫ້ດີຂຶ້ນ ຍ້ອນຜ່ານມາປະສົບບັນຫາຂາດທຶນເປັນປະຈໍາ

0
1384

ຈາກຄໍາຖາມທີ່ສະມາຊິກສະພາແຫ່ງຊາດຫລາຍຄົນ ໄດ້ຂຶ້ນຢູ່ກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ກະຊວງທີ່ກ່ຽວຂ້ອງຈະມີວິທີແກ້ໄຂແນວໃດຕໍ່ລັດວິສາຫະກິດ ເນື່ອງຈາກຜ່ານມາລັດຖະບານໄດ້ສຸມທຶນຮອນຈໍານວນຫລວງ ຫລາຍເຂົ້າໃສ່ລັດວິສາຫະກິດ ແຕ່ບໍ່ໄດ້ຮັບຜົນສໍາເລັດ ແລະ ມີບາງລັດວິສາຫະກິດຂາດທຶນທຸກປີ ເຮັດໃຫ້ບັນດາລັດວິສາ ຫະກິດຍັງບໍ່ສາມາດເປັນຫົວຈັກຫລັກເພື່ອແກ່ດຶງເສດຖະກິດຂອງປະເທດ.

ຕໍ່ຄໍາຖາມທີ່ຕັ້ງຂຶ້ນ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະ ມົນຕີກະຊວງ ການເງິນ ຊີ້ແຈງວ່າ: ຄະນະເລຂາທິການສູນກາງພັກ ໄດ້ໃຫ້ທິດຊີ້ນໍາໃນການປະຕິຮູບລັດວິສາຫະ ກິດ ໂດຍເລີ່ມຈາກການແກ້ໄຂຄວາມບໍ່ໂປ່ງໃສຂອງຜູ້ບໍລິ ຫານ, ແກ້ໄຂກົນໄກທີ່ພາໃຫ້ລັດຖະບານປະກອບທຶນໄປແລ້ວຂາດທຶນ ໂດຍຈະແຕ່ງຕັ້ງຄະນະປະຕິຮູບເພື່ອແກ້ໄຂແຕ່ລະລັດວິສາຫະກິດ. ຜ່ານມາບັນຫາທີ່ເຮັດໃຫ້ລັດວິສາຫະກິດຂາດທຶນແມ່ນຍ້ອນກົນໄກການຄຸ້ມຄອງ, ມີຫລາຍພາກສ່ວນຢາກຄຸ້ມຄອງແຕ່ເມື່ອຂາດທຶນມາບໍ່ມີໃຜຮັບ ຜິດຊອບ. ລັດຖະບານໄດ້ຕັດສິນໃຈແລ້ວວ່າ: ຕໍ່ໄປສໍາລັບລັດວິສາຫະ ກິດໃດທີ່ເປັນຍຸດທະສາດ ຜູ້ອໍານວຍການລັດວິສາຫະກິດນັ້ນຈະແມ່ນລັດຖະກອນ, ສ່ວນຜູ້ທີ່ຈະເປັນຮອງອໍານວຍການຈະຈ້າງຄົນທີ່ເປັນມືອາຊີບມາເຮັດ, ຖ້າເຮັດບໍ່ໄດ້ຈະໄລ່ອອກ. ນອກຈາກນີ້ ລັດວິສາຫະກິດໃດທີ່ບໍ່ແມ່ນຍຸດທະສາດທົ່ວໄປ ແມ່ນໃຫ້ປະທານສະພາກອງປະຊຸມສະພາລັດວິສາຫະກິດເປັນຜູ້ເລືອກ ແລະ ປົດຕໍາແໜ່ງເອງ, ບໍ່ແມ່ນໃຫ້ລັດຖະມົນຕີໄປເລືອກອີກຕໍ່ໄປ.

ລັດຖະມົນຕີກະຊວງການເງິນ ຊີ້ແຈງຕື່ມວ່າ: ສໍາລັບບັນຫາຕ່າງໆ ທີ່ເກີດຂຶ້ນກັບລັດວິສາຫະກິດໃນໄລຍະຜ່ານມາ ລັດຖະບານ ໄດ້ຊີ້ນໍາໃຫ້ກວດກາຄືນຄວາມຮັບຜິດ ຊອບທັງໝົດ ເນື່ອງຈາກຜ່ານມາ ລັດວິສາຫະກິດຂາດທຶນທຸກປີ, ແຕ່ກົງກັນຂ້າມ, ໃນລັດວິສາຫະກິດຍັງມີເງິນເດືອນ 13 ແລະ ມີນະໂຍບາຍຕ່າງໆ ຢ່າງສະດວກສະ ບາຍ. ຕໍ່ໄປຈະເຮັດແບບນີ້ບໍ່ໄດ້ອີກແລ້ວ ແລະ ຕ້ອງໄດ້ເລັ່ງແກ້ໄຂຢ່າງຮີບດ່ວນ. ນອກຈາກນີ້ ໃນຍຸດທະສາດປະຕິຮູບລັດວິສາ ຫະກິດ ລັດຖະບານ ຈະໄດ້ຄົ້ນຄວ້າວ່າໃນລັດວິສາຫະກິດອັນໃດຈະຮັກສາໄວ້ຮ້ອຍສ່ວນຮ້ອຍ, ອັນໃດຈະປະສົມຫຸ່ນສ່ວນ ຫລື ຂາຍອອກ ແລະ ຍຸບເລີກ ເຊີ່ງທັງໝົດນີ້ຈະເຮັດຢ່າງເປັນລະບົບ ແລະ ມີນັກວິຊາ ການຄົ້ນຄວ້າໃຫ້ຢ່າງລະອຽດຊັດເຈນ.

LEAVE A REPLY

Please enter your comment!
Please enter your name here