ຊົມເຊີຍແພດໝໍ! ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ກັບບ້ານຕື່ມ 150 ຄົນ

0
1206

ພາຍໃນມື້ດຽວ ແຂວງສະຫວັນນະເຂດ ສາມາດປິ່ນປົວຄົນເຈັບ ຕິດເຊື້ອພະຍາດໂຄວິດ-19

ຜູ້ຕິດເຊື້ອທີ່ ປິ່ນປົວຫາຍດີ

ເປັນກຳລັງໃຈໃຫ້ແພດໝໍ

ຕາມການລາຍງານ ຂອງຂ່າວສານເມືອງ ສອງຄອນໃຫ້ຮູ້ວ່າ: ໃນວັນທີ 15 ສິງຫາ 2021 ສະຫວັນນະເຂດ ສາມາດ ປິ່ນປົວຄົນເຈັບ ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ຈຳນວນ 150 ຄົນ ແລະ ສົ່ງຕົວອອກຈາກໂຮງໝໍພາກສະໜາມ ຫລັກ 9 ຈຳນວນ 12 ຄົນ ແລະ ຈາກສູນປີ່ນປົວ ວິທະຍາໄວ ວິທະຍາສາດ ສຸຂະພາບ ( ວສສ ) ຈຳນວນ 138 ຄົນ.

ນັບວ່າເປັນຂ່າວດີ ແລະ ເປັນການຊ່ວຍແບ່ງເບົາໜ້າທີ່ ຂອງທາງທີມແພດໝໍ ແລະ ພາກສ່ວນທີ່ກ່ຽງຂ້ອງ ໃນການປ້ອງກັນ ແລະ ສະກັດກັ້ນໂຄວິດ-19 ໃນ ຫາຍໄປຈາກສັງຄົມລາວໄປໂດຍໄວ.

LEAVE A REPLY

Please enter your comment!
Please enter your name here