ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ບໍ່ເຕ່ນ-ວຽງຈັນໃຕ້ ສໍາເລັດ 93,82%

0
1876

ອີງຕາມການລາຍງານ ຂອງ ຂປລ ໃຫ້ຮູ້ວ່າ: ໃນວັນທີ 11 ສິງຫາ 2021 ທີ່ຜ່ານມາ, ທີ່ນະຄອນຫລວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄົບຄະນະຂອງຄະນະ ຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄັ້ງທີ 10 ເພື່ອສືບຕໍ່ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂດຍສະເພາະ ບັນຫາຕ່າງໆ ທີ່ຍັງຄ້າງຄາເຊັ່ນ: ການຈັດຕັ້ງປະຕິບັດການຊົດເຊີຍ ໃຫ້ຜູ້ທີ່ຖືກຜົນກະທົບ ທີ່ໄດ້ມອບພື້ນທີ່ໃຫ້ໂຄງການກໍ່ສ້າງດັ່ງກ່າວ ໄດ້ລົງມືກໍ່ສ້າງແລ້ວ ແຕ່ຜູ້ຖືກຜົນກະທົບຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຍ້ອນຫລາຍສາເຫດ; ສືບຕໍ່ການແກ້ໄຂບັນຫາຈຸດຕັດກັນ ລະຫວ່າງ ທາງລົດໄຟ ຕັດກັບທາງຫລວງ, ທາງລອດ, ທາງເວັ້ນ ແລະ ທາງສ້າງຂຶ້ນໃໝ່, ຊຶ່ງມີຫລາຍຈຸດຍັງບໍ່ທັນໄດ້ຮັບການແກ້ໄຂ.

ພ້ອມກັນນີ້, ກໍເພື່ອຊຸກຍູ້ການກໍ່ສ້າງບ້ານຈັດສັນ 4 ບ້ານໃຫ້ສໍາເລັດ ພາຍໃນທ້າຍເດືອນຕຸລາ 2021; ການຈັດຕັ້ງປະຕິບັດ 5 ໜ້າວຽກສິ່ງອໍານວຍຄວາມສະດວກ ເຊື່ອມຕໍ່ເຂົ້າສະຖານີລົດໄຟ ລາວ-ຈີນ ເຊັ່ນ: ການສະໜອງໄຟຟ້າ, ນໍ້າປະປາ ໃຫ້ສະຖານີລົດໄຟພາຍໃນທ້າຍເດືອນກັນຍາ 2021, ການກໍ່ສ້າງເສັ້ນທາງເຂົ້າສະຖານີ ແລະ ການສະໜອງສິ່ງອໍານວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ຢູ່ດ່ານໃຫ້ສໍາເລັດ ໃນກາງເດືອນພະຈິກ 2021 ແລະ ບັນຫາອື່ນໆ ກ່ອນການເປີດນໍາໃຊ້ຢ່າງເປັນທາງການ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການໃຫຍ່ ທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ ໂດຍການນໍາຂອງສອງພັກ ແລະ ສອງລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບ ລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ, ເປັນໂຄງການທີ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ໄດ້ປະກາດໃຫ້ສັງຄົມໂລກ ໄດ້ຮັບຮູ້ວ່າໂຄງການນີ້ ຈະສໍາເລັດ ແລະ ເປີດໃຫ້ບໍລິການໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້.

ໂອກາດດຽວກັນ, ທ່ານ ວັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ລາຍງານວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນຫາສະຖານີວຽງຈັນໃຕ້ (ທ່ານາແລ້ງ) ມາຮອດວັນທີ 25 ກໍລະກົດ 2021 ສໍາເລັດແລ້ວ 93,82% ໂດຍໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ ຄື: ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຊ່ວງທີ 1 (409 ກິໂລ ແມັດ) ລວມຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດວັນທີ 25 ກໍລະກົດ ປີ 2021 ປະຕິບັດສໍາເລັດ 99,90% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ. ໃນນີ້, ມີໜ້າວຽກ ຄື: ວຽກຂົວ ແລະ ທາງລອດ (ລວມຊ່ວງວຽງຈັນໃຕ້) ກໍ່ສ້າງຂົວທັງໝົດ 166 ແຫ່ງ, ໃນນີ້ ຊີເຈາະເສົາເຂັມໄດ້ 277.284 ແມັດ ເທົ່າກັບ 97,80% ຂອງການອອກແບບ; ສໍາເລັດການວາງຂາງຂົວ 66.944 ຊ່ວງເສົາ, ເທົ່າກັບ 96,50% ຂອງການອອກແບບ, ທາງລອດສໍາເລັດ 15.078 ແມັດ, ເທົ່າກັບ 99,10%, ວຽກວາງລາງ ສຳເລັດການປູລາງແຕ່ນະຄອນຫລວງວຽງຈັນ ຫາ ບໍ່ເຕັນ 409 ກິໂລແມັດ, ເທົ່າກັບ 100% ຂອງການອອກແບບ, ວຽກໄຟຟ້າ ແລະ ການສື່ສານ (4 ລະບົບ) ໄດ້ສໍາເລັດການຕັ້ງເສົາໄຟຟ້າ 6.221 ເສົາ, ເທົ່າກັບ 91,90%, ຕິດຕັ້ງແຂນຍືນແຈກໄຟຟ້າສໍາເລັດ 6.866 ຊຸດ, ເທົ່າກັບ 98,90%, ຕິດຕັ້ງສາຍໄຟແຈກໄຟຟ້າຕາມລະບົບໄຟສໍາເລັດ 510,10 ກິໂລ ແມັດ, ເທົ່າກັບ 88,80%, ສຳເລັດວາງສາຍໄຟແຮງສູງ 10kV 378.60 ກິໂລແມັດ, ເທົ່າກັບ 95,30%, ສໍາເລັດການວາງສາຍໄຟແຮງຕໍ່າ 674,80 ກິໂລແມັດ, ເທົ່າກັບ 80,60%, ສໍາເລັດການວາງສາຍໄຍແກ້ວ ຕາມສາຍຫລັກສໍາເລັດສະສົມ 1,362.60 ກິໂລແມັດ, (ເທົ່າກັບ 96%, ໃນນີ້ວາງສາຍໄຍແກ້ວຕາມອຸໂມງ ສໍາເລັດສະສົມ 205,60 ກິໂລແມັດ, ເທົ່າກັບ 99,50%, ສໍາເລັດການວາງສາຍສັນຍານໂທລະຄົມ 90 ກິໂລແມັດ, ສໍາເລັດສະສົມ 524,70 ກິໂລແມັດ, ເທົ່າກັບ 76,30%.

ດ້ານວຽກການກໍ່ສ້າງສະຖານີ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ 11 ສະຖານີ ຄື: ສະຖານີ ບໍ່ເຕັນ, ສະຖານີ ນາເຕີຍ, ສະຖານີ ນາໝໍ້, ສະຖານີ ເມືອງໄຊ, ສະຖານີ ເມືອງງາ, ສະຖານີ ຫຼວງພະບາງ, ສະຖານີກາສີ, ສະຖານີ ວັງວຽງ, ສະຖານີ ໂພນໂຮງ, ສະຖານີນະຄອນ ຫຼວງວຽງຈັນ ແລະ ສະຖານີ ສິນຄ້າວຽງຈັນໃຕ້ ລວມຄວາມຄືບໜ້າເທົ່າກັບ 79,20%.

ສຳລັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 2 (17 ກິໂລແມັດ), ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານ ນະ ຄອນຫລວງວຽງຈັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ໄລຍະທາງ 17 ກິໂລແມັດ ປະຕິ ບັດສໍາເລັດ 92% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ. ໃນນີ້, ວຽກວາງລາງ ແລະ ວຽກໄຟຟ້າ 4 ລະບົບ ສໍາເລັດ 41%.

LEAVE A REPLY

Please enter your comment!
Please enter your name here