ສິດເກົ່າອຸດົມລຸ້ນ 1989 – 1991 ຮ່ວມກັບນັກທຸລະກິດ ແຂວງຄຳມ່ວນ ມອບເຄື່ອງໃຫ້ແຮງງານລາວຢູ່ສູນກັກກັນ

0
1131

ນັກຮຽນອຸດົມລຸ້ນ 1989 – 1991 ຮ່ວມກັບບັນດານັກທຸລະກິດ ແຂວງຄຳມ່ວນປະກອບສ່ວນ ເຄື່ອງອຸປະໂພກ ບໍລິໂພກໃຫ້ແກ່ສູນກັກກັນ ພະຍາດໂຄວິດ-19.

ຕາມ Khamouane News ໃຫ້ຮູ້ວ່າ: ໃນວັນທີ 17 ສິງຫາ 2021 ນັກຮຽນອຸດົມລຸ້ນ 1989 – 1991 ຮ່ວມກັບບັນດານັກທຸລະກິດ ແຂວງຄຳມ່ວນ ໄດ້ນຳເອົາ ເຄື່ອງອຸປະໂພກ – ບໍລິໂພກ ມາມອບໃຫ້ແກ່ແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງ ຢູ່ສູນກັກກັນສະໜາມກິລາແຂວງ.

ເຊິ່ງຕາງໜ້າຮັບໂດຍ ກອງເລຂາຄະນະສະເພາະກິດຂັ້ນແຂວງ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້້ປະກອບມີ : ປະເພດອາຫານແຫ້ງ, ນໍ້າດື່ມ, ໜີ່, ເຄື່ອງໃຊ້ປະຈຳວັນ ແລະ ອື່ນໆ ທີ່ຈຳເປັນ, ລວມມຸນຄ່າ 30 ລ້ານກວ່າກີບ.

ທັງນີ້້ກໍ່ເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ແລະ ເປັນຂວັນກຳລັງໃຈໃຫ້ແກ່ແຮງງານທີ່ຢູ່ສູນໃຫ້ສາມາດຜ່ານຜ່າວິກິດການດັ່ງກ່າວໄປດ້ວຍດີ.

ໃນວັນດຽວກັນທາງ ປກສ ເມືອງທ່າແຂກກໍ່ໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກ ເປັນຕົ້ນ ນໍ້າດື່ມ, ເຂົ້າຈີ່ ແລະ ໝີ່ ມາມອບໃຫ້ກອງເລຂາ ເພື່ອນຳໄປມອບຕໍ່ໃຫ້ແກ່ແຮງງານທີ່ ຈຳກັດບໍລິເວນ ລວມມູນຄ່າ 2 ລ້ານກວ່າກີບ. ເປັນກຽດມອບໂດຍ ທ່ານ ພັ/ທ ພົມມະລາ ບົວລະພາ ຫົວໜ້າ ປກສ ເມືອງທ່າແຂກ.

LEAVE A REPLY

Please enter your comment!
Please enter your name here