ສປ​ ຈີນ​ ລົງທຶນໃນ​ລາວ​ ເປັນອັນດັບ​ໜຶ່ງ ມີ​ 813 ໂຄງການ ມູນຄ່າການລົງທຶນຫຼາຍກວ່າ 16 ຕື້ໂດລາ

0
1136

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ 5 ຈັດຂຶ້ນໃນວັນທີ 13 ສິງຫາ 2021 ທີ່ຜ່ານມາວ່າ: ນັບແຕ່ລັດຖະບານໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າ ກັບຕ່າງປະເທດ, ການລົງທຶນຈາກ ສປ ຈີນ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມູນຄ່າການລົງທຶນຈາກ ສປ ຈີນ ຈັດຢູ່ໃນອັນດັບ 1 ໃນ ຈໍານວນ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ.

ການລົງທຶນຂອງ ສປ ຈີນ ໃນ ສປປ ລາວ ນັບແຕ່ປີ 1989 ຮອດເດືອນກໍລະກົດ 2021 ມີຈຳນວນໂຄງການລົງທຶນທັງໝົດ 813 ໂຄງການ ແລະ ມີມູນຄ່າການລົງທຶນທັງໝົດຫຼາຍກວ່າ 16 ຕື້ໂດລາສະຫະລັດ; ສະເພາະໃນປີ 2020 ທ່າມກາງການແຜ່ລະບາດຂອງພະຍາດພະຍາດໂຄວິດ-19, ການລົງທຶນຈາກ ສປ ຈີນ ຍັງສືບຕໍ່ມີບັນຍາກາດທີ່ດີ ເຊິ່ງມີການອະນຸມັດໂຄງການລົງທຶນຈາກຈີນ ຈຳນວນ 21 ໂຄງການ ແລະ ມີມູນຄ່າການລົງທຶນ 2,5 ຕື້ໂດລາ, ໃນນັ້ນ ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງບໍ່ແຮ່, ບໍລິການ, ພະລັງງານໄຟຟ້າ, ກະສິກຳ ແລະ ຂະແໜງການອື່ນໆກໍ່ຍັງມີການລົງທຶນ ໃນການສ້າງພື້ນຖານໂຄງລ່າງ, ການລົງທຶນໃນກິດຈະການທົ່ວໄປເຊັ່ນ: ຮ້ານຄ້າ, ຮ້ານອາຫານ ແລະ ທຸລະກິດຄ້າຂາຍທົ່ວໄປຈຳນວນຫຼາຍ. ນອກນັ້ນ, ສປ ຈີນ ໄດ້ມີບົດບາດສຳຄັນໃນການລົງທຶນຢູ່ໃນບັນດາເຂດເສດຖະກິດພິເສດ ເຊິ່ງທີ່ໄດ້ຮັບການອະນຸມັດຈຳນວນ 89 ຫົວໜ່ວຍ ແລະ ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 215 ລ້ານໂດລາ.

ຂໍ້ມູນ: ນັກທຸລະກິດ New CEO Laos

LEAVE A REPLY

Please enter your comment!
Please enter your name here