ພົບຮ້ານອາຫານ ດອກຄາຍທອງ ລະເມີດແຈ້ງການ!

0
6498

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2021 ເວລາ 1:20 ໂມງ ເຈົ້າໜ້າທີ່ ຕຳຫຼວດທ່ອງທ່ຽວ ຫ້ອງສັນຕິບານ ປກສ ນວ, ໄດ້ລົງກວດກາຮ້ານອາຫານ ຢູ່ເຂດບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ພົບເຫັນຮ້ານອາຫານດອກຄາຍທອງ ເປີດໃຫ້ບໍລິການເກີນກຳນົດເວລາຕາມແຈ້ງການ ແລະ ມີການມົ້ວສຸມຫຼິ້ນການພະນັນທີ່ຕ້ອງຫ້າມ, ດື່ມສີ່ງມືນເມົາ, ສົ່ງສຽງເນື່ອງນັນ ແລະ ບໍ່ປະຕິບັດມາດຕະການປ້ອງກັນ ການແຜ່ລະບາດພະຍາດໂຄວິດ ຕາມແຈ້ງການ ເລກທີ 20/ສພກ.ນວ ຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ ໄດ້ກຳນົດໄວ້.

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າ ຫ້ອງສັນຕິບານ ປກສ ນວ ໄດ້ໃຫ້ຮູ້ວ່າ: ຜ່ານການລົງກວດກາພົບເຫັນຮ້ານອາຫານດອກຄາຍທອງ ຂອງ ທ້າວ ສົມປະເສີດ ອາຍຸ 33 ປີ, ຕັ້ງຢູ່ບ້ານໜອງແຕ່ງໃຕ້ ບໍ່ປະຕິບັດຕາມແຈ້ງການສະບັບເລກທີ 20/ສພກ.ນວ ລົງວັນທີ 3 ສິງຫາ 2021 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການເພີ່ມທະວີມາດຕະການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ covid 19 ຢູ່ນະຄອນຫຼວງວຽງຈັນ ເປີດບໍລິການຂາຍອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ, ປະປ່ອຍໃຫ້ຜູ້ມາໃຊ້ບໍລິການຫຼິ້ນການພະນັນທີ່ຕ້ອງຫ້າມ ( ຫຼິ້ນໄພ້ )ພ້ອມທັງເປີດໃຫ້ບໍລິການເກີນໂມງເວລາກຳນົດ .

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຜູ້ປະກອບການຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານໃນນະຄອນຫຼວງວຽງຈັນ ໃຫ້ຄວາມຮ່ວມມືໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ 19 ກຳລັງແຜ່ລະບາດ, ຖ້າຫາກພົບເຫັນສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນນະຄອນຫຼວງວຽງຈັນ ແຈ້ງໄດ້ທີ່ເບີ Whatsapp 020 28899774 ຫຼື ຜ່ານທາງຂໍ້ຄວາມ Facebook ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here