ປີ 2021 ແຂວງອຸດົມໄຊ ຈະສັກວັກຊີນໃຫ້ໄດ້ 50% ຂອງກຸ່ມເປົ້າໝາຍທົ່ວແຂວງ

0
1479

ຕາມການລາຍງານ ຂອງຂ່າວປະຈຳວັນ Daily News Oudomxay ໃຫ້ຮູ້ວ່າ: ທ່ານ ສີຈັນ ເກດວົງສາດຣ ຄຳຫຼ້າ ອານຸສອນ ຮອງຫົວໜ້າຂະແໜງອານາໄມ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງອຸດົມໄຊ, ຜູ້ຊີ້ນຳການຈັດຕັ້ງປະຕິບັດການໃຫ້ວັກຊີນຂັ້ນແຂວງ ໄດ້ໃຫ້ສຳພາດວ່າ: ການຈັດຕັ້ງປະຕິບັດການໃຫ້ວັກຊີນຢູ່ແຂວງອຸດົມໄຊ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນມີນາ 2021 ມາຮອດປັດຈຸບັນແມ່ນໄດ້ສັກວັກຊີນໃຫ້ແກ່ປະຊາຊົນໄດ້ທັງໝົດ 4 ຮອບ ວັກຊີນທີ່ນຳເຂົ້າມາສັກມີ 3 ຊະນິດ ຄື: ຊີໂນຟາມ, ແອັສຕ້າເຊເນກາ ແລະ ຈອນສັນແອນຈອນສັນ ໂດຍມີຈຸດບໍລິການໃຫ້ວັກຊີນຢູ່ພາຍໃນເທດສະບານແຂວງ, ໂຮງໝໍເມືອງ 7 ເມືອງ ແລະ ຂະຫຍາຍຈຸດບໍລິການໄປຍັງບັນດາໂຮງໝໍນ້ອຍທີ່ມີເງື່ອນໄຂໃນການໃຫ້ບໍລິການວັກຊີນ ມີເປົ້າໝາຍການໃຫ້ວັກຊີນຢູ່ພາຍໃນແຂວງທັງໝົດ 208.140 ຄົນ.

ສຳລັບປີ 2021 ນີ້ ຈະປະຕິບັດການໃຫ້ວັກຊີນໃຫ້ໄດ້ 104.070 ຄົນ ພາຍຫຼັງທີ່ໄດ້ເປີດບໍລິການໃຫ້ວັກຊີນ ປະຊາຊົນໃນກຸ່ມເປົ້າໝາຍກໍມີຄວາມຕື່ນຕົວ ແລະ ເປັນເຈົ້າການເຂົ້າຮ່ວມຂະບວນການຢ່າງຫລວງຫລາຍ ພ້ອມທັງປະຕິບັດມາດຕະການໃນການປ້ອງກັນໂຄວິດຢ່າງເຂັ້ມງວດ.ມາຮອດປັດຈຸບັນ ໄດ້ສັກວັກຊີນໃຫ້ແກ່ປະຊາຊົນໄປແລ້ວທັງໝົດ 66.190 ຄົນ ຖ້າທຽບໃສ່ແຜນປີ2021 ເທົ່າກັບ 63%.

ທ່ານກ່າວຕື່ມອີກວ່າ: ຜ່ານການຈັດຕັ້ງໃນໄລຍະຜ່ານມາກໍຍັງພົບຂໍ້ຫຍຸ້ງຍາກຈຳນວນໜຶ່ງ ໂດຍສະເພາະແມ່ນ ສະຖານທີ່ການໃຫ້ບໍລິການຍັງຄັບແຄບ, ການປະຕິບັດມາດຕະການຍັງບໍ່ທັນໄດ້ດີ, ແຕ່ເຖິງຢ່າງໃດກໍຕາມ ຄະນະຮັບຜິດຊອບກໍໄດ້ສືບຕໍ່ໃນການໃຫ້ວັກຊີນພາຍໃນປີ 2021 ໃຫ້ບັນລຸ 50% ຂອງຈຳນວນເປົ້າໝາຍທັງໝົດໃນທົ່ວແຂວງ.ໂອກາດນີ້ ດຣ ຄຳຫຼ້າ ອານຸສອນ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າພາຍໃນແຂວງອຸດົມໄຊ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດມາດຕະການໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນແມ່ນປະຕິບັດຫຼັກການອານາໄມ, ໝັ່ນລ້າງມືໃຫ້ສະອາດ ແລະ ໃສ່ຜ້າອັດປາກ-ດັງ ເວລາອອກໄປສະຖານທີ່ຕ່າງໆ.

LEAVE A REPLY

Please enter your comment!
Please enter your name here