ພໍ່ໃຈຮ້າຍ ລຳຄານສຽງລູກໄຫ້ ຮັດໂຕລູກຊາຍໄວ 8 ເດືອນ ຈົນເສຍຊີວິດ

0
7698

ຕາມການລາຍ ຂອງເວັກໄຊ້ຄວາມສະຫງົບ Lao Seculity News ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 27 ມີນາ 2021 ທີ່ຜ່ານມາ, ໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານລາດບົກ ວ່າ: ມີຄົນ ເສຍຊີວິດເປັນເດັກນ້ອຍ ອາຍຸພຽງ 8 ເດືອນ ຢູ່ເຮືອນຂອງທ້າວ ປອນວິໄລ ອາຍຸ 22 ປີ ຢູ່ບ້ານລາດບົກ ຈີ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງເຄື່ອນໄຫວສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊັນນະສູດສະຖານທີ່ເກີດເຫດ.

ພາຍຫຼັງກວດກາສະຖານທີ່ເກີດເຫດ ພົບເຫັນສົບຂອງ ທ້າວ ກໍ (ນາມສົມມຸດ) ອາຍຸໄດ້ 8 ເດືອນ ນອນເສຍຊີວິດຢູ່ໃນເຮືອນ; ໃນຂະນະນັ້ນ, ພົບເຫັນ ທ້າວ ປອນວິໄລ (ຜູ້ເປັນພໍ່) ຈຶ່ງໄດ້ສອບຖາມ ແລະ ຜູ້ກ່ຽວກໍສາລະພາບວ່າ: ຜູ້ກ່ຽວໄດ້ໃຊ້ແຂນຮັດລຳຕົວລູກຊາຍຂອງຕົນເອງ ຈົນເສຍຊີວິດຄາທີ່ ຍ້ອນຄວາມບໍ່ພໍທີ່ລູກໄຫ້.

ຈາກນັ້ນ, ຈຶ່ງໄດ້ກັກຕົວຜູ້ກ່ຽວໄປສອບສວນ ແລະ ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບສາລະພາບວ່າ: ໃນປີ 2018, ຜູ້ກ່ຽວໄດ້ເຄື່ອນໄຫວ ເສບຢາບ້າຈຳນວນຫຼາຍຄັ້ງ ໂດຍຢາບ້າດັ່ງກ່າວ ແມ່ນໄດ້ຊື້ນຳໄວລຸ້ນເຂດບ້ານໃກ້ຄຽງ ແລະ ມາຮອດປີ 2019 ໄດ້ສ້າງຄອບຄົວກັບນາງ ດຳ ອາຍຸ 27 ປີ ( ຄົນບ້ານດຽວກັນ ) ມີລູກນຳກັນ 1 ຄົນຊື່ທ້າວ ກໍ (ນາມສົມມຸດ).

ຮອດວັນທີ 26 ມີນາ 2021, ຜູ້ກ່ຽວໄດ້ຊື້ຢາບ້າມາເສບອີກຈຳ ນວນ 1 ເມັດ. ຫຼັງຈາກນັ້ນ, ກໍໄປນອນ ແລະ ມື້ຕໍ່ມາເວລາປະມານ 8:00 ໂມງ ຜູ້ກ່ຽວໄດ້ຕື່ນນອນແລ້ວ ໃຊ້ເມຍໄປແຕ່ງກິນ, ສ່ວນຜູ້ກ່ຽວແມ່ນໄດ້ເອົາລູກ. ໃນເວລານັ້ນ, ລູກໄດ້ຮ້ອງໄຫ້ບໍ່ເຊົາຜູ້ກ່ຽວ ຈຶ່ງເກີດມີແນວຄິດຢາກຮ້າຍ ຈຶ່ງໄດ້ອຸ້ມເອົາລູກປິ້ນໜ້າເຂົ້າຫາລຳຕົວຂອງຜູ້ກ່ຽວ ແລ້ວເອົາຄາງລູກກ່າຍໃສ່ບ່າໄຫຼ່ເບື້ອງຂວາ ກ່ອນໃຊ້ແຂນຮັດເຂົ້າລຳຕົວຂອງລູກຊາຍຢ່າງແຮງຈົນເຮັດໃຫ້ລູກເສຍຊີວິດຄາທີ່.

ຈົນຮອດເວລາ 11:00 ໂມງ ຂອງວັນດຽວ, ກັນຈຶ່ງຖືກເຈົ້າ ໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງ ຈະເລີນສຸກ ກັກຕົວໄປດຳເນີນຄະດີ.

ປັດຈຸບັນ, ຄະດີດັ່ງກ່າວຢູ່ແມ່ນກຳລັງສົ່ງສຳນວນຄະດີໃຫ້ພະແນກສືບສວນ-ສອບສອນ ປກສ ແຂວງຈຳປາສັກ ເພື່ອສົ່ງຟ້ອງໄອຍະການປະຊາຊົນແຂວງຈຳປາສັກ ດຳເນີນຄະດີຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here