ກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ

0
2244

ກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຈັດຂຶ້ນຕອນເຊົ້າວັນທີ 20 ສິງຫາ 2021 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໂດຍມີລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ເຈົ້າຄອງນະຄອນຫລວງ ເຈົ້າເມືອງ ພ້ອມດ້ວຍເລຂາພັກ ບ້ານຕ່າງໆ ທົ່ວນະຄອນຫລວງເຂົ້າຮວມ.

ທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫລວງວຽງຈັນວ່າ: ບັນຫາຢາເສບຕິດ ເປັນຄືມະເລັງຮ້າຍ ທີ່ກໍາລັງກັດກິນເສດຖະກິດ-ສັງຄົມ ຂອງພວກເຮົາ, ຊຶ່ງຄະນະພັກ-ອົງການປົກຄອງພວກເຮົາ ໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວ ໂດຍອີງໃສ່ກົດຫມາຍ ວ່າດ້ວຍຢາເສບຕິດ ແລະ ຄໍາສັ່ງເລກທີ 27 ຂອງລັດຖະບານ ວ່າດ້ວຍການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ, ໄດ້ມີຄໍາສັ່ງ ຂອງນະຄອນຫລວງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍການສ້າງນະຄອນຫລວງວຽງຈັນ ສະຫງົບສຸກ (ສ. ສະຫງົບສຸກ) ເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ,

ພວກເຮົາໄດ້ສຸມໃສ່ແກ້ໄຂບັນຫາແຕ່ລະເປົ້າຫມາຍ ແລະ ແກ້ໄຂຄະດີຢາເສບຕິດຫລາຍສົມຄວນ ແລະ ປັດຈຸບັນ ໄດ້ສໍາເລັດການຂຶ້ນບັນຊີເປົ້າຫມາຍ ພົວພັນກັບຢາເສບຕິດ ມີເຖິງ 9.000 ກວ່າເປົ້າຫມາຍ (ລວມມີເປົ້າຫມາຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ແລະ ເປົ້າຫມາຍເສບຢາເສບຕິດ), ເປົ້າຫມາຍທີ່ເປັນບ່ອນອໍານວຍຄວາມສະດວກ ແລະ ບ່ອນມົ້ວສຸມ 221 ຈຸດ, ມີສູນບໍາບັດ ແລະ ປິ່ນຜູ້ຕິດຢາເສບຕິດ 1 ແຫ່ງ ຊຶ່ງມີຜູ້ເຂົ້າປິ່ນປົວ ໃນປັດຈຸບັນ ຈຳນວນ 1.139 ຄົນ, ຍິງ 51 ຄົນ (ເຊິ່ງເກີນຄວາມສາມາດຮອງຮັບຂອງສູນ ສາມາດຮັບໄດ້ພຽງແຕ່ 350-500 ຄົນ), ແພດປິ່ນປົວ, ຢາຮັກສາກໍ່ຂາດເຂີນບໍ່ພຽງພໍ;

ນອກນັ້ນ ກໍ່ຍັງມີສູນສັງຄົມສົງເຄາະ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມຄອງ ຊຶ່ງມີຜູ້ທີ່ເປັນບ້າໃບ້ເສຍຈິດ ຈາກການເສບຢາຕິດຢູ່ນໍາຈໍານວນຫນຶ່ງ; ຢາເສບຕິດ ນອກຈາກເປັນຮາກເຫງົ້າຂອງການເກີດປະກົດການຫຍໍ້ທໍ້ ແລະ ອາດຊະຍາກໍາທາງອາຍາຕ່າງໆ ໃນສັງຄົມແລ້ວ, ຜູ້ເສບຢາສ່ວນຫລາຍແມ່ນເປັນຄົນຮຸ່ນຫນຸ່ມ ບໍ່ໄດ້ຮັບການສຶກສາ ເຮັດໃຫ້ຂາດກໍາລັງການຜະລິດທີ່ສໍາຄັນ ຂອງປະເທດ;

ກ່ຽວກັບແຜນຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດ ອົງຄະນະພັກ-ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 3 ຫລັກການ, 2 ຍຶດຫມັ້ນ, 2 ມາດຕະການ ແລະ 3 ຕ້ານ ຕາມທີ່ໄດ້ລະບຸໄວ້ ໃນຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ແລະ ທິດນໍາຂອງລັດຖະບານ, ໂດຍກໍານົດອອກເປັນ 6 ຄາດຫມາຍ ແລະ 6 ແຜນວຽກຈຸດສຸມ/ມາດຕະການຈັດຕັ້ງປະຕິບັດ.

ຈາກນັ້ນ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ປະທານກອງປະຊຸມ ໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອໃຫ້ທິດຊີ້ນໍາຕໍ່ອົງການປົກຄອງ ນະຄອນຫລວງວຽງຈັນ ນັບແຕ່ການນໍາ ນະຄອນຫລວງ, ການນຳຂັ້ນເມືອງ ຮອດບັນດານາຍບ້ານຕ່າງໆ ໃນຂອບເຂດນະຄອນຫລວງວຽງຈັນ ໃຫ້ເຂົ້າໃຈເລິກເຊິ່ງຕໍ່ 2 ວາລະແຫ່ງຊາດດັ່ງກ່າວ ໂດຍເນັ້ນເຖິງຄວາມໝາຍ, ຄວາມຈໍາເປັນ ລວມທັງເນື້ອໃນຂອງວາລະແຫ່ງຊາດ ເພື່ອເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຜ່ອນຄາຍລົງ ເປັນຕົ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ແລະ ບັນຫາການຄ້າຂາຍຢາເສບຕິດ ກໍໃຫ້ຫຼຸດລົງ. ກົນໄກການຈັດຕັ້ງປະຕິບັດຂອງວາລະແຫ່ງຊາດ ທັງ 2 ສະບັບ ໃຫ້ຈັດຕັ້ງບັນຊາ-ຊີ້ນຳແບບຍຸດທະບັ້ນຮົບ ຊຶ່ງນະຄອນຫລວງວຽງຈັນ ເປັນໃຈກາງດ້ານຕ່າງໆຂອງຊາດ ຍ້ອນແນວນັ້ນຕ້ອງມີການຊີ້ນຳບັນຊາຢ່າງມີກົນໄກໂດຍຖືເອົາ 3 ຫຼັກການໃຫຍ່ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍຄື ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ ແລະ ຮັບປະກັນຫຼັກການດ້ານວິທະຍາສາດ-ວິຊາການ ພ້ອມທັງໃຫ້ປະຊາຊົນ ກໍຄືພາກສ່ວນກ່ຽວຂ້ອງ ໄດ້ມີສ່ວນຮ່ວມນໍາ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ ອຳນາດການປົກຄອງແຕ່ລະຂັ້ນ ຂອງນະຄອນຫລວງວຽງຈັນ ເອົາໃຈໃສ່ 6 ປັດໄຈທີ່ສຳຄັນຄື:

1). ຕ້ອງມີຄວາມເປັນເອກະພາບສູງ ລະຫວ່າງ ການນຳ ກັບປະຊາຊົນ ໂດຍສະເພາະອຳນາດການປົກຄອງຂັ້ນຕ່າງໆ ຈຶ່ງຈະປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ເປັນຢ່າງດີ.

2). ຕ້ອງມີຄວາມຮັບຜິດຊອບສູງ ໂດຍການເປັນເຈົ້າການ ບົນພື້ນຖານເຮັດແທ້ທຳຈິງ ໃຫ້ຕີຖອຍລັດທິຮູບການ ເພື່ອລົງເລິກແກ້ໄຂບໍ່ໃຫ້ມີການລາຍງານທີ່ມັກແກ້ຕົວ, ລາຍງານດອກໄມ້ ແຕ່ຕ້ອງພ້ອມກັນຈັດຕັ້ງປະຕິບັດທຸກວຽກງານຂອງວາລະແຫ່ງຊາດ ຕາມທີ່ໄດ້ຮັບການມອບໝາຍໃຫ້.

3). ຕ້ອງສຸມໃສ່ຈັດລຽງບຸລິມະສິດ ແລະ ເປັນເຈົ້າການອັນຮີບດ່ວນຕ້ອງຈັດຕັ້ງປະຕິບັດກ່ອນ ເປັນຕົ້ນແມ່ນ ນະໂຍບາຍປະຢັດ, ການຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ ຊຶ່ງເບື້ອງລັດກໍຕ້ອງຈັດຕັ້ງກ່ອນ ແລະ ຂັ້ນທ້ອງຖິ່ນ ກໍຕ້ອງແມ່ນ ນະຄອນຫລວງ ເຮັດກ່ອນແຂວງອື່ນໆ.

4). ຕ້ອງສຸມໃສ່ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ໂດຍການສົມທົບກັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຍູ້ແຮງການຜະລິດທີ່ມີທ່າແຮງ, ວາງແຜນການຜະລິດ ພ້ອມທັງຫັນຄ່ານິຍົມຈາກສັງຄົມບໍລິໂພກ ໄປສູ່ສັງຄົມການຜະລິດ.

5). ຕ້ອງສຸມໃສ່ຂຶ້ນທະບຽນແຮງງານ, ຈັດສັນແຮງງານ ແລະ ປັບປຸງສີມືແຮງງານ ໂດຍໃຫ້ພະແນກພາຍໃນ ນະຄອນຫລວງ ສົມທົບກັບກະຊວງແຮງງານ ແລະ ສະພາອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ.

6). ຕ້ອງປັບປຸງກົນໄກການບໍລິຫານລັດຂັ້ນ ນະຄອນຫລວງ, ເມືອງ ແລະ ບ້ານ ໃຫ້ເຂັ້ມແຂງ ມີການບຸກທະລຸວຽກງານ ຊຶ່ງຂັ້ນບ້ານແມ່ນສຳຄັນຫຼາຍ ເຊິ່ງຕ້ອງໄດ້ມີການຕິດຕາມຊຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງຈິງຈັງ.

CR: Lao National Radio

LEAVE A REPLY

Please enter your comment!
Please enter your name here