ບໍລິສັດກຣີນເທັກ ຈະເປັນຜູ້ຮັບເໝົາບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃນຂອບເຂດເທສະບານ ເມືອງທ່າແຂກ

0
1158

ຕາມການລາຍງານ ຂອງ Khammouan News ໃຫ້ຮູ້ວ່າ: ພິທີເຊັນສັນຍາຮັບເໝົາບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃນຂອບເຂດເທສະບານ ເມືອງທ່າແຂກ ລະຫວ່າງ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນປະທານອົງການ ພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ (ອພບຕ) ຕາງໜ້າໃຫ້ແກ່ຝ່າຍລັດ ກັບ ທ່ານ ພອນປະເສີດ ທຳມະວົງສາ ປະທານບໍລິສັດ ກຣີນເທັກ ຈຳກັດ ຈັດຂຶ້ນໃນວັນທີ 20 ສິງຫາ 2021 ທີ່ຫ້ອງວ່າການ ແຂວງຄຳມ່ວນ ໂດຍມີທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີບັນດາພະແນກການ, ຂະແໜງການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການເກັບມ້ຽນຂີ້ເຫຍື້ອ ຂອງບໍລິສັດກຣີນເທັກ ເປັນຮູບການລົງທຶນພາຍໃນ 100% ໃນມູນຄ່າການລົງທຶນທັງໝົດ 6 ແສນກວ່າໂດລາສະຫະລັດ ເຊິ່ງມີອາຍຸການສຳປະທານ 05 ປີ (2021-2026) ແລະ ສາມາດຕໍ່ສັນຍາໄດ້ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍໄດ້ແບ່ງເປັນແຕ່ລະ ໄລຍະໃນການຈັດຕັ້ງປະຕິບັດຄື: ໄລຍະການສຳຫຼວດ, ເກັບກຳຂໍ້ມູນການໃຊ້ບໍລິການຕົວຈິງ ເພື່ອກຳນົດຈຸດ ວາງຖັງຂີ້ເຫຍື້ອ ແລະ ຈຸດໄວ້ຂີ້ເຫຍື້ອຂອງຄົວເຮືອນທີ່ລົດບໍ່ສາມາດເຂົ້າເຖິງ ພ້ອມທັງຂະຫຍາຍການບໍລິການ ໃຫ້ໄດ້ 85-100% ຂອງຈຳນວນ 28 ບ້ານ ແລະ 7.655 ຄົວເຮືອນໃນຂອບເຂດເທສະບານ, ການກະກຽມພາຫະນະກົນຈັກ, ອຸປະກອນຮັບໃຊ້, ຊັບພະຍາກອນມະນຸດ ເຂົ້າໃນການຮັບໃຊ້ວຽກງານ ບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ໃນໄລຍະເວລາ 120 ວັນ ພາຍຫຼັງເຊັນສັນຍາ.

ດ້ານສິດ ແລະ ພັນທະຂອງຝ່າຍບໍລິສັດຜູ້ສຳປະທານ ຕ້ອງສ້າງແຜນເຄື່ອນໄຫວນຳສະເໜີ ເພື່ອຂໍອະນຸມັດຈາກບັນດາ ອົງການລັດທີ່ກ່ຽວຂ້ອງ ແລະ ດຳເນີນກິດຈະການໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ, ປຸກລະດົມປະຊາຊົນໃນທ້ອງຖິ່ນເຂົ້າຮ່ວມເຮັດວຽກເປັນຄົນງານໃນໂຄງການ ດ້ວຍຮູບການຕອບແທນແຮງງານ ຕາມກົດໝາຍແຮງງານຂອງ ສປປ ລາວ ໄດ້ກຳນົດໄວ້, ຈັດຫາພາຫະນະລົດຂົນສົ່ງຂີ້ເຫຍື້ອ, ວັດຖຸອຸປະກອນ ແລະ ແຮງງານ ໃຫ້ພຽງພໍສຳລັບບໍລິການ, ເກັບຄ່າບໍລິການຕາມຂໍ້ກຳນົດຂອງປະທານ ອພບຕ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ຕາມລາຄາທີ່ໄດ້ກຳນົດ, ມີແຜນປ້ອງກັນໄພອັນຕະລາຍທີ່ອາດຈະເກີດຂຶ້ນ ໃນການປະຕິບັດວຽກງານ, ໃຫ້ຄວາມຮູ້ແກ່ພະນັກງານ ກຳມະກອນ ໃນການປະຖົມພະຍາບານຂັ້ນຕົ້ນ ແລະ ວິທີປ້ອງກັນພະຍາດຕິດແປດຈາກຂີ້ເຫຍື້ອ, ສ້າງສັນຍາກັບຜູ້ໃຊ້ບໍລິການ ໃນການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ຕາມຄົວເຮືອນ, ສຳນັກງານ-ອົງການ, ສະຖານທີ່ບໍລິການອື່ນໆ ໄປຖິ້ມສະໜາມຂີ້ເຫຍື້ອຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ຮັບປະກັນບໍ່ໃຫ້ຂີ້ເຫຍື້ອຕົກຄ້າງສະສົມຢູ່ຫຼາຍວັນ ແລະ ປະຕິບັດພັນທະອາກອນຕ່າງໆ ຕາມລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here