ເມຍເຕືອນແນວດີໆບໍ່ມັກ! ໃຈຮ້າຍໃຊ້ປືນຍິງເມຍເສຍຊີວິດຄາ

0
6753

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເກີດເຫດຜົວຄາດຕະກໍາເມຍ ເຊິ່ງ ທ້າວ ສຸຈີ ອາຍຸ 30 ປີ ( ຜູ້ເປັນຜົວ ) ໂດຍໃຊ້ປືນແກັບຍິງ ນາງ ລັດນາ ອາຍຸ 32 ປີ ( ຜູ້ເປັນເມຍ ) ເສຍຊີວິດຄາທີ່.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງປາກງື່ມ ນວ ໃຫ້ຮູ້ວ່າ: ໃນເວລາ 22:00 ໂມງ ຂອງວັນທີ 13 ພຶດສະພາ 2021, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານໂນນສູງ ວ່າ: ມີເຫດການຜົວຄາດຕະກໍາເມຍ ເຊິ່ງ ທ້າວ ສຸຈີ ອາຍຸ 30 ປີ ( ຜູ້ເປັນຜົວ ) ໂດຍໃຊ້ປືນແກັບຍິງ ນາງ ລັດນາ ອາຍຸ 32 ປີ ( ຜູ້ເປັນເມຍ ) ເສຍຊີວິດຄາທີ່ ຢູ່ສວນຢາງພະລາ ຫ່າງຈາກບ້ານໂນນສູງ ປະມານ 2,500 ແມັດ, ຈາກນັ້ນ ຜູ້ເປັນຜົວກໍ່ໃຊ້ປືນແກັບຍິງເຂົ້າຄາງຕົວເອງ ເພື່ອຫວັງຕາຍຕາມເມຍ ແຕ່ລູກປືນບໍ່ຖືກຈຸດສໍາຄັນ ກໍ່ເລີຍໄດ້ຮັບບາດເຈັບຫຼາຍພໍສົມຄວນ, ຈາກນັ້ນ ທ້າວ ສຸຈີ ໄດ້ແລ່ນໄປຫາພີ່ນ້ອງພາໄປໂຮງໝໍ ເພື່ອປິ່ນປົວ, ມາຮອດວັນທີ 26 ກໍລະກົດ 2021 ຜູ້ກ່ຽວຫາຍດີເປັນປົກກະຕິ ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວມາກັກຂັງໄວ້ ຢູ່ ປກສ ເມືອງປາກງື່ມ ເພື່ອດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ສຸຈີ ( ຜູ້ເປັນຜົວ ) ສາລະພາບກັບເຈົ້າໜ້າທີ່ວ່າ: ໄດ້ແຕ່ງດອງກັບນາງ ລັດນາ ( ຜູ້ເປັນເມຍ ) ແຕ່ປີ 2010 ແລະ ມີລູກນໍາກັນ 2 ຄົນ; ມາຮອດວັນທີ 13 ພຶດສະພາ 2021 ມື້ເກີດເຫດຕົນກັບເມຍໄດ້ຂັບຂີ່ລົດໄຖນາເດີນຕາມ ອອກໄປຊອກຫາຂອງກິນ ( ກ້ານກົບ, ຂຽດ ) ແລະ ໄດ້ເອົາປືນແກັບສອງກະບອກໄປນໍາ ເມື່ອໄປຮອດຈຸດເກີດເຫດ ເມຍໄດ້ຮ້າຍໃຫ້ຕົນທີ່ໄປພົວພັນກັບຢາເສບຕິດ ຈົນຜິດຖຽງກັນຢ່າງຮຸນແຮງ ແລ້ວເມຍໄດ້ຍາດເອົາປືນນໍາ ເຮັດໃຫ້ປືນລັ່ນດາດຫົວຜູ້ເປັນຜົວຈົນມີບາດແຜຢູ່ຄີິ້ວ ຜູ້ກ່ຽວຢາກຮ້າຍເລີຍເອົາປືນແກັບທີ່ພາຍຢູ່ ຍິງງ່ອນເມຍໜື່ງນັດ ເຮັດໃຫ້ເມຍເສຍຊີວິດຄາທີ່ ເມື່ອເຫັນເມຍເສຍຊີວິດກໍ່ຕົກໃຈ ເລີຍເອົາປືນຍິງໃສ່ຄາງຕົວເອງຫວັງຕາຍຕາມເມຍ ແຕ່ບໍ່ຕາຍເນື່ອງຈາກລູກປືນບໍ່ຖືກຈຸດສໍາຄັນ ເລີຍເຮັດໃຫ້ຕົນໄດ້ຮັບບາດເຈັບຫຼາຍພໍສົມຄວນ ຈິ່ງໄດ້ແລ່ນໄປຫາພີ່ນ້ອງພາໄປໂຮງໝໍ. ຕໍ່ກັບຄະດີດັ່ງກ່າວເຈົ້າໜ້າທີ່ ປກສ ເມືອງປາກງື່ມ ໄດ້ປະກອບສໍານວນຄະດີສົ່ງໃຫ້ໄອຍະການ ສັ່ງຟ້ອງສານຕັດສິນລົງໂທດຕາມຂັ້ນຕອນຂອງກົດໝາຍ.

LEAVE A REPLY

Please enter your comment!
Please enter your name here