ຍ້ອນຍັງຖືເບົາ! ບໍ່ປະຕິບັດຕາມມາດຕະການຈຶ່ງມີການລະບາດໃນຊຸມຊົນເພີ່ມຂຶ້ນ

0
2733

ຕາມການລາຍງານ ຂອງຄະນະສະເພາະກິດ ໃນວັນທີ 30 ສິງຫາ 2021 ໃຫ້ຮູ້ວ່າ: ສະພາບການລະບາດຢູ່ໃນລາວເຮົາ ປັດຈຸບັນ ພົບການຕິດເຊື້ອໃໝ່ຢູ່ໃນ 9 ແຂວງ, ໃນນັ້ນ ມີ 8 ແຂວງ ທີ່ມີລາຍງານການລະບາດຢູ່ໃນຊຸມຊົນ ຄື: ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ຄຳມ່ວນ, ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ນະຄອນຫຼວງ.

ແຂວງທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ ມີຢູ່ 5 ແຂວງ ເຊິ່ງສາເຫດຫຼັກ ກໍ່ມາຈາກການນຳເຂົ້າເປັນສ່ວນໃຫຍ່ ແຕ່ການຕິດເຊື້ອໃນຊຸມຊົນໃໝ່ ແມ່ນເກີດຈາກການບໍ່ປະຕິບັດມາດຕະການທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ຢ່າງເຂັ້ມງວດ ເຊັ່ນ: ການອະນຸຍາດໃຫ້ອອກຈາກບ້ານທີ່ຖືກກຳນົດເປັນບ້ານແດງ, ຍັງມີການຊຸມແຊວກັນເປັນກຸ່ມ, ມີການດຶ່ມສິ່ງມຶນເມົາ, ບໍ່ຮັກສາໄລຍະຫ່າງ ໃນຮ້ານອາຫານ ລວມທັງ ການຈັດງານປະເພນີ ເຫັນວ່າ ປະຊາຊົນຈຳນວນໜຶ່ງ ເມື່ອໄປຮ່ວມງານ ບໍ່ໃສ່ຜ້າປິດປາກ-ດັງ, ການປະຕິບັດມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ ບາງບໍລິສັດ, ໂຮງງານ, ຫ້າງຮ້ານ ຍັງບໍ່ເຮັດບໍ່ໄດ້ດີເທົ່າທີ່ຄວນ ເຊິ່ງທັງໝົດນີ້ ສ້າງໃຫ້ເກີດມີຄວາມສ່ຽງສູງ ໃຫ້ແກ່ການລະບາດອອກສູ່ຊຸມຊົນ ເຊິ່ງປະເທດຂອງພວກເຮົາກຳລັງພະເຊີນຢູ່ໃນປັດຈຸບັນນີ້;

ປະຈຸບັນ ມີລາຍງານການຕິດເຊື້ອ ພາຍໃນບໍລິສັດ, ໂຮງຈັກ, ໂຮງງານ ເຊິ່ງສ້າງຄວາມກັງວົນ ໃຫ້ແກ່ພະນັກງານ.

ສຳລັບຜູ້ທີ່ຮັບຜິດຊອບໃນບໍລິສັດ/ໂຮງຈັກ, ໂຮງງານ ສະເໜີໃຫ້ມີມາດຕະການໃນການປ້ອງກັນການຕິດເຊື້ອ ພາຍໃນຢ່າງເຄັ່ງຄັດ ແລະ ໃຫ້ມີການກວດອຸນຫະພູມເຂົ້າ-ອອກ ຢ່າງເປັນປົກກະຕິ, ມີຈຸດລ້າງມື ຫຼື ເຈວຂ້າເຊື້ອ ຢ່າງພຽງພໍ ແລະ ມີການຮັກສາໄລຍະຫ່າງ ໃນສະຖານທີ່ເຮັດວຽກ, ຫ້າມບໍ່ໃຫ້ຜູ້ທີ່ມີປະຫວັດການເຄື່ອນໄຫວ ມາແຕ່ເຂດແດງ ຫຼື ຮູ້ສຶກບໍ່ສະບາຍ ມາເຮັດວຽກ ໂດຍທີ່ບໍ່ມີການກວດກາທາງດ້ານສຸຂະພາບຢ່າງລະອຽດ.

LEAVE A REPLY

Please enter your comment!
Please enter your name here