ລາຍງານ 31 ສິງຫາ ຕິດເຊື້ອໃໝ່ +199 ຄົນ (ຊຸມຊົນ +64)

0
5276

ຕາມຖະແຫຼງຂ່າວປະຈຳວັນລາຍງານ ວັນທີ 31 ສິງຫາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 3521 ເຮັດໃຫ້ກວດພົບຜູ້ຕິດເຊື້ອໃໝ່ +199 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 64 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:

  • ນະຄອນຫຼວງ: 24
  • ສະຫວັນນະເຂດ 14 ຄົນ  
  • ບໍ່ແກ້ວ 11 ຄົນ
  • ຫຼວງນ້ຳທາ 8 ຄົນ
  • ສາລະວັນ 3 ຄົນ
  • ຄຳມ່ວນ 2 ຄົນ
  • ອຸດົມໄຊ 1 ຄົນ
  • ຈຳປາສັກ 1 ຄົນ

ສ່ວນ ກໍລະນີນໍາເຂົ້າ ມີ 135 ຄົນ ຈາກ ບໍລິຄຳໄຊ 2 ຄົນ, ນະຄອນຫຼວງ 4 ຄົນ, ຄຳມ່ວນ 5 ຄົນ, ສາລະວັນ 19 ຄົນ ,​ຈຳປາສັກ 51 ຄົນ ແລະ ສະຫວັນນະເຂດ 54 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,015 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,983 ຄົນ.

LEAVE A REPLY

Please enter your comment!
Please enter your name here