ກະຊວງ ປກສ ມອບເງິນ 100 ລ້ານກີບຊ່ວຍເຫລືອວຽກປ້ອງກັນໂຄວິດ-19 ຢູ່ແຂວງຄຳມ່ວນ

0
958

ໃນໂອກາດທີ່ ທ່ານ ພົນຕີ ກົງທອງພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ວັນທີ 31 ສິງຫາ 2021 ທ່ານໄດ້ເງິນມອບເງິນຈຳນວນ 100 ລ້ານກີບ ໃຫ້ແກ່ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫລືອເຂົ້າໃນວຽກງານປ້ອງກັນ, ສະ ກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ເກີດການລະບາດ ເປັນວົງກວ້າງ ແລະ ເພື່ອຕອບສະໜອງໃຫ້ແກ່ ຄະນະສະເພາະກິດຂັ້ນແຂວງ ໂດຍສະເພາະກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານແພດ-ໝໍທີ່ປະຕິບັດໜ້າທີ່ປະຈັນບານຕົວຈິງ, ເຊິ່ງຕາງໜ້າຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.

ປັດຈຸບັນ, ແຂວງຄຳມ່ວນ ໄດ້ຂະຫຍາຍສູນກັກບໍລິເວນໃນຂັ້ນແຂວງເປັນ 3 ສູນ ແລະ ຂັ້ນເມືອງ 9 ສູນ, ຂະຫຍາຍສູນປິ່ນປົວຈາກ 1 ສູນ ໃນເມື່ອກ່ອນ ມາເປັນ 4 ສູນ ສາມາດບັນຈຸໄດ້ 579 ຕຽງ ເພື່ອຮອງຮັບໃຫ້ແກ່ການກັກກັນບໍລິເວນ ແລະ ການປິ່ນປົວຜູ້ຕິດເຊື້ອທີ່ນັບມື້ເພີ່ມຂຶ້ນ, ພ້ອມທັງໄດ້ອອກມາດຕະການປິດ ການເຂົ້າ-ອອກແຂວງ ເປັນໄລຍະ 14 ວັນ ເລີ່ມແຕ່ວັນທີ 31 ສິງຫາ – 13 ກັນຍາ 2021 ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຕິດຕາມປະເມີນສະພາບການໃນແຕ່ລະໄລຍະ.

ຂ່າວ: ກອງຄຳ

LEAVE A REPLY

Please enter your comment!
Please enter your name here