ເຊົ້າມື້ນີ້ ແຂວງໄຊຍະບູລີ ເກີດແຜ່ນດິນໄຫວ

0
2365

ໃນຕອນເຊົ້າຂອງມື້ນີ້ເວລາ 5:16 ໂມງ ໄດ້ເກີດເຫດແຜ່ນດິນໄຫວ ດ້ວຍຄວາມແຮງສັ່ນສະເທືອນ 1.7 ຣີກເຕີ ຢູ່ ເຂດບ້ານປາກລອງ, ເມືອງໄຊສະຖານ, ແຂວງໄຊຍະບູລີ.

ອີງຕາມການລາຍງານຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນຄັ້ງວັນທີ 2 ກັນຍາ 2021 ເວລາ 05:16 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 1 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ເຊິ່ງມີຈຸດສູນກາງຢູ່ເສັ້ນຂະໜານທີ 19.33 ອົງສາເໜືອ ແລະ ເສັ້ນແວງທີ 101.43 ອົງສາຕາເວັນອອກ.

ແຜ່ນດິນໄຫວຄັ້ງນີ້ມີຄວາມແຮງສັ່ນສະເທືອນວັດແທກໄດ້ 1.7 ຣິກເຕີ, ມີຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ບ້ານປາກລອງ, ເມືອງໄຊສະຖານ ແຂວງໄຊຍະບູລີ ຫ່າງຈາກເທສະບານເມືອງໄຊສະຖານ ປະມານ 12 ກິໂລແມັດ.

ເຫດການດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

LEAVE A REPLY

Please enter your comment!
Please enter your name here