ລັດຖະບານ ເຫັນດີທົດລອງ ການຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ຂອງ 5 ຫົວໜ່ວຍງົບປະມານ

0
5951

ຕາມ ຂປລ ລາຍງານ: ໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ ປີ 2021 ຜ່ານມາ, ລັດຖະບານ ໄດ້ເຫັນດີຮັບຮອງເອົາບົດລາຍງານ ແລະ ການທົດລອງຈັດຕັ້ງປະຕິບັດ ການຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ຂອງ 5 ຫົວໜ່ວຍງົບປະມານ ໃນໄລຍະ 3 ປີ ເຊິ່ງປະກອບດ້ວຍ: ໂຮງໝໍມິດຕະພາບ 150 ຕຽງ ລວມທັງຕຶກທີ່ໄດ້ກໍ່ສ້າງໃໝ່, ໂຮງໝໍມະໂຫສົດ ລວມທັງຕຶກໃໝ່ທີ່ກຳລັງກໍ່ສ້າງ, ໂຮງໝໍເສດຖາທິລາດ, ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລ ເຕັກນິກປາກປ່າສັກ.

ສໍາລັບຕຶກສ້າງໃໝ່ຂອງໂຮງໝໍ 150 ຕຽງ ໂດຍນໍາໃຊ້ເງິນກູ້ຢືມຈາກຕ່າງປະເທດນັ້ນ, ພາກລັດເປັນຜູ້ດຳເນີນບໍລິການເອງ ການຮ່ວມມືກັບພາກເອກະຊົນ ແມ່ນໃຫ້ສືບຕໍ່ສົ່ງເສີມຕາມນະໂຍບາຍທີ່ລັດເຄີຍປະຕິບັດ ໃນພາກປະຕິບັດຕົວຈິງຜ່ານມາ.ການຫັນໄປສູ່ກຸ້ມຕົນເອງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ໂດຍມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບບັນດາຂະແໜງການກ່ຽວຂ້ອງ ສືບຕໍ່ຊຸກຍູ້, ຕິດ ຕາມ, ກວດກາການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ, ມີຄວາມຍືນຍົງ ເພື່ອເປັນຕົວແບບທີ່ດີ.

ນອກຈາກນັ້ນ, ສະເໜີໃຫ້ປັບປຸງຄືນນິຕິກຳທີ່ຈໍາເປັນ ເພື່ອຄຸ້ມຄອງ ແລະ ສົ່ງເສີມການຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ຂອງບັນດາຫົວໜ່ວຍວິຊາການອື່ນໆ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນບ່ອນທີ່ມີເງື່ອນໄຂ. ພ້ອມນີ້ ກໍໄດ້ມອບໃຫ້ກະຊວງພາຍໃນ ສຶກສາຄົ້ນຄວ້າໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ໃນວຽກງານດັ່ງກ່າວຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here