ເປີດການຮຽນ-ການສອນ ສົກ 2021-2022 ສະເພາະແຂວງ-ເມືອງ ທີ່ບໍ່ມີການລະບາດໂຄວິດ-19

0
3258

ຕາມການລາຍງານ ຂອງ ຂປລ ໃຫ້ຮູ້ວ່າ: ວັນທີ 6 ກັນຍາ 2021 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ ສົກຮຽນ 2021-2022 ແບບທາງໄກທົ່ວເທດ, ເຊິ່ງເຫັນດີເປັນເອກະພາບ ໃຫ້ແຕ່ຊັ້ນການສຶກສາກ່ອນໄວຮຽນຈົນຮອດການສຶກສາຊັ້ນສູງ ແຕ່ເວລາເປີດຮຽນ ຂອງສະຖານການສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນຈະແຕກຕ່າງກັນ ຂຶ້ນກັບສະຖານະການ ແລະ ການພິຈາລະນາ ຂອງຄະນະສະເພາະກິດ ຕ້ານພະຍາດໂຄວິດ-19 ໃນແຕ່ລະແຫ່ງ. ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໂອກາດໄຂສົກຮຽນໃໝ່ 2021-2022 ວ່າ: ການໄຂສົກຮຽນໃໝ່ປີນີ້, ອະນຸຍາດໃຫ້ເປີດການຮຽນການສອນຢູ່ໂຮງຮຽນ ສະເພາະແຂວງ, ເມືອງ ແລະ ທ້ອງຖິ່ນ ທີ່ບໍ່ມີການແຜ່ລະບາດຂອງໂຄວິດ-19 ຢູ່ໃນຊຸມຊົນໃນ 14 ວັນຜ່ານມາ ຫລື ເວົ້າຢ່າງໜຶ່ງວ່າ ຖ້າທ້ອງຖິ່ນໃດບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ແມ່ນສາມາດເປີດຮຽນໃນໂຮງຮຽນໄດ້.

ສຳລັບທ້ອງຖິ່ນໃດ ທີ່ຍັງມີຄວາມສ່ຽງຫລາຍ ແມ່ນຈະໄດ້ໂຈະການເປີດຮຽນໄວ້ເສຍກ່ອນ, ແຕ່ຢູ່ໃນສະຖານການສຶກສາ ສາມາດຈັດການຮຽນການສອນ ດ້ວຍຫລາຍຊ່ອງທາງ ເຊັ່ນ: ຮຽນທາງໄກ ຜ່ານຊ່ອງທາງອີເລັກໂຕຣນິກຕ່າງໆ, ໂທລະພາບ, ແອບຄັງປັນຍາລາວ, ຄູ ແລະ ນັກຮຽນພົບເປັນກຸ່ມນ້ອຍ, ໃຫ້ຄູປະສານນໍາພໍ່ແມ່ຜູ້ປົກຄອງ ຊ່ວຍລູກຮຽນຢູ່ເຮືອນ ຫລື ຄູ ໄປແນະ ນຳນັກຮຽນກັບເຮືອນ; ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມນັ້ນ, ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກທ່ານ ຈະຕ້ອງໄດ້ຮັບການສັກວັກຊິນຄົບໂດສ, ສະຖານການສຶກສາຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມໂຄວິດ-19 ທີ່ເຂັ້ມງວດ ເຊັ່ນ: ມີການກວດອຸນນະພູມທຸກຄົນທີ່ເຂົ້າມາໃນໂຮງຮຽນ, ໃສ່ຜ້າອັດປາກ-ອັດດັງ, ປະຕິບັດມາດຕະການຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ແລະ ໃຊ້ເຈວຂ້າເຊື້ອເປັນປົກກະຕິ ເປັນຕົ້ນ.

ທ່ານ ພຸດ ສິມມາລາວົງ ກ່າວຕື່ມວ່າ: ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຕ້ອງເພີ່ມທະວີບົດບາດຂອງຕົນເອງ ໃນການຮັກສາສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ຮັບປະກັນການຮຽນ-ການສອນໃຫ້ຕໍ່ເນື່ອງ ຜ່ານຊ່ອງທາງຕ່າງໆ ສະນັ້ນ ຜູ້ບໍລິຫານການສຶກສາ ແລະ ກິລາ ຕ້ອງໄດ້ເອົາໃສ່ສ້າງທຸກເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນເອງ; ຄູ-ອາຈານ ຈໍາເປັນຕ້ອງໄດ້ຮຽນຮູ້ເນື້ອໃນຄວາມຮູ້ໃໝ່, ຄົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການແຕ່ລະໄລຍະ, ອາດຈະຫລຸດປະລິມານເນື້ອໃນການຮຽນທີ່ເຫັນວ່າບໍ່ຈຳເປັນລົງ, ປັບປ່ຽນ ຫລື ຫລຸດຜ່ອນການວັດຜົນໃນຕອນທ້າຍພາກຮຽນ ເປັນການວັດ ແລະ ປະເມີນຜູ້ຮຽນແບບຕໍ່ເນື່ອງຫລາຍຂຶ້ນ; ຜູ້ປົກຄອງຄວນໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫລາຍຂຶ້ນ, ຕິດຕາມການຮຽນຂອງລູກຫລານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ຊ່ວຍອຳນວຍຄວາມສະດວກບັນດາສື່ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມທັງຕິດຕາມພຶດຕິກຳຂອງລູກຫລານຕົນຢ່າງໃກ້ຊິດ; ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ເມືອງ ແລະ ຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຊ່ວຍປັບປຸງ ແລະ ຊຸກຍູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາ ສາມາດເຂົ້າເຖິງແຫລ່ງການຮຽນຮູ້ທີ່ທັນສະໄໝຫລາຍຂຶ້ນ.

ສຳລັບທ້ອງຖິ່ນໃດທີ່ສາມາດສອນແບບອອນລາຍ ຫລື ແບບທາງໄກ ທີ່ຮັບປະກັນທັງຜູ້ສົ່ງ ແລະ ຜູ້ຮັບ ສາມາດສື່ສານຫາກັນໄດ້ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງກົມວິຊາການ ທີ່ໄດ້ອອກລະບຽບການສະເພາະແລ້ວນັ້ນ; ສໍາລັບທ້ອງຖິ່ນ ແລະ ສະຖານການສຶກສາໃດ ທີ່ບໍ່ສາມາດຮຽນທາງອອນລາຍແມ່ນໃຫ້ຄູມອບວຽກບ້ານໃຫ້, ມີການນັດພົບເປັນກຸ່ມນ້ອຍເປັນບາງຄັ້ງ ເພື່ອກວດວຽກບ້ານ ແລະ ມອບວຽກບ້ານຕໍ່ໄປ, ປະກອບປຶ້ມແບບຮຽນໃຫ້ນັກຮຽນໃຫ້ຄົບເພື່ອສະດວກໃນການຮຽນຢູ່ເຮືອນ, ແນະນຳພໍ່ແມ່ ຊ່ວຍແນະນຳລູກຫລານຢູ່ເຮືອນຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here