ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ຍັງສືບຕໍ່ເດີນທາງເຂົ້າສູນກັກກັນ

0
1895

ຕາມ ຂປລ ໃຫ້ຮູ້ວ່າ: ຕາມການລາຍງານ ຈາກຄະນະຮັບຜິດຊອບສູນກັກບໍລິເວນຫລັກ 4 ແລະ ສູນອັບເກນ ແຂວງສະຫວັນນະເຂດ, ເຊິ່ງເປັນສູນກັ່ນກອງແຮງງານລາວທີ່ກັບມາຈາກປະ ເທດເພື່ອນບ້ານ ເພື່ອກັກຕົວກັ່ນກອງຫາເຊື່ອພະຍາດໂຄວິດ 19 ກ່ອນຈະກັບຄືນສູ່ຄອບຄົວດ້ວຍສຸຂະພາບທີ່ແຂງແຮງ ແລະ ປອດໄພຈາກເຊື້ອພະຍາດໂຄວິດ-19 ໄດ້ລາຍງານຕົວເລກແຮງງານລາວທີ່ເຂົ້າສູນໃນວັນທີ 7 ກັນຍາ 2021 ນີ້ວ່າ: ສຳລັບສູນຫລັກ 4 ມີແຮງງານທັງໝົດ 531 ຄົນ, ຍິງ 231 ຄົນ, ເປັນແຮງງານເຂົ້າມາໃໝ່ 67 ຄົນ ຍິງ 36 ຄົນ, ຍ້າຍລົງບັນດາເມືອງ 90 ຄົນ ຍິງ, 39 ຄົນ, ເກັບຕົວຢ່າງເພື່ອສົ່ງກວດໄດ້ 67 ຄົນ, ປັດຈຸບັນ ຍັງຄ້າງສູນ 508 ຄົນ ຍິງ, 228 ຄົນ ແລະ ຢູ່ສູນອັບເກນ ມີແຮງງານກັກກັນຕົວທັງໝົດ 344 ຄົນ, ຍິງ 171 ຄົນ, ຍ້າຍລົງບັນດາເມືອງ 145 ຄົນ, ຍິງ 70 ຄົນ, ຄ້າງໃນສູນ 199 ຄົນ, ຍິງ 101 ຄົນ.

ສຳລັບຕົວເລກ ຕາມການລາຍງານຜົນກວດວັນທີ 7 ກັນຍາ 2021 ແຂວງສະຫວັນນະເຂດ ໄດ້ກວດວິເຄາະ ແລະ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 63 ຄົນ ໃນນັ້ນແຮງງານນຳເຂົ້າ 53 ຄົນ ແລະ ຕິດເຊື້ອໃນຊຸມຊົນ 10 ຄົນ.ຂໍ້ມູນ: ວິທະຍຸກະຈາຍສຽງ ສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here