ຕາມການລາຍງານຂອງ ສະຖານນີ ວິທະຍຸ ໂທລະພາບ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຄະນະກໍາມະການແກ້ໄຂບັນຫາເດັກເລລ້ອນ ລົງເຕົ້າໂຮມເອົາເດັກເລລ້ອນຢູ່ຕາມຈຸດຕ່າງໆ ພາຍໃນເທດສະບານແຂວງ ມາຮັບການກວດສຸຂະພາບ ແລະ ສານເສບຕິດຂ່າວ: ຄານມະນີ ຮຽນດໍຈັນ ຕອນເຊົ້າວັນທີ 9 ກັນຍານີ້ ຄະນະກໍາມະການແກ້ໄຂບັນຫາເດັກເລລ້ອນ ແຂວງອຸດົມໄຊ ສົມທົບກັບ ຄະນະກຳມະການຂັ້ນເມືອງ ແລະ ອົງການປົກຄອງບ້ານພູຂຽວ ໄດ້ລົງເຄື່ອນໄຫວເຕົ້າໂຮມເອົາເດັກເລລ້ອນທີ່ເຄື່ອນໄຫວອາໄສຢູ່ຕາມຈຸດຕ່າງໆ ພາຍໃນເທດສະບານ ແຂວງອຸດົມໄຊ ເພື່ອມາຮັບການກວດສຸຂະພາບ ແລະ ສານເສດຕິດໃນຮ່າງກາຍ.
![](https://tholakhong.com/wp-content/uploads/2021/09/ເດັກເລລ້ອນ1.jpeg)
ການລົງເຄື່ອນໄຫວແກ້ໄຂບັນຫາເດັກເລລ້ອນຂອງຄະນະກຳມະການຂັ້ນແຂວງ ແລະ ເມືອງ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພາຍໃນເທດສະບານ ແຂວງອຸດົມໄຊ ມີຄວາມເປັນລະບຽບຮຽບຮ້ອຍ ທັງເປັນການຊຸກຍູ້, ຊ່ວຍເຫຼືອເດັກເລລ້ອນດັ່ງກ່າວມີຊີວິດການເປັນຢູ່ທີ່ດີ ແລະຮັບການດູແລດ້ານສຸຂະພາບ.
ເບື້ອງຕົ້ນເປົ້າຫມາຍທີ່ຈະນຳມາເຕົ້າໂຮມຮັບການກວດສຸຂະພາບໃນຄັ້ງນີ້ ມີທັງຫມົດ 11 ຄົນ, ຍິງ 4 ຄົນ ສາມາດເຕົ້າໂຮມເຂົ້າມາຮັບການກວດຕົວຈິງ ຈຳນວນ 9 ຄົນ, ຍິງ 3 ຄົນ ທັງຫມົດແມ່ນມາຈາກບ້ານພູຂຽວ ແລະ ບ້ານມອນໃຕ້, ເມືອງໄຊ, ແຂວງອຸດົມໄຊ.
![](https://tholakhong.com/wp-content/uploads/2021/09/ເດັກເລລ້ອນ2.jpeg)
ຜົນການກວດຕົວຈິງຂອງວິຊາການແພດ ຈາກໂຮງຫມໍແຂວງອຸດົມໄຊ ພົບເຫັນ ມີເດັກຂາດສານອາຫານ, ນ້ຳຫນັກ ແລະ ລວງສູງ ຫຼຸດມາດຕະຖານ, ເກີດມີພະຍາດຕາມຜິວຫນັງ ແລະເດັກຈຳນວນໜຶ່ງມີສານເສບຕິດໃນຮ່າງກາຍ.
ພາຍຫຼັງສຳເລັດການກວດກາສຸຂະພາບໃຫ້ແກ່ເດັກ ທາງຄະນະກຳມະການແກ້ໄຂບັນຫາເດັກເລລ້ອນ ຂັ້ນແຂວງ, ຂັ້ນເມືອງ ແລະ ອົງການປົກຄອງບ້ານພູຂຽວ ໄດ້ປຶກສາຫາລື ເພື່ອຊ່ວຍເຫຼືອ, ແກ້ໄຂບັນຫາຊີວິດການເປັນຢູ່, ດ້ານອາຫານ, ການສຶກສາ, ສຸຂະພາບ ແລະ ການບຳບັດ ຜູ້ທີ່ມີສານເສບຕິດໃນຮ່າງກາຍ ແລະຊອກຫາທາງອອກທີ່ດີແກ່ເຂົາເຈົ້າ ດັ່ງນັ້ນຂໍຮຽກຮ້ອງມາຍັງທຸກຄົນໃນສັງຄົມຈົ່ງຊ່ວຍກັນຫາທາງອອກ ແລະ ບໍ່ໃຫ້ລັງກຽດເດັກເລົ່ານີ້.