ນໍ້າຖ້ວມຫຼາຍເຂດ ໃນເມືອງແກ່ນທ້າວ ແຂວງໄຊຍະບູລີ

0
2169

ຕາມຫ້ອງການຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ເມືອງແກ່ນທ້າວ ໃຫ້ຮູ້ວ່າ: ນໍ້າເຫືອງ ລົ້ນຝັ່ງເຂົ້າຖ້ວມເຮືອນປະຊາຊົນເມືອງແກ່ນທ້າວຍ້ອນຝົນຕົກໜັກຕິດຕໍ່ກັນ 2 ວັນ ຄື ວັນທີ 9-10 ກັນຍາ 2021 ນີ້, ເຮັດນໍ້າເຫືອງຂຶ້ນສູງລົ້ນຝັ່ງເຂົ້າຖ້ວມເຮືອນ, ນາຂອງປະຊາຊົນ ແລະ ຂົວຢູ່ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເຂດບ້ານຈອມແກ້ວ, ທ່າດ່ານປະເພນີສີພູມ ບ້ານທ້າວແກ່ນ, ຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ແລະ ນາຂອງປະຊາຊົນຈໍານວນໜຶ່ງ.

ສະເພາະເຮືອນປະຊາຊົນບ່ອນທີ່ນໍ້າຖ້ວມ ແລະ ບ່ອນທີ່ມີຄວາມສ່ຽງ ແມ່ນໄດ້ຂົນເຄື່ອງອອກແລ້ວຈາກເຮືອນແລ້ວ.

ສ່ວນຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ລົດບໍ່ສາມາດໄປ-ມາໄດ້. ປັດຈຸບັນ, ລະດັບນໍ້າຍັງສູງຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນີ້, ທາງຫ້ອງວ່າການເມືອງ ໄດ້ອອກແຈ້ງການ ໃຫ້ຕິດຕາມເຝົ້າລະວັງ ຜົນກະທົບຈາກສະພາບຝົນຕົກໜັກ ຈາກພາຍຸໂກນເຊິນ ໂດຍອີງໃສ່ແຈ້ງການເຕືອນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ພາຍຸເຂດຮ້ອນໂກນເຊິນ ເຊິ່ງມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງ ຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021.

ຈາກນັ້ນ, ຈະອ່ອນກໍາລັງລົງເປັນພາຍຸດີເປຊັນ ເຄື່ອນທີ່ຜ່ານພາກກາງ ຫາພາກເໜືອ ຂອງ ສປປ ລາວ ໃນວັນທີ 13-14 ກັນຍາ 2021 ນີ້. ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ໃນສປປລາວ ກໍ່ຄື ແຂວງໄຊຍະບູລີ ຈຶ່ງຂໍແຈ້ງເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນໃນທົ່ວເມືອງ ຈົ່ງມີສະຕິລະວັງຕົວ ເຊິ່ງອາດຈະເກີດດິນເຈື່ອນ, ນໍ້າຖ້ວມຊຸ ແລະ ຖ້ວມຍຶ່ງ.

ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ,ໃຫ້ແຕ່ລະພາກສ່ວນຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະນີ້ ໃຫ້ເປັນປົກກະຕິ.

LEAVE A REPLY

Please enter your comment!
Please enter your name here