ເລັ່ງຊ່ວຍເຫຼືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບຈາກພາຍຸ ໃນເມືອງສາລະວັນ

0
893

ເມືອງສາລະວັນ ເລັ່ງຊ່ວຍເຫຼືອ ປະຊາຊົນ 4 ບ້ານ ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ

ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ ໃຫ້ສຳພາດໃນຄັ້ງວັນທີ 13 ກັນຍານີ້ວ່າ: ເພື່ອເລັ່ງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸ ໂກນເຊິນ ທີ່ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ, ໄດ້ແຕ່ງຕັ້ງຄະນະກຳມະການຕ່າງໆ ເປັນຕົ້ນ: ແບ່ງຈຸ ລົງຕິດຕາມ, ກວດກາ, ເກັບກຳຂໍ້ມູນບ້ານທີ່ໄດ້ຮັບຜົນກະທົບເສຍຫາຍ ຢ່າງລະອຽດ ແລະ ສິ່ງສຳຄັນ ສຸມໃສ່ຊ່ວຍເຫຼືອໃນເບື້ອງຕົ້ນ, ທີ່ຢູ່ອາໄສຊົ່ວຄາວ, ອາຫານການກິນ, ຢາປົວພະຍາດ ແລະ ດ້ານສຸຂະອະນາໄມ ກໍ່ໄດ້ຮີບຮ້ອນເອົາໃຈໃສ່ ແກ້ໄຂຢ່າງທັນການ.

ນອກນັ້ນໄດ້ປະສານສົບທົບ ແລະແຕ່ງຕັ້ງ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຊ່ວຍເຫຼືອເກັບມ້ຽນສິ່ງຂອງຕ່າງໆ ແລະ ສ້ອມແປງເຮືອນຊານຂອງປະຊາຊົນ ທີ່ເປ່ເພເລັກນ້ອຍ. ເຊີ່ງໄດ້ເລີ່ມສ້າງທີ່ພັກຊົ່ວຄາວໃຫ້ເຂົາເຈົ້າໄດ້ຢູ່ອາໄສ, ເອົາໃຈໃສ່ປຸກລະດົມທັງພາກລັດ ແລະເອກະຊົນ, ຜູ້ປະກອບການ ແລະບຸກຄົນ ປະກອບສ່ວນຊ່ວຍເຫຼືອປະເພດ, ວັດຖຸ, ປັດໃຈ, ເຄື່ອງອຸໂພກ-ບໍລິໂພກ ຕາມທ່າແຮງ ແລະ ເງື່ອນໄຂ ເພື່ອຢຽວຢາ, ໃຫ້ກຳລັງໃຈຜູ້ທີ່ຖືກຜົນກະທົບ, ບັນເທົາທຸກເບື້ອງຕົ້ນ.

ສໍາລັບເຮືອນ ທີ່ເປ່ເພ ເສຍຫາຍໜັກ ແມ່ນຈະສ້າງທີ່ພັກພາອາໄສ, ສ້ອມແປງຄືນໃຫ້ເຂົາເຈົ້າໄດ້ກັບມາຢູ່ຢ່າງຖາວອນ ແລະ ສືບຕໍ່ສະໜອງເຄື່ອງບໍລິໂພກ ແລະ ອຸປະໂພກຈໍານວນໜື່ງເພື່ອເຮັດໃຫ້ເຂົ້າເຈົ້າໄດ້ດຳລົງຊີວີດໄດ້ຢ່າງເປັນປົກກະຕິ. #ເມືອງສາລະວັນ ໄດ້ຮັບຜົນກະທົບທັງໜົດ 4 ບ້ານ, ມີ 141 ຫລັງຄາເຮືອນ ເຊີ່ງມີ: ບ້ານໂພນໃຜ່ 90 ຫລັງຄາເຮືອນ, ເສຍຫາຍໜັກ 25 ຫຼັງ, ບ້ານກ້ວຍ 43 ຫຼັງ, ເສຍຫາຍໜັກ 5 ຫຼັງ, ບ້ານ ແບ່ງອຸດົມ 6 ຫຼັງ, ເສຍຫາຍໜັກ 1 ຫລັງ ແລະ ບ້ານທາດຫ້ວຍ 2 ຫຼັງຄາເຮືອນ. ໃນນັ້ນໄດ້ຖືເອົາບ້ານໂພນໃຜ່ ເປັນຈຸດໃຈກາງໃນການຕັ້ງສູນການຮັບບໍລິຈາກ ແລະ ຊ່ວຍເຫລືອເປັນບູລິມະສິດພິເສດ, ເຊີ່ງເປັນບ້ານທີ່ຖືກຜົນກະທົບຫລາຍກວ່າໜູ່. ສຳລັບການຊ່ວຍເຫລືອມາຮອດປະຈຸບັນ ໄດ້ມີຜູ້ປະກອບສວ່ນຊ່ວຍເຫລືອທັງໝົດ 24 ພາກສ່ວນ, ມີປະເພດເຄື່ອງບໍລິໂພກ ແລະ ອຸປະໂພກ ມູນຄ່າຫຼາຍກວ່າ 100 ລ້ານກີບ ແລະ ເງີນສົດເກືອບ 30 ລ້ານກີບ.

ຂໍ້ມູນ: ໜັງສືພິມ ສາລະວັນ, ພາບ-ຂ່າວ:ທິດລານີ ໂຄດໂຍທາ.

LEAVE A REPLY

Please enter your comment!
Please enter your name here