ກຳນົດຕະຫຼາດເອບີໂຊກໄຊ ສະໜອງອາຫານ ໃຫ້ປະຊາຊົນ ເມືອງສາລະວັນ

0
1344

ເມືອງສາລະວັນ ຜ່ອນຜັນບາງມາດຕະການ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ

ຕາມການລາຍງານ ຂອງໜັງສືພິມ ສາລະວັນ ໃຫ້ຮູ້ວ່າ: ເມືອງສາລະວັນ ໄດ້ອອກແຈ້ງການເພີ່ມເຕີມ ສະບັບເລກທີ 51/ຈມ.ສວ ກ່ຽວກັບການຜ່ອນຜັນບາງມາດຕະການ ທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ກັບການດຳລົງຊີວິດປະຈຳວັນຂອງປະຊາຊົນ ໂດຍສະເພາະໃນເທສະບານເມືອງ ເປັນຕົ້ນ: ດ້ານສະບຽງອາຫານ, ການບໍລິການຂອງກິດຈະການບາງດ້ານ ທີ່ຕິດພັນກັບການໃຊ້ຊີວິດປະຈຳວັນ, ພາຍຫຼັງປະຕິບັດຕາມມາດຕະການປິດການເຂົ້າ-ອອກ ເມືອງ ຂັ້ນສູງ ແລະ ໄດ້ອະນຸຍາດເປີດການສັນຈອນເຂົ້າ-ອອກ ບ້ານໂພນບົກ ຫຼັງຄົບກຳນົດ 14 ວັນ.

ແນໃສ່ການແກ້ໄຂບັນຫາ ຂອງການດຳລົງຊີວິດ ຂອງປະຊາຊົນ ໃນເທສະບານເມືອງສາລະວັນ ໄດ້ອະນຸຍາດເປີດຕະຫຼາດເອບີໂຊກໄຊ ສະໜອງອາຫານປະເພດ ຊີ້ນ-ປາ, ເຂົ້າສານ-ນໍ້າດື່ມ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ພ້ອມທັງໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການ, ສຳລັບຈຸດບໍລິການຕະຫຼາດເກົ່າ ແມ່ນສືບຕໍ່ປິດ ເພື່ອທຳຄວາມສະອາດ, ພົ່ນຢາຂ້າເຊື້ອໃຫ້ຄົບຕາມກຳນົດ ເລີ່ມແຕ່ວັນທີ 14-28 ກັນຍາ 2021, ພ້ອມທັງອະນຸຍາດບາງກິດຈະການ ເປັນຕົ້ນ: ອະນຸຍາດໃຫ້ເປີດຂາຍວັດສະດຸກໍ່ສ້າງ 2 ຮ້ານ ຄື: ຮ້ານຂາຍວັດສະດຸກໍ່ສ້າງບົງດາວ ແລະ ມະຫາໄຊວັດສະດຸກໍ່ສ້າງ, ອະນຸຍາດເປີດຮ້ານສ້ອມແປງພາຫະນະ ແລະຮ້ານຕາບຢາງລົດຄື: ຮ້ານພວງ ຕາບຢາງ ແລະຮ້ານສະເຫຼີມໄຊ ສ້ອມແປງ ເພື່ອແກ້ໄຂບາງບັນຫາຂອງປະຊາຊົນທີ່ມີຄວາມຈຳເປັນ. ຫຼັງຈາກການປະເມີນສະຖານະການຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ເມືອງ. ສຳລັບມາດຕະການອື່ນໆ ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຕາມສຳສັ່ງ, ແຈ້ງການຂອງຂັ້ນເທິງ ວາງອອກ ຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here