ແຈ້ງການ! ຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ

0
3666

ແຈ້ງການ ກ່ຽວກັບການເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID – 19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 16 – 30 ກັນຍາ 2021

1.ໃຫ້ສືບຕໍ່ປະຕິບັດມາດຕະການຫ້າມ ແລະ ຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກຳນົດໄວ້ໃນ ຄຳສັ່ງ ເລກທີ 015/ຈນວ, ລົງວັນທີ 30 ສິງຫາ2021, ແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ແຈ້ງການ ເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ2021, ຄຳແນະນຳ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021 ແລະ ບັນດາຄຳແນະນຳຂອງຄະນະສະເພາະກິດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ເມືອງ ວາງອອກ ຢ່າງເຂັ້ມງວດ ແລະ ເດັດຂາດ;

2. ໃຫ້ເພີ່ມທະວີ ການປະຕິບັດຂໍ້ຫ້າມເພີ່ມ ຄື:

2.1. ຫ້າມບຸກຄົນ ຢູ່ນະຄອນຫຼວງວຽງຈັນ ເດີນທາງໄປແຂວງ ທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເຊັ່ນ: ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງບໍ່ແກ້ວ (ເມືອງຕົ້ນເຜິ້ງ). ກໍລະນີຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ນະຄອນຫຼວງວຽງຈັນ ແຕ່ເວລາເດີນທາງກັບມາ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນຈັດໄວ້;

2.2. ຫ້າມບຸກຄົນ ຢູ່ແຂວງທີ່ມີການລະບາດໃນຊຸມຊົນ ລະດັບ 2 ແລະ 3 ເດີນທາງເຂົ້າມານະຄອນຫຼວງວຽງຈັນ. ກໍລະນີຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ແຕ່ເມື່ອມາຮອດນະຄອນຫຼວງວຽງຈັນ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຈັດໄວ້;

2.3. ຫ້າມຜູ້ທີ່ຕິດເຊື້ອພະຍາດ COVID-19 ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນ ແລະ ຫຼົບໜີການເຂົ້າປິ່ນປົວຢູ່ໂຮງໝໍ ຕາມຄຳສັ່ງຂອງແພດໝໍ ຢ່າງເດັດຂາດ, ຖ້າສືບຮູ້ວ່າມີການປິດອຳ ຫຼື ຕົວະ ຫຼື ຫຼົບໜີ ແມ່ນຈະຖືກປັບໄໝ ແລະດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ ຢ່າງເຂັ້ມງວດ;

2.4. ຫ້າມຜູ້ທີ່ສຳພັດໃກ້ຊິດກັບຜູ້ຕິດເຊື້ອພະຍາດ COVID-19 (C2) ປິດອຳ ຫຼື ຕົວະປະຫວັດການເຄື່ອນໄຫວຂອງຕົນຫຼື ຫຼົບໜີ ບໍ່ຈຳກັດບໍລິເວນຕົນເອງ ຢູ່ສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຫຼື ເມືອງກຳນົດໄວ້, ຖ້າມີກໍລະນີປິດອໍາ ຫຼື ຕົວະ ຫຼື ຫຼົບໜີ ບໍ່ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ລວມທັງໃຫ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ກໍ່ຂຶ້ນທັງໝົດ ຢ່າງເຂັ້ມງວດ.

3. ໃຫ້ປະຕິບັດມາດຕະການຜ່ອນຜັນເພີ່ມ ຄື: ອະນຸຍາດໃຫ້ໂຮງຮຽນ ກິນ-ນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາແລະ ພະນັກງານຄູອາຈານ ດຳເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ຫຼືນະຄອນຫຼວງວຽງຈັນ;

4. ໃຫ້ກຳລັງ ປກສ ສົມທົບກັບກຳລັງ ປກຊ ຈັດຕັ້ງຈຸດກວດກາບູກຄົນເດີນທາງເຂົ້າ ແລະ ຈຸດກວດກາບູກຄົນເດີນທາງອອກນະຄອນຫຼວງວຽງຈັນ ແລະ ປ່ຽນຜັນກັນປະຈຳການ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ຢ່າງເຂັ້ມງວດ. ກໍລະນີກວດພົບເຫັນບຸກຄົນ ທີ່ເດີນທາງມາຈາກແຂວງທີ່ມີການລະບາດຂອງພະຍາດ COVID-19 ໃນລະດັບ 2 ແລະ 3 ແມ່ນໃຫ້ບຸກຄົນດັ່ງກ່າວ ເຂົ້າໄປຈຳກັດຕົວ ຢູ່ສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ຫຼື ເມືອງ ຈັດໄວ້, ຜູ້ໃດລະເມີດ ແມ່ນຈະຖືກປັບໄໝ ແລະ ດຳເນີນຄະດີ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ;

5. ສຳລັບມາດຕະການຕໍ່ຜູ້ລະເມີດ ແມ່ນໃຫ້ສືບຕໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນ ສະບັບເລກທີ 24/ສພກ.ນວ, ລົງວັນທີ 19 ສິງຫາ 2021 ຂໍ້ທີ 12 ຂອງຂໍ້ 2.2 ຢ່າງເຂັ້ມງວດ;

6. ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ນະຄອນຫຼວງວຽງຈັນ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ໃຫ້ຄະນະສະເພາະກິດ ລົງກວດກາ ແລະ ແກ້ໄຂ ຢ່າງທັນການ;

7. ໃຫ້ຄະນະສະເພາະກິດ, ກອງບັນຊາການ ປກຊ – ປກສ, ພະແນກການ, ອົງການທຽບເທົ່າພະແນກ ນະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ – ບ້ານ ເພື່ອບັນຊາ, ອຳນວຍຄວບຄຸມ ໂດຍການຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນລະບຽບການ ແລະ ຄຳແນະນຳລະອຽດຕື່ມ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ໃຫ້ການຮ່ວມມືໃນການຕັ້ງປະຕິບັດ ຢ່າງເຂັ້ມງວດ.ຮອງເຈົ້າຄອງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ນະຄອນຫຼວງວຽງຈັນ

ຂໍ້ມູນ: Lao Youth Radio FM 90.0 Mhz

LEAVE A REPLY

Please enter your comment!
Please enter your name here