ນໍ້າຖ້ວມເຮືອນປະຊາຊົນເມືອງແກ່ນທ້າວ ຮອບທີ 2 ແຂວງໄຊຍະບູລີ ຍ້ອນຕົກໜັກຕິດຕໍ່ກັນ

0
1309

ນໍ້າຖ້ວມເຮືອນປະຊາຊົນເມືອງແກ່ນທ້າວ ຮອບທີ 2 ໃນວັນທີ 16-17 ກັນຍາ 2021 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີຝົກຕົກໜັກເຮັດໃຫ້ເກີດນໍ້າຖ້ວມເນື້ອທີ່ທໍາການຜະລິດ ແລະ ສິ່ງປຸກສ້າງຂອງປະຊາຊົນ.

ນອກຈາກນັ້ນ, ຍັງມີເສັ້ນທາງ ແລະ ຂົວບາງແຫ່ງຖືກນໍ້າຖ້ວມ ຈົນບໍ່ສາມາດສັນຈອນໄປ-ມາໄດ້ ເຊິ່ງບ້ານທີ່ຖືກຜົນກະທົບມີ 5 ບ້ານ ຈໍານວນ 24 ຄອບຄົວ ຄື: ບ້ານທ້າວແກ່ນ 3 ຄອບຄົວ, ບ້ານຈອມແກ້ວ 1 ຄອບຄົວ, ບ້ານເມືອງໝໍ 15 ຄອບຄົວ, ບ້ານນາຫີນ 4 ຄອບຄົວ ແລະ ບ້ານນາບອນ 1 ຄອບຄົວ.

ຫົນທາງຖືກນໍ້າເຊາະເຈື່ອນ 4 ຈຸດ ຄື: ແຕ່ສາມແຍກສາລານໍ້າວັງຫຼວງ-ຫໍແດນດິນ (ບ້ານລາດຂາມປ້ອມ), ສາມແຍກບ້ານນໍ້າເຕົ່າ-ບ້ານດົງສະຫງວນ (ເມືອງປາກລາຍ), ສາມແຍກບ້ານໂພນປ່າປໍ-ບ້ານກົກໄຮ່ຄໍາ ແລະ ບ້ານຫາດແດງ-ທ່າບັກເວີນຄໍາ ການສັນຈອນພົບຄວາມຫຍຸ້ງຍາກ ບາງຈຸດລົດນ້ອຍບໍ່ສາມາດທຽວໄດ້, ນໍ້າຖ້ວມຂົວ 8 ແຫ່ງ ຄື: ຂົວບ້ານຫາດແດງ-ບ້ານພວນ, ຂົວບ້ານຈອມແກ້ວ, ຂົວບ້ານນໍ້າເຕົ່າ, ຂົວບ້ານປາກຕົມ, ຂົວບ້ານຫ້ວຍບູຮາ, ຂົວບ້ານເມືອງໝໍ ແລະ ຂົວບ້ານປາກແຄມ 2 ແຫ່ງ.

ສ່ວນມູນຄ່າຄວາມເສຍຫາຍ ແລະ ເນື້ອທີ່ນາຈະແຈ້ງໃຫ້ຊາບພາຍຫຼັງ.ຕໍ່ກັບສະພາບຜົນກະທົບຈາກພາຍຸ ຄັ້ງນີ້, ທາງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ລົງເກັບກໍາຂໍ້ມູນ ແລະ ລາຍງານປະທານຄະນະກໍາມະທີິການຄຸ້ມຄອງໄພພິບັດຂັ້ນເມືອງແລ້ວ ເພື່ອມີທິດຊີ້ນໍາ ໃນການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here